-
ຂ່າວໃໝ່
- ພິທີມອບແນວພັນເຂົ້າທີ່ທົນທານຕໍ່ສະພາບອາກາດໃຫ້ ເມືອງຄູນຄຳ ແຂວງຄໍາມ່ວນ ແລະ ເມືອງຄຳເກີດ ແຂວງບໍລິຄຳໄຊ
- ເຈົ້າແຂວງບໍລິຄຳໄຊ ລົງຊຸກຍູ້ວຽກງານຢູ່ດ່ານຊາຍແດນສາກົນນ້ຳພາວ
- ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ລົງເຄື່ອນໄຫວເຮັດວຽກ ຮ່ວມກັບພະນັກງານຫຼັກແຫຼ່ງເມືອງຄຳເກີດ
- ທ່ານເຈົ້າແຂວງບໍລິຄຳໄຊ ລົງຢ້ຽມຢາມໂອ້ລົມ ພໍ່ແມ່ປະຊາຊົນ ບ້ານແກ້ວແສນຄຳ
- ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານຫຼັກແຫຼ່ງ ແຂວງບໍລິຄຳໄຊ
- ເຈົ້າແຂວງບໍລິຄຳໄຊ ຢ້ຽມຢາມຟາມລ້ຽງງົວ ຫອມພະຈັນ ບ້ານໜອງອໍ້ ເມືອງຄຳເກີດ
- ຫົວໜ້າຄະນະຈັດຕັ້ງສູນກາງພັກ ລົງເຄືອນໄຫວວຽກງານຢູ່ແຂວງບໍລິຄຳໄຊ-ໄປຢ້ຽມຢາມບ້ານ ປາກກະດິງໃຕ້ ເມືອງປາກກະດິງ
- ການນຳແຂວງ ແລະ ເມືອງຄຳເກີດ ແຂ່ງຂັນກິລາມິດຕະພາບ ຕ້ອນຮັບວັນຊາດ ທີ 2 ທັນວາ
- ຮາກຖານພັກພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງ ເປີດບັ້ນດຳເນີນຊີວີດການເມືອງ ປະຈຳປີ 2023
- ຮອງລັດຖະມົນຕິກະຊວງກະສິກຳ ແລະ ປ່າໄມ້ລົງຢ້ຽມຢາມສວນປູກຖົ່ວລຽນ ແລະ ກຸມປູກໝາກໂມ
- ປກສ ເມືອງ ປາກຊັນ ເປີດດຳເນີນຊີວິດການເມືອງ ກວດກາໜ່ວຍພັກ,ເຂັ້ມແຂງ,ໜັກແໜ້ນ
- ພິທີເຊັນບົດບັນທຶກ ມອບຮັບ ວຽກງານຂື້ນທະບຽນໃບຕາດີນຢ່າງເປັນລະບົບ
- ເຈົ້າເມືອງປາກກະດິງ ເຂົ້່າຮ່ວມພິທີວາງສີລາລຶກ ຕັ້ງເສົາເອກ ການກໍ່ສ້າງ ພະທາດເຈດິ ບ້ານວຽງຄຳ
- ໜ່ວຍພັກຮາກຖານອົງການໄອຍະການປະຊາຊົນແຂວງສຳເລັດບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ກ່ຽວກັບແຂວງ
ແຈ້ງການ
ເຊື່ອມຕໍ່ເວັບໄຊອື່ນ
- ລັດຖະບານ
- ສະພາແຫ່ງຊາດ
- ຫ້ອງວ່າການປະທານປະເທດ
- ຈົດໝາຍເຫດທາງລັດຖະການ
- ທະນາຄານແຫ່ງ ສປປ ລາວ
- ຄະນະຈັດຕັ້ງສູນກາງພັກ
- ຄະນະໂຄສະນາອົບຮົມສູນກາງພັກ
- ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
- ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ
- ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
- ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ
- ຂ່າວສານປະເທດລາວ
- ປະຊາຊົນ
- ວິທະຍຸກະຈາຍສຽງແຫ່ງຊາດ
- ແຂວງ ນະຄອນຫຼວງວຽງຈັນ
- ແຂວງ ຜົ້ງສາລີ
- ແຂວງ ບໍ່ແກ້ວ
- ແຂວງ ຫຼວງນໍ້າທາ
- ແຂວງ ອຸດົມໄຊ
- ແຂວງ ຫົວພັນ
- ແຂວງ ຊຽງຂວາງ
- ແຂວງ ຫຼວງພຣະບາງ
- ແຂວງ ໄຊຍະບູລີ
- ແຂວງ ວຽງຈັນ
- ແຂວງ ໄຊສົມບູນ
- ແຂວງ ຄຳມ່ວນ
- ແຂວງ ສະຫວັນນະເຂດ
- ແຂວງ ສາລະວັນ
- ແຂວງ ຈຳປາສັກ
- ແຂວງ ອັດຕະປື
ຜູ້ເຂົ້າຊົມເວັບໄຊ
Users Today : 108
Users Yesterday : 323
This Month : 5198
This Year : 132500
Total Users : 377502
Who's Online : 5
ເບິ່ງຂ່າວເກົ່າ
Archive for September, 2020
-
ເນື້ອທີ່ 800 ກ່ວາເຮັກຕ່າ ພາບ້ານໃຫຍ່ທົ່ງແສນພົ້ນທຸກ
Posted on September 30, 2020 | No Commentsເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ ແລະ ສາມາດລຶບລ້າງຄວາມທຸກຍາກໄດ້ ພໍ່ແມ່ປະຊາຊົນ ບ້ານໃຫຍ່ທົ່ງແສນ ເມືອງຄຳເກີດ ແຂວງບໍລິຄຳໄຊ ຍຶດຖືອາຊີບປູກຝັງ ແລະ ລ້ຽງສັດ ເປັນທ່າແຮງໃນການພັດທະນາ, ທ່ານ ຫວັງເນັ່ງ ກາງເສົາຫວ່າງ ເລຂາຄະນະພັກຮາກຖານບ້ານໃຫຍ່ທົ່ງແສນ ໄດ້ໃຫ້ສຳພາດ ໃນວັນທີ 29 ກັນຍາ 2020 […] -
ຄຳເກີດສຸມໃສ່ເກັບກ່ຽວເຂົ້ານາປີ ໃນເນື້ອທີ່ເກືອບ 7.000 ເຮັກຕ່າ ໃຫ້ສຳເລັດ
Posted on September 30, 2020 | No Commentsຊາວກະສິກອນເມືອງຄຳເກີດ ໄດ້ເລີ່ມລົງມືເກັບກ່ຽວເຂົ້ານາປີ ຕັ້ງແຕ່ກາງເດືອນກັນຍາ ແລະ ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນຕຸລານີ້ ທ່ານ ສົມພົນເພັງ ລາດຊະສົມບັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດໃນວັນທີ 29 ກັນຍາ 2020. ທົ່ວເມືອງຄຳເກີດ ມີເນື້ອທີນາປີທັ້ງໜົດ 6.893 ເຮັກຕ່າ […] -
ຮຽນຮູ້ແລ້ວກ້າເຮັດ ສ້າງລາຍຮັບ 60-70 ລ້ານກີບຕໍ່ປີ
Posted on September 30, 2020 | No Commentsການປູກຝັງ-ລ້ຽງສັດ ແມ່ນວຽກງານໜຶ່ງທີ່ພັກ-ລັດ ໃຫ້ຄວາມສຳຄັນ ແລະ ກໍ່ໄດເອົາໃຈໃສ່ຊຸກຍູ້ສົ່ງເສີມ ໃຫ້ພໍ່ແມ່ປະຊາຊົນ ເປັນເຈົ້າການຜະລິດໃຫ້ເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ແກ້ໄຂຄວາມທຸກຍາກ ພ້ອມທັງພັດທະນາຄອບຄົວ ໃຫ້ຮັ່ງມີຜາສຸກ ກາຍເປັນແວ່ນແຍງໃຫ້ແກ່ຄອບຄົວຜູ້ອື່ນໆ ເຊິ່ງຜ່ານມາ ກໍມີຫຼາຍຄອບຄົວປະສົບຜົນສຳເລັດ ຄືດັ່ງຄອບຄົວ ທ່ານ ພົງສະຫວັດ ອິນພອນ ທີ່ຖືເອົາການລ້ຽງໄກ່ພັນໄຂ່ ແລະ […] -
ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງຈຸດສູມໃຈກາງທີ່ບ້ານ ນາໂທ
Posted on September 30, 2020 | No Commentsໃນວັນທີ 29 ກັນຍາ 2020 ທີ່ຫ້ອງການບ້ານ ນາໂທ ເມືອງ ວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ປິດສະຫລຸບວຽກງານກໍ່ສ້າງຮາກຖານການເມືອງຈຸດສູມໃຈກາງທີ່ບ້ານ ນາໂທ ຂື້ນ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ, ມີຫົວໜ້າ, ຮອງຫົວໜ້າກອງບັນຊາການ ປກສ-ປກຊ, […] -
3 ບ້ານ ເມືອງວຽງທອງ ໄດ້ຮັບນາມມະຍົດ ບ້ານສາທາລະນະສຸກແບບຢ່າງ
Posted on September 30, 2020 | No Commentsໃນວັນທີ 29 ກັນຍາ 2020 ຢູ່ຫ້ອງການບ້ານ ໄຊບົວທອງ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ມີພິທີປະກາດ-ຮັບຮອງບ້ານໄຊບົວທອງ, ບ້ານນໍ້າກູ້ ແລະ ບ້ານຜາບໍ່ ເປັນບ້ານສາທາລະນະສຸກແບບຢ່າງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນຄໍາ ເພັດໄຊຍະວົງ ປະທານແນວລາວສ້າງຊາດເມືອງ, ມີຫົວໜ້າຫ້ອງການສາທາເມືອງ ພ້ອມດ້ວຍທີມງານ, ການຈັດຕັ້ງບ້ານ […] -
ຍຸຕິທຳເມືອງຄຳເກີດ ເຜີຍແຜ່ດໍາລັດວ່າດ້ວຍການຊ່ວຍເຫລືອທາງດ້ານກົດໝາຍ
Posted on September 30, 2020 | No Commentsໃນຕອນເຊົ້າຂອງວັນທີ 29 ກັນຍານີ້, ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຜີຍແຜ່ດໍາລັດ ວ່າດ້ວຍການຊ່ວຍເຫລືອທາງດ້ານກົດຫມາຍ ແລະ ປະກາດການຈັດຕັ້ງ ໃຫ້ການຊ່ວຍເຫລືອທາງດ້ານກົດຫມາຍ ປະຈຳຫ້ອງການຍຸຕິທໍາເມືອງຄຳເກີດ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນຊວງ ທະວີສັກ ຮອງຫົວຫນ້າກົມສົ່ງເສີມລະບົບຍຸຕິທໍາ ກະຊວງຍຸຕິທໍາ, ທ່ານ […] -
ບໍລິສັດ ພູວຽງ ຈັນທິວົງ ກໍ່ສ້າງຄົບວົງຈອນ ຈຳກັດ ແລະ 3 ໂຮງຮຽນ ທະຫານ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງ
Posted on September 26, 2020 | No Commentsເພື່ອເປັນການປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊ ທີ່ໄດ້ໄຂຂຶ້ນໃນລະຫວ່າງວັນທີ 24-25 ກັນຍາ 2020 ໃນວັນທີ 25 ກັນຍາ 2020 ຢູ່ຫ້ອງຮັບຮອງຂອງແຂວງ ຕາງໜ້າໃຫ້ 4 ພາກສ່ວນ ໄດ້ນຳເງິນມາມອບໃຫ້ແຂວງບໍລິຄຳໄຊ ຕາງໜ້າໃຫ້ການນຳແຂວງຮັບໂດຍ ທ່ານ ຄຳແຫວນ […] -
ສຳເລັດກອງປະຊູມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ຢ່າງເປັນທາງການ
Posted on September 25, 2020 | No Commentsກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VII ໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 24 ກັນຍາ ແລະ ໄດ້ອັດລົງໃນຕອນບ່າຍ ຂອງວັນທີ 25 ກັນຍາ 2020 ທີ່ສະໂມສອນໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, […] -
ບໍລິສັດພັດທະນາຊົນນະບົດ ກະຊວງ ປກຊ ແລະ ກອງພັນໃຫຍ່ 642 ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງ
Posted on September 25, 2020 | No Commentsໃນວັນທີ 24 ກັນຍາ 2020 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ສຸກນິລັນ ຄຳພິລາວົງ ປະທານບໍລິສັດພັດທະນາຊົນນະບົດ ກະຊວງປ້ອງກັນປະເທດ ແລະ ທ່ານ ແສງທອງ ດວງວິໄລ ຕາງໜ້າໃຫ້ກອງພັນໃຫຍ່ 642 ໄດ້ນຳເງິນມາມອບໃຫ້ແຂວງບໍລິຄຳໄຊ ຕາງໜ້າໃຫ້ການນຳແຂວງຮັບໂດຍ ທ່ານ ປອ […] -
ໜອງອໍ້ ບ້ານຕົວແບບໃນການພັດທະນາ
Posted on September 25, 2020 | No Commentsບ້ານໜອງອໍ້ ມີຄອບຄົວພົ້ນທຸກ ແລະ ຄອບຄົວພັດທະນາ ກວມ 98% ຂອງຈຳນວນຄອບຄົວພາຍໃນບ້ານ ສະຫາຍ ດາວເພັດ ຫຼວງຊົມພູ ຄະນະໜ່ວຍພັກບ້ານໜອງອໍ້ ເມືອງຄໍາເກີດ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ກັນຍາ […] -
ຢາງພາລາ ພາຫຼາຍຄອບຄົວພົນທຸກ ເສດຖະກິດ ໄດ້ຮັບການພັດທະນາ
Posted on September 25, 2020 | No Commentsການປູກຢາງພາລາ ໄດ້ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ແກ້ໄຂຄວາມທຸກຍາກ ແລະ ພັດທະນາເສດຖະກິດຂອງແຂວງບໍລິຄຳໄຊ ສະຫາຍ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ກັນຍາ 2020 […] -
2 ບ້ານເມືອງວຽງທອງ ຈັດປະຊຸມການຈັດສັນການນໍາໃຊ້ທີ່ດິນກະສິກໍາ-ປ່າໄມ້
Posted on September 24, 2020 | No Commentsໃນວັນທີ 24 ກັນຍາ 2020 ຢູ່ຫ້ອງການບ້ານຫີນໂງ່ນ ເມືອງວຽງທອງ ແຂວງບໍລິຄໍາໄຊ ກອງຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າກະດິງ ໄດ້ຈັດກອງປະຊຸມປະເມີນເສດຖະກິດ-ສັງຄົມ ແລະ ການນໍາໃຊ້ທີ່ດິນກະສິກໍາ-ປ່າໄມ້ ເຂດບ້ານຫີນໂງ່ນ ແລະ ບ້ານນາດີ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ມີພະນັກງານອົງການອະນຸລັກສັດປ່າ, ກອງຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າກະດິງ, […] -
4 ປີ ໜຶ່ງດວງໃຈ ປະກອບສ່ວນຊ່ວຍເຫຼືອສັງຄົມ ເກືອບ 8 ຕື້ກີບ
Posted on September 24, 2020 | No Commentsກອງທຶນໜຶ່ງດວງໃຈ ໄດ້ຕັ້ງໜ້າປະກອບສ່ວນຊ່ວຍເຫຼືອສັງຄົມ ໄດ້ດີຕະຫລອດມາ ເປັນຕົ້ນແມ່ນວຽກງານສົ່ງເສີມການສຶກສາ, ສາທາລະນະສຸກ ແລະ ອື່ນໆ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ກັນຍາ […] -
ເຂື່ອນໄຟຟ້ານໍ້າງຽບ 1 ຊຸກຍູ້ຊຸດໂທລະໂຄ່ງໃຫ້ 3 ບ້ານ ເມືອງປາກຊັນ
Posted on September 24, 2020 | No Commentsໃນຕອນບ່າຍຂອງວັນທີ 23 ກັນຍາ 2020 ບໍລິສັດເຂື່ອນໄຟຟ້ານໍ້າງຽບ 1 ໄດ້ນໍາເອົາເຄື່ອງໂທລະໂຄ່ງຈໍານວນ 3 ຊຸດ ໄປມອບໃຫ້ແກ່ 3 ບ້ານຂອງເມືອງປາກຊັນ ທີ່ຢູ່ລຸ່ມເຂື່ອນ: ມີບ້ານ ຊະນະໄຊ, ບ້ານ ນ້ຳງຽບ ແລະ ບ້ານກ້ວຍອຸດົມ ໂດຍການເຂົ້າຮ່ວມ […] -
ເສດຖະກິດບໍລິຄຳໄຊ ຍັງສືບຕໍ່ຂະຫຍາຍຕົວໃນລະດັບ 6,5%
Posted on September 24, 2020 | No Commentsເຖີງຈະພົບກັບບັນຫາຫຼາຍດ້ານ ທີ່ມີຜົນກະທົບຕໍ່ກັບການພັດທະນາເສດຖະກິດ ແຕ່ແຂວງບໍລິໄຊ ໄດ້ສຸມໃສ່ຫຼາຍວຽກງານທີ່ຈຳເປັນ ເຮັດໃຫ້ເສດຖະກິດຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທ່ານ ບຸນເສັງ ປະທຳມະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານຕໍ່ກອງປະຊຸມໃຫ່ຍ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ກັນຍາ 2020 ຢູ່ສະໂມສອນໃຫຍ່ແຂວງບໍລິຄຳໄຊ. […] -
ເມືອງຄຳເກີດ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 27 ກໍລະນີ
Posted on September 24, 2020 | No Commentsເມືອງຄຳເກີດ ເປັນເມືອງຫນຶ່ງ ທີ່ຂຶ້ນກັບແຂວງບໍລິຄຳໄຊ ເປັນເມືອງທີ່ຕັ້ງຢູ່ພູດດອຍ ທາງພາກຕາເວັນອອກສ່ຽງໄຕ້ ຕິດກັບຊາຍແດນຫວຽດນາມ ມີປະຊາກອນອາໃສຢູ່ໜາແໜ້ນພໍສົມຄວນ, ເຊິ່ງໃນແຕ່ລະປີ ມັກມີການລະບາດພະຍາດໄຂ້ຍຸງ ແລະ ປີນີ້ ກໍ່ເຊັ່ນດຽວກັນ. ທ່ານ ດຣ ອ່ອນສີ ສີຈັນທະວົງ ຫົວໜ້າຫ້ອງການສາທາລະນະສຸກ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ລາຍງານສະພາບໄຂ້ຍຸງລາຍ […] -
ກອງປະຊູມໃຫຍ່ຄັ້ງທີ VII ອົງຄະນະພັກແຂວງບໍລິຄຳໄຊ ໄດ້ໄຂຂື້ນຢ່າງເປັນທາງການ
Posted on September 24, 2020 | No Commentsໃນທ່າມກາງບັນຍາກາດທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນທັງຊາດ ໂດຍສະເພາະແມ່ນປະຊາຊົນບັນດາເຜົ່າຊາວແຂວງບໍລິຄຳໄຊ ພວມຈັດຕັ້ງປະຕິບັດມະຕິກອງປະຊູມໃຫຍ່ ຄັ້ງທີ X ຂອງພັກ, ມະຕິ VI ຂອງອົງຄະນະພັກແຂວງບໍລິຄຳໄຊ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຢ່າງຕັ້ງໜ້າ ກອງປະຊູມໃຫຍ່ ຄັ້ງທີ VII […] -
4 ບໍລິສັດ ມອບເງິນ 500 ລ້ານກ່ວາກີບ ຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ
Posted on September 23, 2020 | No Commentsເພື່ອເປັນການປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊ ໃນວັນທີ 23 ກັນຍາ 2020 ຢູ່ຫ້ອງຮັບຮອງຂອງແຂວງ ຕາງໜ້າໃຫ້ 4 ພາກສ່ວນ ໄດ້ນຳເງິນມາມອບໃຫ້ແຂວງບໍລິຄຳໄຊ ຕາງໜ້າໃຫ້ການນຳແຂວງຮັບໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໂດຍມີອະນຸກຳມະການເສດຖະກິດ […] -
ຄະນະບໍລິຫານງານພັກແຂວງບໍລິຄຳໄຊ ລະນຶກບຸນຄຸນເຖິງນັກຮົບປະຕິວັດ ແລະ ບຸກຄົນທີ່ມີຄຸນງານຄວາມດີຕໍ່ປະເທດຊາດ
Posted on September 23, 2020 | No Commentsເພື່ອເປັນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ຈະໄດ້ຈັດຂຶ້ນໃນຕໍ່ໜ້ານີ້ ໃນວັນທີ 23 ກັນຍາ 2020 ຄະນະບໍລິຫານງານພັກແຂວງ ນຳໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ໄດ້ເຂົ້າວາງກະຕ່າດອກໄມ້ […] -
ບໍລິສັດ ເຂື່ອນໄຟຟ້ານ້ຳງຽບ 1 ມອບເຄື່ອງດື່ມ ຊຸກຍູ້ວຽກປ້ອງກັນຄວາມສະຫງົບ ເມືອງບໍລິຄັນ
Posted on September 23, 2020 | No Commentsເພື່ອເປັນການປະກອບສ່ວນຊຸກຍູ້ວຽກງານປ້ອງກັນຄວາສະຫງົບ ໃນໄລຍະປ້ອງກັນເວນຍາມ ເພື່ອຮັບໃຊ້ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ປອດໄພ ໃນວັນທີ 21 ກັນຍາ 2020 ທີ່ຫ້ອງປະຊຸມ ກອງບັນຊາການ ປກສ ເມືອງບໍລິຄັນ ບໍລິສັດ ເຂື່ອນໄຟຟ້າ ນ້ຳງຽບ 01 […] -
ກຸ່ມພັດທະນາຄຳມ່ວນ ສະເລ່ຍລາຍຮັບໄດ້ 13 ລ້ານກ່ວາກີບຕໍ່ຄົນຕໍ່ປີ
Posted on September 22, 2020 | No Commentsໂດຍປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງພັກ –ລັດວາງອອກ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ສາມາດລຶບລ້າງຄວາມທຸກຍາກໄດ້ນັ້ນ ຄະນະພັກຮາກຖານກຸ່ມພັດທະນາຄຳມ່ວນ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ນຳເອົາແນວທາງ ການຊິ້ນຳ-ນຳພາ ຂອງຄະນະພັກຂັ້ນເທິງລົງໄກ້ສິດຕິດແທດ ແລະ ປຸກລະດົມປະຊາຊົນ ພາຍໃນກຸ່ມ ໃຫ້ເອົາໃຈໃສ່ທຳການຜະລິດ ປູກຝັງ-ລ້ຽງສັດ ໃຫ້ຫຼາຍ ໃຫ້ກຸ້ມກິນ ເຫລືອແຮໄວ້ […] -
2 ບ້ານ ເຊື່ອມຊືມລະບຽບການສັນຈອນທາງບົກ
Posted on September 22, 2020 | No Commentsໂດຍປະຕິບັດຕາມແຈ້ງການຂອງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ສະບັບເລກທີ 2041/ຍທຂ ຄບສ ລົງວັນທີ 14 ສິງຫາ 2020 ວ່າດ້ວຍການເຜີຍແຜ່ໂຄສະນາປູກຈິດສຳນຶກກ່ຽວກັບການສັນຈອນຕາມເສັ້ນທາງຫລວງ, ໃນວັນທີ 18 ກັນຍາ 2020 ນີ້ ທ່ານ ແກ້ວດາລາ ວົງສາວັນທອງ […] -
ນາຍບ້ານ 17 ບ້ານ ຈະໄດ້ຮັບການເບີກຈ່າຍເງິນອຸດໜູນຜ່ານລະບົບທະນາຄານເອເລັກໂທນິກ
Posted on September 22, 2020 | No Commentsໃນວັນທີ 18 ກັນຍາ 2020 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດພິທີເຊັນສັນຍາເບີກຈ່າຍເງິນອຸດໜູນ ໃຫ້ນາຍບ້ານ 17 ບ້ານ ລະຫວ່າງ ຫ້ອງການພາຍໃນ ແລະ ບໍລິສັດ ສະຕາ ຟີນເທັກ ຈຳກັດ ໂດຍຜ່ານທະນາຄານເອເລັກໂທນິກ […] -
3 ພາກສ່ວນ ມອບເງິນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ
Posted on September 22, 2020 | No Commentsເພື່ອເປັນການປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊ ໃນວັນທີ 21 ກັນຍາ 2020 ຢູ່ຫ້ອງຮັບຮອງຂອງແຂວງ ຕາງໜ້າໃຫ້ 3 ພາກສ່ວນ ໄດ້ນຳເງິນມາມອບໃຫ້ແຂວງບໍລິຄຳໄຊ ຕາງໜ້າໃຫ້ການນຳແຂວງຮັບໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ໂດຍມີອະນຸກຳມະການເສດຖະກິດ ແລະ […] -
ຮສສ ຝຶກອົບຮົມການເຄື່ອນຍ້າຍທີ່ປອດໄພ ແລະ ປ້ອງກັນໂຕເອງຈາກພະຍາດໂຄວິດ-19
Posted on September 21, 2020 | No Commentsໃນລະຫວ່າງວັນທີ 16 – 17 ກັນຍາ 2020 ທີ່ຫ້ອງປະຊຸມພະແນກກະສິກຳ – ປ່າໄມ້ແຂວງບໍລິຄຳໄຊ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດຊຸດອົບຮົມກ່ຽວກັບການກະກຽມລົງໂຄສະນາເຜີຍແຜ່ຂໍ້ມູນຂ່າວສານການເຄື່ອນຍ້າຍແຮງງານທີ່ປອດໄພ ຢູ່ແຂວງບໍລິຄຳໄຊ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນ. ວັນນີ […] -
ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ມອບພາຫະນະ ຊຸກຍູ້ວຽກງານ ຄໍ 25
Posted on September 19, 2020 | No Commentsເພື່ອເປັນການສ້າງຄວາມອຳນວຍຄວາມສະດວກໃຫ້ແກ່ການດຳເນີນວຽກງານ ຕິດພັນກັບການຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ – ນ້ຳເທີນ ໃນວັນທີ 16 ກັນຍາ 2020 ທີ່ກອງຮ້ອຍ ຄໍ 25 ໄດ້ຈັດພິທີມອບພາຫະນະ ໃຫ້ກອງຮ້ອຍດັ່ງກ່າວ ໂດຍການກ່າວມອບຂອງ ທ່ານ ສະຫວັນ ຈັນທະກຸມມານ ຫົວໜ້າ […] -
ຄະນະອະນຸກໍາມະການໂຄສະນາ-ຂະບວນການຂັ້ນແຂວງລົງເຄື່ອນໄຫວຊີ້ນຳວຽກຂະບວນການຢູ່ເມືອງຄຳເກີດ
Posted on September 19, 2020 | No Commentsເພື່ອເປັນການສ້າງຂະບວນການໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ, ຫົວໜ້າອະນຸກຳມະການໂຄສະນາ ແລະ ຂະບວນການຂອງແຂວງ ພ້ອມຄະນະ ໄດ້ລົງຊຸກຍູ້ຕິດຕາມວຽກງານສ້າງຂະບວນການຕ່າງໆຢູ່ເມືອງຄຳເກີດ ໂດຍໄດ້ຮັບການລາຍງານ ຈາກຄະນະນຳຂອງເມືອງ ວ່າ: ຄະນະນຳຂັ້ນເມືອງ ໄດ້ຖືສຳຄັນໃນການສ້າງຂະບວນການຕ່າງໆ, ການປະດັບດາເອ້ຍ້ອງ ຕາມສຳນັກງານ, ອົງການ, ສະຖານທີ່ສຳຄັນຂອງເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມ, ທາງດ້ານວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, […] -
ກອງປະຊຸມໃຫຍ່ຄັ້ງທີ 5 ຮາກຖານກໍາມະບານທະນາຄານພັດທະນາລາວ ສາຂາຫຼັກ 20
Posted on September 19, 2020 | No Commentsໃນຕອນບ່າຍຂອງວັນທີ 18 ກັນຍາ 2020 ນີ້, ທີ່ຫ້ອງປະຊຸມທະນາຄານພັດທະນາລາວ ສາຂາຫຼັກ 20 ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 5 ຮາກຖານກໍາມະບານທະນາຄານພັດທະນາລາວສາຂາຫຼັກ 20 ພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງຄອນ ມັດທະວົງ ປະທານຮາກຖານກໍາມະບານທະນາຄານພັດທະນາລາວສາຂາຫຼັກ 20, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ […] -
ແຜນງານລາວ 030 ມອບເຂົ້າສານ ຊ່ວຍເຫລືອຄອບຄົວທຸກຍາກ
Posted on September 19, 2020 | No Commentsວັນທີ 18 ກັນຍາ 2020 ນີ້ ຢູ່ທີ່ຫ້ອງການກຸ່ມໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີ ມອບເຄື່ອງສະໜອງເຂົ້າສານ ໃຫ້ 27 ບ້ານເປົ້າໝາຍຂອງແຜນງານລາວ/030 ເພື່ອຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19. ໂດຍການກ່າວມອບ ຂອງທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ ແລະ […] -
ຍທຂ ຈັບມື ອຄ ຄ້ວາແຊ້ມເປຕັງ ຊາຍ – ຍິງ ຊິງຂັນເຈົ້າແຂວງບໍລິຄຳໄຊ
Posted on September 19, 2020 | No Commentsການແຂ່ງຂັນກິລາເປຕັງ ເພື່ອຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ກັນຍາ ແລະ ສຳເລັດລົງ ໃນຕອນແລງຂອງວັນທີ 18 ກັນຍາ 2020 ຢູ່ເດີ່ນກິລາເປຕັງຂອງແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈຳພັກແຂວງ […] -
ປາກກະດິງ ຕິດຕັ້ງ ແລະ ປັກປ້າຍ “ຫ້າມຖີ້ມຂີ້ເຫຍື້ອ” ຕາມຈຸດຕ່າງໆທີ່ມີຄວາມສ່ຽງ
Posted on September 19, 2020 | No Commentsເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກ ແຂວງບໍລິຄຳໄຊ ຄັ້ງທີ 7 ທີ່ຈະໄຂຂື້ນໃນມໍ່ໆນີ້ ໃຫ້ເປັນຂະບວນຟົດຟື້ນ ມີຄວາມໝາຍສຳຄັນ ທັງເປັນການສະແດງເຖີງນ້ຳໃຈຄວາມສາມັກຄີ ແລະ ຜົນງານທີ່ຍາດມາໄດ້ ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ໃນວັນທີ 18 ກັນຍາ 2020 ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງປາກກະດິງ ແຂວງບໍລິຄຳໄຊ […] -
ທ່ານເຈົ້າເມືອງທ່າພະບາດ ພ້ອມດ້ວຍຄະນະ ລົງຊ່ວຍເຫຼືອມອບເຄື່ອງອຸປະກອນເພື່ອປຸກສ້າງເຮືອນໃຫ້ຄອບຄົວທຸກຍາກ
Posted on September 19, 2020 | No Commentsເພື່ອເປັນການແບ່ງເບົາບັນເທົາທຸກໃຫ້ແກ່ຄອບຄົວທຸກຍາກຂາດເຂີນ ໄດ້ມີຊີວິດດີຂຶ້ນກ່ວາເກົ່າ, ໃນວັນທີ 18 ກັນຍາ 2020 ນີ້ ທ່ານ ດວງຕາ ມໍລະຄາສຸກ ເຈົ້າເມືອງທ່າພະບາດ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງອຸປະກອນການກໍ່ສ້າງເຮືອນຈໍານວນໜື່ງມາມອບຊ່ວຍເຫຼືອໃຫ້ 3 ຄອບຄົວພາຍໃນເມືອງທ່າພະບາດຄື: ຄອບຄົວ ທ້າວ ແຫຼມ ສຸວັນນະວົງ ບ້ານທ່າບົກ, […] -
ກອງພັນໃຫຍ່ 642 ມອບເຄື່ອງອຸປະກອນການຮຽນຢູ່ 2 ໂຮງຮຽນໃນເມືອງບໍລິຄັນ
Posted on September 19, 2020 | No Commentsໃນວັນທີ 17 ກັນຍາ 2020 ນີ້, ທ່ານ ພັນເອກ ແສງທອງ ດວງວິໄລ ຫົວໜ້າການທະຫານ ກອງພັນໃຫຍ່ 642 ພ້ອມດ້ວຍພະນັກງານຫຼັກແຫຼ່ງ ໄດ້ລົງມອບເຄື່ອງອຸປະກອນການຮຽນ ໃຫ້ແກ່ນ້ອງນ້ອຍນັກຮຽນຢູ່ 2 ໂຮງຮຽນ ຄື: ໂຮງຮຽນປະຖົມ […] -
ທະຫານແຂວງ ປາບ ໄຟຟ້າ ຄ້ວາຂັນທ່ານເຈົ້າແຂວງໄປຄອງ
Posted on September 18, 2020 | No Commentsນັດຊີງຊະນະເລີດເຕະບານຊີງຂັນທ່ານເຈົ້າແຂວງ ໄດ້ຈັດຂຶ້ນໃນວັນທີ 18 ກັນຍາ 2020 ຢູ່ເດີນເຕະບານເມືອງປາກຊັນ ເປັນການຊີງໄຊກັນລະຫວ່າງ ທີມເຕະບານຊາຍທະຫານແຂວງ ທີ່ຖະລົ່ມທີມ ປກສ ແຂວງ ມາໄດ້ດ້ວຍສະກໍ 5 ປະຕູຕໍ່ 0 ປະຕູ ພົບກັບທີມລັດວິສາຫະກິດໄຟຟ້າລາວ ທີ່ເອົາຊະນະ ທີມເມືອງປາກຊັນມາໄດ້ ດ້ວຍການດວນຈຸດໂທດ […] -
ໜ່ວຍຊາວໜຸ່ມຮາກຖານອົງການແນວລາວສ້າງຊາດແຂວງບໍລິຄຳໄຊ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ
Posted on September 18, 2020 | No Commentsເພື່ອເປັນການຢັ້ງຢືນເຖິງຜົນງານການຈັດຕັ້ງປະຕິບັດວຽກງານ 4 ບຸກໃນໄລຍະຜ່ານມາ ໃນວັນທີ 17 ກັນຍາ 2020 ຢູ່ຫ້ອງປະຊຸມອົງການແນວລາວສ້າງຊາດແຂວງ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ 4 ບຸກໃຫ້ແກ່ຊາວໜຸ່ມໜ່ວຍຮາກຖານແນວລາວສ້າງຊາດ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ນາງ ເກດແກ້ວ ກົມມະແສງ […] -
ຊໜ ມອບທຶນສົມທົບການສ້ອມແປງເຮືອນຄົວລວມ ໃຫ້ແກ່ ປກສ ແຂວງ
Posted on September 18, 2020 | No Commentsເພື່ອເປັນການສ້າງສີ່ງເອື້ອອຳນວຍຄວາມສະດວກ ໃຫ້ແກ່ພະນັກງານນັກຮົບ ພາຍໃນກອງບັນຊາການ ປກສ ແຂວງ ໃນການຈັດຕັ້ງປະຕິບັດນ້າທີ່ວຽກງາານ ແລະ ໃຊ້ຊີວິດປະຈຳວັນ ໃນວັນທີ 17 ກັນຍາ 2020 ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ໄດ້ນຳເງິນສົດ ຈຳນວນ 5.000.000 ກີບ ໄປມອບໃຫ້ກອງບັນຊາການ ປກສ ແຂວງ […] -
ເຂື່ອນໄຟຟ້ານໍ້າງຽບ1 ຊຸກຍູ້ຊຸດໂທລະໂຄ່ງ ມູນຄ່າ ເກືອບ 50 ລ້ານກີບ
Posted on September 18, 2020 | No Commentsໃນວັນທີ 17 ກັນຍາ 2020 ນີ້ ບໍລິສັດເຂື່ອນໄຟຟ້ານໍ້າງຽບ 1 ໄດ້ນໍາເອົາເຄື່ອງໂທລະໂຄ່ງຈໍານວນ 8 ຊຸດ ໄປມອບໃຫ້ແກ່ 8 ບ້ານຂອງເມືອງບໍລິຄັນ ທີ່ຢູ່ລຸ່ມເຂື່ອນ: ມີ ບ້ານ ທ່າເຮືອ, ບ້ານຫາດຢື້ນ, ບ້ານພູໂຮມໄຊ, ບ້ານຫ້ວຍຄູນ, […] -
ບ້ານນາດີ ເປີດໂຄງການແກ້ໄຂ ແລະ ສະກັດກັ້ນຕ້ານການແຜ່ລະບາດຂອງຢາເສບຕິດ
Posted on September 18, 2020 | No Commentsຕອນເຊົ້າຂອງວັນທີ 17 ກັນຍາ 2020 ນີ້ ຢູ່ສະໂມສອນ ບ້ານ ນາດີ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດໂຄງການແກ້ໄຂ ແລະ ສະກັດກັ້ນຕ້ານການແຜ່ລະບາດຂອງຢາເສບຕິດ( ຢາບ້າ) ໂດຍເປັນກຽດເຂົ້າຮ່ວມເປີດຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ມີຫົວໜ້າກອງບັນຊາການ […] -
ຮສສ ເມືອງປາກກະດິງ ມອບໂອນການຄຸ້ມຄອງນະໂຍບາຍ ນາຍ ແລະ ພົນທະຫານ-ຕຳຫຼວດ ກັບຄືນສູ່ກົມກອງຂອງຕົນ
Posted on September 18, 2020 | No Commentsໂດຍປະຕິບັດຕາມແຈ້ງການແນະນຳຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 0351/ຮສສ, ລົງວັນທີ 6 ກຸມພາ 2020, ວ່າດ້ວຍການຄຸ້ມຄອງການມອບໂອນ ນາຍ ແລະ ພົນທະຫານ-ຕຳຫຼວດ ທີ່ໄດ້ຮັບນະໂຍບາຍ ອຸດໜູນບຳນານ ແລະ ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ສູ້ຮົບ. ໃນຕອນເຊົ້າວັນທີ […] -
ປກສ ເມືອງບໍລິຄັນ ມອບລົດຈັກ 03 ຄັນ ທີ່ຄົນຮ້າຍລັກໄປ ຄືນເຈົ້າຂອງເດີມ
Posted on September 18, 2020 | No Commentsເຈົ້າໜ້າທີ່ ໜ່ວຍງານອາຍາ-ເສດຖະກິດ ພະແນກຕໍາຫຼວດ ປກສ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 21 ກໍລະກົດ 2020 ນີ້, ເວລາປະມານ 16 ໂມງ 30 ນາທີ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ໄດ້ມີຄົນຮ້າຍຈໍານວນໜຶ່ງເຂົ້າມາແອບແຝງເຮັດວຽກເປັນກໍາມະກອນຢູ່ສວນກ້ວຍ […] -
ງານວາງສະແດງ ” ຮ້ານຄ້າຮ່ວມໃຈ ” ສິນຄ້າສົດໃໝ່ ແລະ ລາຄາຖືກ
Posted on September 17, 2020 | No Commentsພິທີເປີດງານຮ້ານຄ້າຮ່ວມໃຈ ໄດ້ຈັດຂຶ້ນໃນວັນທີ 17 ກັນຍາ 2020 ຢູ່ຫ້ອງການສະພາອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ທີ່ຕັ້ງຢູ່ ບ້ານສີວິໄລ ເມືອງປາກຊັນ ເຂົ້າຮ່ວມໂດຍ ທ່ານ ຄອນສະຫວັນ ສຸກຂະເສີມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ໄກ່ທອງ […] -
5 ແຂວງ ທົບທວນການຜະລິດກະສິກຳເປັນສິນຄ້າ
Posted on September 17, 2020 | No Commentsກອງປະຊຸມປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດການຜະລິດກະສິກຳເປັນສິນຄ້າ ປີ 2019 ແລະ 6 ເດືອນຕົ້ນປີ 2020 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ກັນຍາ 2020 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ […] -
ຊາວໜຸ່ມແຂວງ ຊ່ວຍສ້ອມແປງທາງເຂົ້າກອງພັນ 619 ສຳເລັດແລ້ວ
Posted on September 17, 2020 | No Commentsພິທີມອບ-ຮັບການສ້ອມແປງເສັ້ນທາງເຂົ້າຫາກອງພັນ 619 ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ກອງບັນຊາການທະຫານແຂວງ ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2020 ຢູ່ກອງພັນ 619 ກອງບັນຊາການທະຫານແຂວງ ຕາງໜ້າຄະນະບໍລິຫານງານຊາວໜຸ່ມແຂວງ ກ່າວມອບໂດຍ ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ແລະ […] -
ຮອງປະທານສະພາປະຊາຊົນແຂວງ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງປາກກະດິງ
Posted on September 17, 2020 | No Commentsໃນວັນທີ 15-16 ກັນຍາ 2020 ທ່ານ ນາງ ສີໄຄ ສີປະເສີດ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ ທັງເປັນສະມາຊິກສະພາປະຈຳເຂດເລືອກຕັ້ງເມືອງປາກກະດິງ ພ້ອມຄະນະ ໄດ້ລົງຢ້ຽມຢາມພົບປະ 2 ກຳລັງ ປກຊ – ປກສ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງ. […] -
ປູກແຍ້ ກໍ່ສາມາດສ້າງລາຍໄດ້ຢ່າງຫຼວງຫຼາຍໃຫ້ກັບຄອບຄົວ
Posted on September 17, 2020 | No Commentsໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ – ລັດ ທີ່ຊຸກຍູ້ – ສົ່ງເສີມໃຫ້ປະຊາຊົນ ນຳໃຊ້ທ່າແຮງທາງດ້ານພື້ນທີ່ ແລະ ທຳມະຊາດ ເພື່ອດຳເນີນການສ້າງເສດຖະກິດຄອບຄົວ ເປັນຕົ້ນແມ່ນ ການປູກຝັງ – ລ້ຽງສັດ ເພາະວ່າ ປະຊາຊົນລາວມີມູນເຊື້ອດຸໝັ່ນຂະຫຍັນພຽນ ແລະ […] -
ຊາວບ້ານໂພນທອງ ລຶບລ້າງຄວາມທຸກຍາກໄດ້ ຍ້ອນປູກ ກັບ ລ້ຽງ
Posted on September 17, 2020 | No Commentsການປູກຝັງ –ລ້ຽງສັດ ແມ່ນກິດຈະກຳໜຶ່ງ ທີ່ສືບທອດມາແຕ່ປູ່ຍ່າຕາຍາຍຂອງປະຊາຊົນລາວ, ຄົນລາວ ສ່ວນຫລາຍຍັງຕິດພັນກັບການທຳມາຫາກິນຕາມທຳມະຊາດ ອາໃສທຳມະຊາດ ໂດຍນຳໃຊ້ເງື່ອນໄຂອຳນວຍຄວາມສະດວກຂອງທຳມະຊາດ ເປັນສຳຄັນ. ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກວາງອອກ ທີ່ວ່າ ຢາກຫລຸດພົ້ນອອກຈາກຄວາມທຸກຍາກໄດ້ ຕ້ອງປູກ ກັບ ລ້ຽງ, ຍ້ອນແນວນັ້ນ ໂດຍອາໃສທ່າແຮງທາງດ້ານພື້ນທີ່ ແລະ ມູນເຊື້ອການອອກແຮງງານ, ຊາວບ້ານໂພນທອງ […] -
ບໍລິຄຳໄຊຈັດງານແຂ່ງຂັນເຕັ້ນແອໂລບິກ ຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII
Posted on September 16, 2020 | No Commentsເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້ ໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນ ມາໃນຕອນເຊົ້າຂອງວັນທີ 16 ກັນຍາ 2020 ຢູ່ເດີ່ນກິລາເປຕັງຂອງແຂວງ ໄດ້ຈັດງານແຂ່ງຂັນເຕັ້ນແອໂລບິກຂຶ້ນ ເປັນກຽດເຂົ້າຮ່ວມຂອງທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ […] -
ບໍລິຄຳໄຊຝຶກອົບຮົມ ຄວາມຮູ້ພື້ນຖານການເຄື່ອນຍ້າຍແຮງງານແບບປອດໄພ
Posted on September 16, 2020 | No Commentsຊຸດອົບຮົມການເຄື່ອນຍ້າຍແບບປອດໄພ, ລົງໂຄສະນາການໄປເຮັດວຽກແບບຖືກຕ້ອງ ແລະ ການປ້ອງກັນຕົນຈາກພະຍາດໂຄວິດ-19 ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2020 ຢູ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍການເຂົ້າຮ່ວມຂອງທ່ານນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ທ່ານ ຄຳສະຫວາດ ອຸດທະຈັກ […] -
ຊາວໜຸ່ມພະແນກແຜນການ-ການລົງທຶນແຂວງ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ
Posted on September 16, 2020 | No Commentsໃນວັນທີ 14 ກັນຍາ 2020 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນໍາໜ້າ 4 ບຸກ ຂື້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ແກ້ວອຸໄລ ບຸຈະເລີນ ຄະນະບໍລິຫານງານຊາວໜຸ່ມແຂວງ, […] -
ກອງທຶນ 1 ດວງໃຈ ມອບອຸປະກອນການສະແດງມູນຄ່າ 18 ລ້ານກ່ວາກີບ ຊຸກຍູ້ສູນວັດທະນະທຳເດັກ
Posted on September 16, 2020 | No Commentsເພື່ອເປັນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້ ໃນວັນທີ 15 ກັນຍາ 2020 ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ນຳໂດຍທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນ ພ້ອມຄະນະ ໄດ້ນຳເອົາອຸປະກອນປະກອບໃນການສະແດງສີລະປະ ມາມອບໃຫ້ສູນວັດທະນະທຳເດັກ ພະແນກຖະແຫຼງຂ່າວ, […] -
ຫລາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ 200 ລ້ານກ່ວາກີບ
Posted on September 16, 2020 | No Commentsເພື່ອເປັນການປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊ ໃນວັນທີ 15 ກັນຍາ 2020 ຢູ່ຫ້ອງຮັບຮອງຂອງແຂວງ ຕາງໜ້າໃຫ້ 7 ຕົວເມືອງ, ບໍລິສັດ ແລະ ທະນາຄານ ໄດ້ນຳເງິນມາມອບໃຫ້ແຂວງບໍລິຄຳໄຊ ຕາງໜ້າໃຫ້ການນຳແຂວງຮັບໂດຍ ທ່ານ ປອ ສຸວັນນີ […] -
ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງ ບໍລິຄຳໄຊ ສົກປີ 2019-2020
Posted on September 16, 2020 | No Commentsກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງ ບໍລິຄຳໄຊ ປະຈຳສົກຮຽນ 2019-2020 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 15 ກັນຍາ 2020 ທີ່ຫ້ອງປະຊຸມ ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄໍາໄຊ ໂດຍການເປັນປະທານຮ່ວມ ຂອງທ່ານ ຄຳສີ ຍົມມະລາດ ຫົວໜ້າພະແນກສຶກສາທິການ […] -
ປາກກະດິງ ກວດກາພົບສິນຄ້າເສື່ອມຄຸນຫລາຍລາຍການ
Posted on September 16, 2020 | No Commentsວັນທີ 14 ກັນຍາ 2020 ນີ້ ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ຂັ້ນເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ລົງຕິດຕາມ-ກວດກາ ບັນດາຮ້ານຂາຍເຄື່ອງທີີເປັນເປົ້າຫມາຍ ຢູ່ພາຍໃນເມືອງ. ເພື່ອກວດກາຄຸນນະພາບອາຫານສຳເລັດຮູບ ແລະ ເຄີ່ງສຳເລັດຮູບ, ຮັບປະກັນໃຫ້ຜູ້ບໍລິໂພກມີຄວາມປອດໄພ, […] -
ທ່າພະບາດ ຈັດປະຊຸມວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ
Posted on September 16, 2020 | No Commentsໃນວັນທີ່ 15 ກັນຍາ 2020 ຢູ່ທີ່ຫ້ອງປະຊຸມຄະນະປະຈຳພັກ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມແລກປ່ຽນວຽກງານປ້ອງຊາດປ້ອງກັນຄວາມສະຫງົບຂື້ນ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ດວງຕາ ມໍລະຄາສຸກ ເຈົ້າເມືອງທ່າພະບາດ, ພ້ອມດ້ວຍກຳລັງປະກອບອາວຸດປະຈຳເມືອງ, ກອງບັນຊາການ ປກຊ, ປກສ ແຂວງ ແລະ ເມືອງເຂົ້າຮ່ວມ. ໃນກອງປະຊຸມ […] -
ປກສ ແຂວງ ຝຶກອົບຮົມ ວຽກງານດັບເພີງ ໃຫ້ ປກສ ເມືອງປາກຊັນ
Posted on September 15, 2020 | No Commentsຕອນເຊົ້າ ວັນທີ 11 ກັນຍາ 2020 ນີ້ ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ບໍລິຄໍາໄຊ ໄດ້ສືບຕໍ່ລົງໂຄສະນາ, ຝຶກອົບຮົມ ວິທີສະກັດກັ້ນ ແລະ ຕ້ານອັກຄີໄພຢູ່ ກອງບັນຊາການ ປກສ […] -
ເຜີຍແຜ່ ຄຳສັ່ງ ວ່າດ້ວຍການເພີ່ມທະວີການນຳພາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ
Posted on September 15, 2020 | No Commentsໃນຕອນເຊົ້າຂອງວັນທີ 14 ກັນຍາ 2020 ຢູ່ທີ່ຫ້ອງປະຊຸມສຳນັກງານຫ້ອງວ່າການເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ຄຳສັ່ງ ວ່າດ້ວຍການເພີ່ມທະວີການນຳພາຊີ້ນຳ ຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ເຊິ່ງໃຫ້ກຽດເຜີຍແຜ່ ໂດຍທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງ ທ່າພະບາດ. ສໍາລັບເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ […] -
ອານຸກຳມະການຂະບວນການລົງຕິດຕາມການປະດັບປະດາເທດສະບານເມືອງປາກຊັນ
Posted on September 15, 2020 | No Commentsເພື່ອເປັນການກະກຽມຄວາມພ້ອມ ໃນການປະດັບປະດາຕົວເມືອງ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ 7 ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃນວັນທີ 15 ກັນຍາ 2020 ຄະນະຮັບຜິດຊອບສ້າງຂະບວນການ ໄດ້ລົງຕິດຕາມການຕິດທຸງຊາດທຸງທິວ ຢູ່ຕາມເສົາໄຟເຍືອງທາງ ເສັ້ນທາງເທດສະບານເມືອງປາກຊັນ ໂດຍການນຳພາທາງຂອງ ທ່ານ ວັນວິໄລ ແດນພູຫຼວງ ປະທານແນວລາວສ້າງຊາດແຂວງ […] -
ເປີດຂະບວນການແຂ່ງຂັນກິລາ ຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII
Posted on September 15, 2020 | No Commentsພິທີເປີດງານແຂ່ງຂັນກິລາ ຊິງຂັນເຈົ້າແຂວງ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 14 ກັນຍາ 2020 ຢູ່ເດີ່ນບານເຕະເມືອງປາກຊັນ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ຄະນະກຳມະການຈັດການແຂ່ງຂັນ ພ້ອມດ້ວຍນັກກິລາ ອ້ອມຂ້າງແຂວງ ເຂົ້າຮ່ວມ. ທ່ານ ຄຳເພັດ ໄຊປັນຍາ […] -
3 ເດືອນ ກອງທຶນ 1 ດວງໃຈ ຊຸກຍູ້ 462 ລ້ານກ່ວາກີບ ເພື່ອສົ່ງເສີມວຽກງານສັງຄົມ
Posted on September 15, 2020 | No Commentsໃນວັນທີ 14 ກັນຍາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານກອງທຶນໜຶ່ງດວງໃຈ ໃນໄລຍະ 3 ເດືອນຜ່ານມາຂຶ້ນ ເປັນປະທານໂດຍ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ມີຊະມາຊິກກອງທຶນໜຶ່ງດວງໃຈ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ. […] -
3 ບ້ານ ເມືອງທ່າພະບາດ ໄດ້ຮັບເຮືອກູ້ໄພ
Posted on September 14, 2020 | No Commentsໃນວັນທີ 11 ກັນຍາ 2020 ຢູ່ສໍານັກງານປົກຄອງເມືອງທ່າພະບາດ ໄດ້ມີພິທີ ມອບ-ຮັບ ເຮືອກູ້ໄພ ພ້ອມຈັກ, ອຸປະກອນເສື້ອຊູຊີບ ແລະ ໝວກກັນກະທົບໃຫ້ແກ່ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງ ແລະ ບ້ານທີ່ມີຄວາມສ່ຽງນໍ້າຖ້ວມລຽບຕາມເສັ້ນທາງ 13 ໃຕ້ […] -
ອານຸກຳມະການໂຄສະນາ ແລະ ຂະບວນການ ຂັ້ນແຂວງ ລົງເຄື່ອນໄຫວຊີ້ນຳວຽກງານຂະບວນການ ຢູ່ເມືອງທ່າພະບາດ
Posted on September 14, 2020 | No Commentsໃນຕອນບ່າຍຂອງວັນທີ 10 ກັນຍາ 2020 ນີ້ ທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ທັງເປັນປະທານອະນຸກຳມະການໂຄສະນາ ແລະ ຂະບວນການຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານຂະບວນການ ຢູ່ທີ່ເມືອງ ທ່າພະບາດ ເພື່ອສ້າງຂະບວນການໃຫ້ກັບການດຳເນີນກອງປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກ […] -
ການປູກຝັງ –ລ້ຽງສັດ ເຮັດໃຫ້ຊາວບ້ານນ້ຳທີ ລຶບລ້າງຄວາມທຸກຍາກໄດ້
Posted on September 14, 2020 | No Commentsການປູກຝັງ – ລ້ຽງສັດ ແມ່ນກິດຈະກຳໜຶ່ງ ທີ່ສືບທອດມາແຕ່ປູ່ຍ່າຕາຍາຍຂອງປະຊາຊົນລາວ, ຄົນລາວ ສ່ວນຫລາຍຍັງຕິດພັນກັບການທຳມາຫາກິນຕາມທຳມະຊາດ ອາໃສທຳມະຊາດ ແລະ ສ້າງຮັ່ງຄູນມີໂດຍນຳໃຊ້ເງື່ອນໄຂອຳນວຍສະດວກຂອງທຳມະຊາດ. ໂດຍປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງພັກ –ລັດວາງອອກ ເພື່ອເຮັດໃຫ້ຄອບຄົວມີການພັດທະນາດີຂື້ນໄປເລື້ອຍໆ ສາມາດລຶບລ້າງຄວາມທຸກຍາກໄດ້ນັ້ນ ບ້ານນ້ຳທີ ເມືອງຄຳເກີດ […] -
ຊາວໝຸ່ມເມືອງວຽງທອງ ມອບເຄື່ອງຊ່ວຍເຫລືອຄອບຄົວອະນາຖາບ້ານຫ້ວຍຫອຍ
Posted on September 14, 2020 | No Commentsເພື່ອແບ່ງເບົາຄວາມທຸກຈົນໃຫ້ແກ່ຄອບຄົວອະນາຖາ ໃນວັນທີ 11 ກັນຍາ 2020 ຊາວໝຸ່ມເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ສົບທົບກັນຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ອົງການກາແດງເມືອງ ໄດ້ນໍາເອົາເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນ, ເຂົ້າສານ, ອາຫານແຫ້ງ ແລະ ເຄື່ອງໃຊ້ຄົວເຮືອນຈຳນວນໜື່ງ ມູນຄ່າ 4.500.000 ກີບ […] -
ປະຊາສໍາພັນອອກໃບຕາດີນແບບເປັນລະບົບທີ່ບ້ານຫິນໂງ່ນ
Posted on September 14, 2020 | No Commentsໃນວັນທີ 11 ກັນຍາ 2020 ຢູ່ທີ່ຫ້ອງການບ້ານຫິນໂງ່ນ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປະຊາສຳພັນອອກໃບຕາດີນແບບເປັນລະບົບ ໂດຍການເຂົ້າຮ່ວມຂອງທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ, ຫ້ອງການທີ່ກ່ຽວຂ້ອງ, ພະນັກງານວິຊາການ ແລະ ພໍ່, ແມ່ປະຊາຊົນພາຍໃນບ້ານ […] -
ບໍລິຄຳໄຊ ເຜີຍແຜ່ຄຳແນະນຳ 047/ຄປຈ ແລະ ມະຕິ 108/ກມສພ
Posted on September 14, 2020 | No Commentsກອງປະຊຸມເຜີຍແຜ່ຄຳແນະນຳ ເລກທີ 047/ຄປຈ ລົງວັນທີ 27 ມີນາ 2020 ກ່ຽວກັບການສະຫຼອງວັນບຸນຕ່າງໆ ແລະ ປະຕິບັດບາງຮີດຄອງປະເພນີຂອງປະຊາຊົນລາວບັນດາຊົນເຜົ່າ ແລະ ມະຕິ ເລກທີ 108/ກມສພ ລົງວັນທີ 30 ເມສາ 2020 ວ່າດ້ວຍວຽກງານແນວໂຮມ […] -
ປກສ ມາແຮງ ຖະຫລົ່ມ ຖວທ 8/0 ຜ່ານເຂົ້າຮອບແຂ່ງຂັນເຕະບານຊິງຂັນທ່ານເຈົ້າແຂວງ
Posted on September 13, 2020 | No Commentsການແຂ່ງຂັນເຕະບານລະຫວ່າງ ທີມເຕະບານຊາຍພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ພົບກັບ ທີມກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ຈັດຂຶ້ນໃນວັນທີ 11 ກັນຍາ 2020 ຢູ່ເດີນເຕະບານເມືອງປາກຊັນ. ການແຂ່ງຂັນເລີ່ມຕົ້ນຂຶ້ນຍ່າງດຸເດືອດ ຕ່າງຝ່າຍຕ່າງກໍ່ຕ້ອງການປະຕູຂຶ້ນນຳໃຫ້ໄດ້ ແລະ ມາຮອດນາທີທີ່ 15 ທີມ ປກສ ກໍ່ສາມາດຍິງປະຕູຂຶ້ນນຳໄປກ່ອນ, […] -
ປູກຜັກອິນຊີ ພາໃຫ້ຊີວິດດີຂື້ນ
Posted on September 13, 2020 | No Commentsບ້ານຫົວນາ ເມືອງບໍລິຄັນ ແຂວງບໍລິຄຳໄຊ ກໍ່ເປັນບ້ານໜື່ງ ທີ່ໃຫ້ຄວາມສຳຄັນແກ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນການເຮັດສວນປູກພືດ, ການລ້ຽງສັດ ແລະ ການເຮັດນາປູກເຂົ້າ ເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ດີຂື້ນ ແຕ່ການຜະລິດນັ້ນຍັງບໍ່ທັນມີຈຸດສູມ ແລະ ອັນຮອງຮັບຢ່າງໝັ້ນຄົງເທື່ອ ເລີ່ມແຕ່ຕົ້ນປີ 2000 ເປັນຕົ້ນມາ ພາຍຫຼັງອຳນາດການປົກຄອງເມືອງ ໄດ້ມີທິດຫັນປ່ຽນເຂົ້າສູ່ການຜະລະລິດ ແບບຈຸດສູມ […] -
ປະກາດພະນັກງານເຂົ້າຮັບບຳນານໃນຂົງເຂດສຶກສາ ເມືອງ ທ່າພະບາດ
Posted on September 13, 2020 | No Commentsພິທີ ປະກາດພະນັກງານຜູ້ທີ່ມີເງື່ອນໄຂພັກຜ່ອນເຂົ້າຮັບບຳນານໃນຂົງເຂດສຶກສາ ທົ່ວເມືອງ ທ່າພະບາດ ແຂວງບໍລິຄຳໄຊ ຈັດຂື້ນໃນວັນທີ 11 ກັນຍາ 2020 ຢູ່ທີ່ຫ້ອງວ່າການປົກຄອງເມືອງ, ມີຜູ້ເຂົ້າທັງໝົດ 105 ຄົນ, ຍິງ 67 ຄົນ, ໂດຍການເຂົ້າຮ່ວມຂອງທ່ານ ຄຳປຸ່ນ ສີຫາລາດ ຮອງເຈົ້າເມືອງ […] -
ບ້ານນາທ່ອນ ໄດ້ຮັບນາມມະຍົດ ເປັນບ້ານສາມັກຄີປອງດອງ
Posted on September 13, 2020 | No Commentsໃນຕອນເຊົ້າວັນທີ 11 ກັນຍາ 2020 ທີ່ໂຮງຮຽນປະຖົມສົມບູນບ້ານ ນາທ່ອນ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດຮັບຮອງເອົາຄອບຄົວ ແລະ ບ້ານສາມັກຄີປອງດອງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາໝັ້ນ ໄຊຍະວົງ ປະທານແນວລາວສ້າງຊາດເມືອງ, ມີອົງການຈັດຕັ້ງບ້ານ ພະນັກງານກໍ່ສ້າງຮາກຖານ ແຂກຖືກເຊີນ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ. […] -
ສະຫະພັນກໍາມະບານເມືອງ ລົງເຜີຍແຜ່ກົດລະບຽບສອງກອງທຶນ ໃຫ້ນາຍ ແລະ ພົນທະຫານ
Posted on September 13, 2020 | No Commentsໃນຕອນເຊົ້າຂອງວັນທີ 9 ກັນຍາ 2020 ຢູ່ກອງບັນຊາການທະຫານເມືອງ ສະຫະພັນກໍາມະບານເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ລົງເຜີຍແຜ່ກົດລະບຽບກອງທຶນທະນູເຄາະ ຂອງສະຫະພັນກໍາມະບານເມືອງ ແລະ ກົດລະບຽບກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ສະບັບປັບປຸງໃໝ່ ຂອງສະຫະພັນກໍາມະບານແຂວງ ໃຫ້ນາຍ ແລະ ພົນທະຫານເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ […] -
ໂຮງໝໍແຂວງ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ 7 ອົງຄະນະພັກແຂວງ
Posted on September 11, 2020 | No Commentsໃນຕອນບ່າຍຂອງວັນທີ 10 ກັນຍາ 2020 ຢູ່ໂຮງໝໍແຂວງບໍລິຄຳໄຊ ໄດ້ມີຂະບວນການປະດັບປະດາຢູ່ໜ້າໂຮງໝໍແຂວງ ໂດຍການນຳພາຂອງທ່ານ ດຣ ບຸນຍັງ ພົມມະຈັນ ຜູ້ອຳນວຍການໂຮງໝໍແຂວງ, ມີຄະນະໂຮງໝໍແຂວງ ແລະ ພະນັກງານພາຍໃນໂຮງໝໍ ເຂົ້າຮ່ວມ. ຈາກການໃຫ້ສຳພາດຂອງທ່ານຜູ້ອຳນວຍການໂຮງໝໍແຂວງ ໃຫ້ຮູ້ວ່າ: ກິດຈະກຳໃນຄັ້ງນີ້ ແມ່ນການນຳເອົາຕຸກນ້ຳດື່ມມາຕັດເປັນຮູບດອກໄມ້ແລ້ວທາສີ ຫຼັງຈາກນັ້ນນຳມາປັກໃສ່ປ້າຍຄຳຂວັນ […] -
ອົງການໄອຍະການປະຊາຊົນແຂວງ ເຜີຍແຜ່ດໍາລັດ 300/ລບ
Posted on September 11, 2020 | No Commentsໃນຕອນເຊົ້າຂອງວັນທີ 11 ກັນຍາ 2020 ຢູ່ອົງການໄອຍະການປະຊາຊົນແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ດຳລັດ 300/ລບ ລົງວັນທີ 13 ກັນຍາ 2017 ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ ຄຳແນະນຳ ຂອງກະຊວງພາຍໃນ ເລກທີ 06/ພນ ລົງວັນທີ 02 ພຶດສະພາ […] -
ປະຊາຊົນບ້ານຜາບໍ່ ເຊື່ອມຊືມບັນດາເອກະສານສຳຄັນຂອງຂັ້ນເທິງ
Posted on September 11, 2020 | No Commentsໃນວັນທີ 9 ກັນຍາ 2020 ບ້ານຜາບໍ່ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງທີ່ຈຸດຫຼໍ່ແຫຼມຜາບໍ່ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ. ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ບັນດາເອກະສານຕ່າງໆ ເປັນຕົ້ນແມ່ນ ຂັ້ນຕອນການປະກອບເອກະສານຂໍຍົກຍ້າຍເຂົ້າ-ອອກ ເປັນບຸກຄົນ ຫຼື ຄອບຄົວຂອງພົນລະເມືອງລາວ, […] -
ບ້ານເມືອງມ່ວນ ເຂດຈັດສັນໃໝ່ ໄດ້ຊົມໃຊ້ໄຟຟ້າແລ້ວ
Posted on September 11, 2020 | No Commentsຕອນເຊົ້າຂອງວັນທີ 10 ກັນຍາ 2020 ຢູ່ບ້ານເມືອງມ່ວນ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີ ເປີດນໍາໃຊ້ໄຟຟ້າ ຂອງໂຄງການກໍ່ສ້າງຕາຂ່າຍ 0,4 ກວ, ຕິດຕັ້ງໝໍ້ແປງ ແລະ ຕິດຕັ້ງໄຟຟ້າໃນເຮືອນຂອງປະຊາຊົນ ( ຄຸ້ມຈັດສັນໃໝ່ ) ຢູ່ບ້ານເມືອງມ່ວນ ໂດຍເປັນກຽດເຂົ້າຮ່ວມເປີດຂອງ […] -
ອົງການກາແດງລາວ ລົງມອບເຄື່ອງໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງບໍລິຄັນ
Posted on September 11, 2020 | No Commentsໃນຕອນບ່າຍຂອງວັນທີ 9 ກັນຍາ 2020 ຢູ່ສະໂມສອນຂອງບ້ານໂພນຂາມ ເມືອງບໍລິຄັນ ແຂວງບໍລິຄຳໄຊ ອົງການກາແດງລາວ ໄດ້ລົງມອບເຄື່ອງໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 3 ບ້ານ 74 ຄອບຄົວ ຢູ່ເມືອງບໍລິຄັນ, ນໍາພາທີມງານມອບເຄື່ອງໂດຍ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ […] -
ເຈົ້າເມືອງບໍລິຄັນ ລົງຢ້ຽມຢາມອ້າຍນ້ອງນາຍ ແລະ ພົນທະຫານກອງຮ້ອຍ 01
Posted on September 11, 2020 | No Commentsໃນວັນທີ 10 ກັນຍາ 2020 ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມ ໂອ້ລົມອ້າຍນ້ອງນາຍ ແລະ ພົນທະຫານກອງຮ້ອຍ 01 ກອງພັນ 615 ປະຈໍາຢູ່ຈຸດຂົວນໍ້າລາດ ຊາຍແດນເຊື່ອມຕໍ່ລະຫ່ວາງບ້ານແຄນຢ່ອງ ແລະ […] -
ຄອບຄົວການນໍາສູນກາງ ຮ່ວມກັບ ປະທານກອງທຶນ 1 ດວງໃຈ ມອບອຸປະກອນການຮຽນ ໃຫ້ 4 ໂຮງຮຽນປະຖົມເມືອງຄໍາເກີດ
Posted on September 11, 2020 | No Commentsໃນລະຫວ່າງວັນທີ 9-10 ກັນຍາ 2020 ທ່ານ ນາງ ສີມມາ ໂພສີຄຳ ພັນລະຍາຂອງ ທ່ານ ຈັນສີ ໂພສີຄໍາ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫລືອສັງຄົມ ພັນລະຍາຂອງທ່ານເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ […] -
ບໍລິຄຳໄຊ ເອົາໃຈໃສ່ສ້າງຄວາມສາມັກຄີ ແລະ ປົກປ້ອງສິດ ຂອງປະຊາຊົນບັນດາເຜົ່າ
Posted on September 11, 2020 | No Commentsແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ມີບົດບາດສຳຄັນໃນການໂຄສະນາສຶກສາອົບຮົມ, ປຸກລະດົມເຕົ້າໂຮມຄວາມສາມັກຄີປອງດອງ ຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ໃຫ້ເປັນປຶກແຜ່ນແໜ້ນໜາ, ໂຄສະນາເຜີຍແຜ່ແນວທາງນະໂຍບາຍ ແລະ ກົດໝາຍ, ປູກຈິດສໍານຶກນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກການອອກແຮງງານ ແລະ ເປັນຜູ້ສືບທອດມູນເຊື້ອອັນດີງາມຂອງຊາດ-ຂອງພັກ. ໃນໄລຍະ 5 ປີຜ່ານມາ […] -
3 ບໍລິສັດ ເຄືອຂ່າຍໂທລະຄົມ ສາຂາແຂວງບໍລິຄຳໄຊ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ 130 ລ້ານກ່ວາກີບ
Posted on September 11, 2020 | No Commentsເພື່ອເປັນການສ້າງຂະບວນການ ແລະ ຊຸກຍູ້ກອງປະຊຸມໃຫຍ່ ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ 7 ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ເປັນຂະບວນການຟົດຟື້ນ ມີຄວາມໝາຍສຳຄັນ, ຕອນເຊົ້າວັນທີ 10 ກັນຍາ 2020 ທີ່ຫ້ອງວ່າການປົກຄອງແຂວງ 3 ບໍລິສັດເຄືອຂ່າຍໂທລະຄົມ ສາຂາແຂວງບໍລິຄຳໄຊ ໄດ້ມອບເງິນ 130 ລ້ານກ່ວາກີບ […] -
ເລີ່ມຈາກດິນ 1 ໄຮ່ ໃຫ້ບົດຮຽນສູ່ການສ້າງລາຍຮັບ 300 ລ້ານກ່ວາກີບ/ປີ
Posted on September 10, 2020 | No Commentsຄົນເຮົາບໍ່ຂຶ້ນກັບບ່ອນເກີດຕົ້ນກຳເນີດ, ລະດັບການສຶກສາ ຫຼື ຖານະທາງດ້ານເສດຖະກິດ ຖ້າມີຄວາມດຸໝັ່ນຂະຫຍັນໝັ່ນພຽນ, ມານະອົດທົນ ກໍ່ສາມາດຜ່ານຜ່າອຸປະສັກ ນໍາພາຊີວິດຕົນເອງ ແລະ ຄອບຄົວດີຂຶ້ນໄດ້ ເຊັ່ນດຽວກັບ ສະຫາຍ ຄຳບິ່ງ ເພັງມີໄຊ ອາຍຸ 34 ປີ ຊາວໜຸ່ມຕົວແບບໃນການລ້ຽງປາ ຢູ່ບ້ານປາກປຶງ ເມືອງປາກຊັນ […] -
ບໍລິຄຳໄຊ ສຸມໃສ່ວຽກງານຂົງເຂດນິຕິບັນຍັດ ແລະ ຕຸລາການ ໃຫ້ມີຄວາມໂປ່ງໃສ ແລະ ຍຸຕິທຳ
Posted on September 10, 2020 | No Commentsຂົງເຂດນິຕິບັນຍັດ ແລະ ຂົງເຂດຕຸລາການ ມີບົດບາດສຳຄັນ ໃນການພັດທະນາເສດຖະກິດໃຫ້ມີການຂະຫຍາຍຕົວ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ພ້ອມດຽວກັນ ຍັງເຮັດໜ້າທີ່ຮັບປະກັນສິດທິ ແລະ ຜົນປະໂຫຍດຂອງພົນລະເມືອງ ໃຫ້ມີຄວາມເປັນເອກະພາບ ແລະ ຍຸຕິທຳ ໃນທົ່ວສັງຄົມ ຕາມແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ. ໃນໄລຍະ 5 […] -
ລາຍງານຄວາມຄືບໜ້າວຽກງານໂຄສະນາ-ຂະບວນການຕ້ອນຮັບກອງປະຊຸມໃຫຍ່
Posted on September 10, 2020 | No Commentsກອງປະຊຸມລາຍງານຄວາມຄືບໜ້າຂອງອະນຸກຳມະານໂຄສະນາ-ຂະບວນການ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ກັນຍາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ຫົວໜ້າອະນຸກຳມະການໂຄສະນາ-ຂະບວນການ ກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ 7, ມີຄະນະອະນຸກຳມະການໂຄສະນາ-ຂະບວນການ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມ […] -
3 ພາກສ່ວນ ຮ່ວມກັບກອງພັນໃຫຍ່ 642 ຊ່ວຍຊຸກຍູ້ອຸປະກອນການສຶກສາ
Posted on September 10, 2020 | No Commentsໃນຕອນບ່າຍວັນທີ 9 ກັນຍາ 2020 ນີ້, ຢູ່ທີ່ກອງພັນໃຫຍ່ 642 ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ມີ 3 ພາກສ່ວນເຂົ້າມອບອຸປະກອນການຮຽນ ເພື່ອປະກອບສ່ວນຊ່ວຍເຫລືອການສຶກສາ ໂດຍມີ ທ່ານ ແສງຈັນ ຄໍາປະເສີດ ຮອງຫົວໜ້າພະແນກສ່ວຍສາອາກອນແຂວງ, ທ່ານ ອຸທອນ […] -
ນ້ຳງຽບ 1 ມອບເຮືອລາດຕະເວນໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ
Posted on September 9, 2020 | No Commentsໃນຕອນບ່າຍຂອງວັນທີ 9 ກັນຍາ 2020 ບໍລິສັດໄຟຟ້ານ້ຳງຽບ 1 ໄດ້ນຳເອົາເຮືອອາລູມີນຽມໃໝ່ ຈຳນວນ 1 ລຳ ມາມອບໃຫ້ແກ່ພະແນກກະສິກຳ ແລະ ປ່າໄມ້ແຂວງ ຕາງໜ້າມອບໂດຍທ່ານນາງ ຄຳຫຼ້າ ພົນສະຫວັດດີ ຮອງຜູ້ອຳນວຍການບໍລິສັດໄຟຟ້ານ້ຳງຽບ 1 ແລະ ເປັນກຽດຮັບໂດຍທ່ານ […] -
ປາກກະດິງ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ
Posted on September 9, 2020 | No Commentsພິທີມອບ-ຮັບ ໃບຢັ້ງຢືນ 4 ບຸກ ຂອງຄະນະບໍລິຫານຊາວໜຸ່ມເມືອງປາກກະດິງ ໄດ້ຈັດຂຶ້ນໃນວັນທີ 8 ກັນຍາ 2020 ຢູ່ຫ້ອງປະຊຸມກຸ່ມເສດຖະກິດເມືອງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງມະນີ ໂຄດປັນຍາ ເລຂາ ຄຊໜ ແຂວງບໍລິຄຳໄຊ ແລະ ສະຫາຍ ຄໍາພັນ […] -
2 ກຸ່ມກະສິກຳ ແລກປ່ຽນຖອດຖອນບົດຮຽນ ເພື່ອການພັດທະນາ
Posted on September 9, 2020 | No Commentsໃນຕອນເຊົ້າວັນທີ 8 ກັນຍາ 2020 ກຸ່ມປູກພືດສະອາດ ແລະ ກຸ່ມຄຸ້ມຄອງສັດລ້ຽງ ບ້ານນາປ່າຫວ້ານ ໄດ້ໄປທັດສະນະແລກປ່ຽນບົດຮຽນ ກັບກຸ່ມພັດທະນາການກະເສດ ໜອງອໍ້-ນາແປ ເມືອງຄຳເກີດ ແຂວງບໍລິຄຳໄຊ ໂດຍການຮ່ວມທິມຂອງທ່ານ ເຂັມພອນ ປັນຍານຸວົງ ຫົວໜ້າຫ້ອງການ ຖະແຫຼງຂ່າວ, […] -
ບໍລິຄຳໄຊ ເຜີຍແຜ່ເອກະສານວຽກງານສະຫະພັນແມ່ຍິງ
Posted on September 9, 2020 | No Commentsພິທີເຜີຍແຜ່ເອກະສານກ່ຽວກັບວຽກງານສະຫະພັນແມ່ຍິງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 09 ກັນຍາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເຜີຍແຜ່ໂດຍທ່ານນາງ ຄຳປິວ ສີສົມບັດ ປະທານສະຫະພັນແມ່ຍິງແຂວງບໍລິຄຳໄຊ, ມີຄະນະບໍລິງານສະຫະພັນແມ່ຍິງແຂວງ, ປະທານສະຫະພັນແມ່ຍິງຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ. ໃນພິທີ ທ່ານປະທານໄດ້ຍົກໃຫ້ເຫັນບາງເນື້ອໃນທີ່ສຳຄັນຂອງກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວວ່າ: ເພື່ອຮັບປະກັນໃຫ້ມີຄຸນນະພາບ, ປະສິດທິພາບ, ການຈັດຕັ້ງມີຄວາມເຂັ້ມແຂງ, ສາມາດປະຕິບັດພາລະບົດບາດ, ສິດ, […] -
ການປູກເຂົ້ານາປີແບບໃໝ່ສາມາດເພີ່ມຜົນຜະລິດໄດ້ເປັນ 2 ເທົ່າ
Posted on September 9, 2020 | No Commentsໃນວັນທີ 8 ກັນຍາ 2020 ທ່ານ ສົມຫວັງ ແກ້ວວົງວິຈິດ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ພ້ອມດ້ວຍຄະນະ ໄດ້ລົງເບິ່ງການຜະລິດເຂົ້ານາປີຢູ່ເຂດບ້ານທົ່ງໃຫຍ່ ເມືອງປາກຊັນ ແຂວງບໍລິຄຳໄຊ ໃນການຜະລິດເຂົ້ານາປີແບບໃໝ່ ຂອງຄອບຄົວ ທ່ານ ຄໍາໝັ້ນ ຫຼວງລາດ ພະນັກງານ […] -
ກໍາມະບາານຮາກຖານບໍລິສັດ ສະຕາ ໂທລະຄົມ ແຂວງບໍລິຄໍາໄຊ ສະຫລຸບຜົນງານ 6 ເດືອນຕົ້ນປີ
Posted on September 9, 2020 | No Commentsຕອນເຊົ້າ ວັນທີ 08 ກັນຍາ 2020 ນີ້, ໜ່ວຍກໍາມະບານຮາກຖານບໍລິສັດ ສະຕາ ໂທລະຄົມ ສາຂາແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມສະຫຼຸບ ການເຄື່ອນໄຫວວຽກງານກໍາມະບານ ໄລຍະ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2020 […] -
33 ຫຼັງຄາເຮືອນ ບ້ານເມືອງມ່ວນ ຈະໄດ້ນຳໃຊ້ໄຟຟ້າໃນໄວໆນີ້
Posted on September 9, 2020 | No Commentsໃນວັນທີ 8 ກັນຍາ 2020 ຢູ່ຫ້ອງການບ້ານເມືອງມ່ວນ ເມືອງວຽງທອງ ອົງການຈັດຕັ້ງມະຫາຊົນພະແນກພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄຳໄຊ ໄດ້ເປີດຂະບວນການອອກແຮງງານລວມ ເຂົ້າຮ່ວມໂດຍ ທ່ານ ປອ ຄຳສິງ ສາຍພູວົງ ຄະນະພັກຮາກຖານ ຮອງຫົວໜ້າພະແນກ […] -
ການນຳເມືອງທ່າພະບາດ ຮ່ວມກັບບ້ານ ຊ່ວຍປຸກສ້າງເຮືອນໃຫ້ຄອບຄົວທຸກຍາກ
Posted on September 9, 2020 | No Commentsໃນວັນທີ 5 ກັນຍາ 2020 ຢູ່ທີ່ບ້ານໂພນສະຫວັນ ເມືອງທ່າພະບາດ ແຂວງບໍລິຄໍຳໄຊ ທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານ ແລະ ອຳນາດການປົກຄອງບ້ານ ຮ່ວມກັບປະຊາຊົນພາຍໃນບ້ານດັ່ງກ່າວພ້ອມກັນໄດ້ລົງມືປຸກສ້າງເຮືອນ 1 ຫຼັງໃຫ້ຄອບຄົວທີ່ຍັງບໍ່ພົ້ນທຸກ 1 ຄອບຄົວ. […] -
ການປູກຝັງ – ລ້ຽງສັດ ເຮັດໃຫ້ຊາວບ້ານໂພນຕານ ລຶບລ້າງຄວາມທຸກຍາກໄດ້
Posted on September 8, 2020 | No Commentsການປູກຝັງ – ລ້ຽງສັດ ແມ່ນກິດຈະວັດໜຶ່ງ ທີ່ສຶບທອດມາແຕ່ປູ່ຍ່າຕາຍາຍຂອງປະຊາຊົນລາວ, ຄົນລາວ ສ່ວນຫລາຍຍັງຕິດພັນກັບການທຳມາຫາກິນຕາມທຳມະຊາດ ອາໃສທຳມະຊາດ ແລະ ສ້າງຮັ່ງຄູນມີໂດຍນຳໃຊ້ເງື່ອນໄຂອຳນວຍສະດວກຂອງທຳມະ ຊາດ. ໂດຍປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງພັກ – ລັດວາງອອກ ເພື່ອເຮັດໃຫ້ຄອບຄົວມີການພັດທະນາດີຂື້ນໄປເລື້ອຍໆ ສາມາດລຶບລ້າງຄວາມທຸກຍາກໄດ້ນັ້ນ ຊາວບ້ານໂພນຕານ ເມືອງຄຳເກີດ ແຂວງບໍລິຄຳໄຊ […] -
2 ລໍ້ສ້າງຝັນຮ່ວມກັບຊາວໜຸ່ມແຂວງ ຊຸກຍູ້ວຽກພັດທະນາການສຶກສາ
Posted on September 8, 2020 | No Commentsໃນລະຫວ່າງວັນທີ 5-6 ກັນຍາ 2020 ຄະນະບໍລິຫານງານຊາວໜຸ່ມແຂວງ ນຳໂດຍສະຫາຍ ທອງມະນີ ໂຄດປັນຍາ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາ ຄຊໜ ແຂວງບໍລິຄຳໄຊ ຮ່ວມກັບອຳນາດການປົກຄອງບ້ານນ້ຳງຽບ ຄຸ້ມໂພນສີ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ສ້າງຂະບວນການອອກແຮງງານລວມ ເພື່ອປັບປຸງ, ປົວແປງ ໂຮງຮຽນປະຖົມສົມບູນໂພນສີ. […] -
ຖວທ 3 ແຂວງ ສຸມໃສ່ຈັດຕັ້ງປະຕິບັດການກຳນົດຕຳແໜ່ງງານ ໃຫ້ຖືກຕ້ອງ ແລະ ເໝາະສົມ
Posted on September 7, 2020 | No Commentsເພື່ອເຮັດໃຫ້ການກຳນົດຕຳແໜ່ງງານ ມີຄວາມເໝາະສົມ ແລະ ຖືກຕ້ອງຕາມຄວາມເປັນຈິງ ໃນວັນທີ 7 ກັນຍາ 2020 ຢູ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ກົມຈັດຕັ້ງ ແລະ ພະນັກງານ ໄດ້ລົງມາຕິດຕາມ, ຊຸກຍູ້ ແລະ ແນະນຳ ການຂຽນກຳນົດຕຳແໜ່ງງານ […] -
ປະກາດການແຕ່ງຕັ້ງຄະນະນຳກອງບັນຊາການທະຫານເມືອງທ່າພະບາດ
Posted on September 4, 2020 | No Commentsໃນວັນທີ 4 ກັນຍາ 2020 ຢູ່ກອງບັນຊາການທະຫານເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີ ປະກາດການຈັດຕັ້ງ ຂອງກອງບັນຊາການທະຫານເມືອງ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງ ທ່າພະບາດ, ທ່ານ ພັອ ຄຳສາຍ ພັນດານຸງວົງ ຫົວໜ້າການເມືອງ […] -
ຄຳເກີດ ຈັດອົບຮົມຄູ່ມືກ່ຽວກັບການຮັກສາສຸຂະພາບຂັ້ນບ້ານ
Posted on September 4, 2020 | No Commentsໃນຕອນເຊົ້າ ວັນທີ 4 ກັນຍາ 2020 ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດຊຸດອົບຮົມຄູ່ມືກ່ຽວກັບການຮັກສາສຸຂະພາບຂັ້ນບ້ານໃຫ້ແກ່ພະນັກງານໂຮງຫມໍນ້ອຍ ແລະ ອສບ ບ້ານທົ່ວເມືອງ ເປັນປະທານໂດຍ ດຣ ຄຳພອນ ແກ້ວມະນີວົງ ຄະນະຫ້ອງການສາທາລະນະສຸກເມືອງ, ໃຫ້ກຽດເຂົ້າຮ່ວມໂດຍ ດຣ ສອນໄຊ ປັນຍານຸວົງ […] -
ການປູກຜັກເຮືອນຮົ່ມສ້າງລາຍໄດ້ຢ່າງຫຼວງຫຼາຍໃຫ້ກັບປະຊາຊົນບ້ານນາຫາດ
Posted on September 4, 2020 | No Commentsຕາມການໃຫ້ສໍາພາດຂອງທ່ານ ອ່ອນນ້ອຍ ໄຊຍະສານ ເລຂາພັກບ້ານ ນາຍບ້ານນາຫາດ ຕໍ່ນັກຂ່າວໃນວັນທີ 2 ກັນຍາ ນີ້ວ່າ: ບ້ານນາຫາດ ເປັນບ້ານໜຶ່ງທີ່ນອນຢູ່ໃນກຸ່ມພັດທະນາໜອງອໍ້-ນາແປ ເມືອງຄໍາເກີດ ແຂວງບໍລິຄຳໄຊ ປະຊາຊົນສ່ວນໃຫຍ່ແມ່ນຢຶດຖືອາຊີບປູກຝັງລ້ຽງສັດເປັນຕົ້ນຕໍ ແລະ ຄ້າຂາຍ ເປັນສໍາຮອງ, ບ້ານນາຫາດ ມີ […] -
ເຊັນສັນຍາໂຄງການກໍ່ສ້າງໂຮງຮຽນ ມໍຕົ້ນ ແລະ ປະຖົມ ຢູ່ເມືອງວຽງທອງ
Posted on September 4, 2020 | No Commentsຕອນເຊົ້າຂອງວັນທີ 4 ກັນຍາ 2020 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງ ໂຮງຮຽນມັດທະຍົມຕົ້ນ 3 ຫຼັງ ແລະ ໂຮງຮຽນປະຖົມ 1 ຫຼັງ ຢູ່ເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ […] -
ບໍລິສັດ ຢູນິເທວ ເດີນໜ້າຊຸກຍູ້ອຸປະກອນ ເພື່ອຕ້ານພະຍາດ ໂຄວິດ-19
Posted on September 4, 2020 | No Commentsຕອນເຊົ້າ ວັນທີ 4 ກັນຍາ 2020 ນີ້, ບໍລິສັດ ສະຕາ ໂທລະຄົມ ສາຂາແຂວງບໍລິຄໍາໄຊ ສືບຕໍ່ອຸປະຖໍາມູນຄ່າໂທ ແລະ ອຸປະກອນການສື່ສານ ລວມມູນ 60 ລ້ານກີບ ໃຫ້ພະແນກສາທາລະນະສຸກ ແຂວງບໍລິຄໍາໄຊ ເພື່ອຮັບໃຊ້ເຂົ້າໃນວຽກງານຂອງພະແນກ, […] -
ຊາວໜຸຸ່ມໂຮງຮຽນການເມືອງ-ການປົກຄອງແຂວງ ໄດ້ຮັບນາມມະຍົດ ຊາວໜຸ່ມ 4 ບຸກ
Posted on September 4, 2020 | No Commentsໃນວັນທີ 4 ສິງຫາ 2020 ຢູ່ຫ້ອງປະຊຸມໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນ 4 ບຸກ ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ຂັນທະລີ ຈັນທະພອນ ເລຂາຊາວໜຸ່ມໜ່ວຍຮາກຖານໂຮງຮຽນການເມືອງ-ການປົກຄອງແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ […] -
ປກສ ແຂວງ ບໍລິຄໍາໄຊ ຈັດພິທີປະກາດການປະດັບຊັ້ນໃຫ້ນາຍຕໍາຫຼວດ
Posted on September 4, 2020 | No Commentsກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດຕັ້ງພິທີປະກາດການປະດັບຊັ້ນໃຫ້ນາຍຕໍາຫຼວດທົ່ວກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ຂຶ້ນຢ່າງເປັນທາງການ ໃນຕອນບ່າຍວັນທີ່ 01 ກັນຍາ 2020 ນີ້ ໂດຍການ ເປັນປະທານຂອງທ່ານ ພັນເອກ ກົງຈັນ ໄຊປັນຍາຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກຄະນະກອງບັນຊາການ […] -
ໄຊຈຳພອນ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ
Posted on September 4, 2020 | No Commentsໃນວັນທີ 3 ກັນຍາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຈຳພອນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນໍາໜ້າ 4 ບຸກ ຂຶ້ນ ເຂົ້າຮ່ວມໂດຍ ສະຫາຍ ໂກ່ ໄຊສົມບັດ ເລຂາພັກເມືອງ ເຈົ້າເມືອງໄຊຈຳພອນ ແລະ […] -
ຊາວໜຸ່ມຮ່ວມໃຈສ້າງໃບໜ້າໃໝ່ໃຫ້ເທດສະບານເມືອງປາກຊັນ
Posted on September 4, 2020 | No Commentsເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VII ໃຫ້ເປັນຂະບວນການຟົດຟື້ນ ໃນວັນທີ 3 ກັນຍາ 2020 ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ນໍາພາໂດຍສະຫາຍ ທອງມະນີ ໂຄດປັນຍາ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ໄດ້ນໍາພາສະມາຊິກຊາວໜຸ່ມ ຈາກຮາກຖານຊາວໜຸ່ມ […] -
ພະແນກ ຖວທ ແຂວງ ເຊື່ອມຊຶມເອກະສານສຳຄັນຂອງພັກ-ລັດ
Posted on September 3, 2020 | No Commentsໃນຕອນເຊົ້າຂອງວັນທີ 3 ກັນຍາ 2020 ພະແນກ ຖວທ ແຂວງ ໄດ້ຈັດພິທີເຜີຍແຜ່ເອກະສານສຳຄັນຕ່າງໆຂອງພັກ-ລັດ ຢູ່ຫ້ອງປະຊຸມຂອງຕົນ ໃຫ້ກຽດເຜີຍແຜ່ເອກະສານໂດຍທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມຮັບຟັງ. ທ່ານ […] -
ກອງປະຊຸມ ຊຸກຍູ້ເຄື່ອນໄຫວການຈັດຕັ້ງປະຕິບັດ ວຽກງານອຸດສາຫະກໍາ ແລະ ການຄ້າ ເມືອງທ່າພະບາດ
Posted on September 3, 2020 | No Commentsເພື່ອເປັນການຊຸກຍູ້ການເຄື່ອນໄຫວໜ້າທີ່ວຽກງານຂອງຫ້ອງການ ອຸດສາຫະກໍາ ແລະ ການຄ້າເມືອງ ໃຫ້ໄປຕາມພາລະບົດບາດ ຂອບເຂດສິດ ແລະ ໜ້າທີ່ຂອງຕົນ ຮັບປະກັນໃຫ້ສໍາເລັດໜ້າທີ່ ຂອງຂັ້ນເທິງມອບໝາຍ, ໃນວັນທີ 1 ກັນຍາ 2020 ຢູ່ຫ້ອງການສາທາລະນາສຸກ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຊຸກຍູ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານອຸດສາຫະກໍາ ແລະ ການຄ້າ […] -
ຄະນະນຳຂັ້ນເມືອງ ລົງຊຸກຍູ້ວຽກງານພັກຮາກຖານກຸ່ມທົ່ງແຄະ
Posted on September 3, 2020 | No Commentsເພື່ອເປັນການຊຸກຍູ້ ຄະນະພັກຮາກຖານ ກຸ່ມບ້ານທົ່ງແຄະ ເມືອງຄຳເກີດ ແຂວງບໍລິຄຳໄຊ ທີ່ເຄື່ອນໄຫວວຽກງານ, ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ທ່ານ ວິໄລ ສີສະມຸດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ພ້ອມຄະນະ ໄດ້ລົງພົບປະຄະນະພັກຮາກຖານກຸ່ມທົ່ງແຄະ ທີ່ສະໂມສອນບ້ານທົ່ງແຄະ ໃນວັນ […] -
ປກສ ເມືອງ ປາກກະດິງ ສະຫຼຸບວຽກງານຄຸ້ມຄອງສໍາມະໂນຄົວ
Posted on September 2, 2020 | No Commentsໃນຕອນເຊົ້າວັນທີ 1 ກັນຍາ 2020 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງປາກກະດິງ ໄດ້ຈັດກອງປະຊຸມສະຫລຸບວຽກງາານຄຸ້ມຄອງສຳມະໂນຄົວໂດຍ ປະຈຳ 6 ເດືອນຕົ້ນປີ 2020 ຂຶ້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ […] -
ພະແນກກະສິກໍາ ແລະ ປ່າໄມ້ແຂວງ ລົງຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າຢູ່ ເມືອງທ່າພະບາດ
Posted on September 2, 2020 | No Commentsໃນວັນທີ 1 ກັນຍາ 2020 ທ່ານ ຊາຍຄໍາ ກຸນນາວົງ ຮອງພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າໃຫ້ແກ່ 3 ບ້ານ ຄື: ບ້ານຫາດໄຊ, ບ້ານທ່າບົກ ແລະ ບ້ານປ່າໄລ ຢູ່ເມືອງທ່າພະບາດ […] -
ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ່ IV ຂອງສະຫະພັນນັກຮົບເກົ່າແຂວງ ບໍລິຄຳໄຊ
Posted on September 2, 2020 | No Commentsໃນຕອນເຊົ້າຂອງວັນທີ 1 ກັນຍາ ຢູ່ຫ້ອງປະຊຸມສຳນັກງານຫ້ອງວ່າການປົກຄອງ ເມືອງທ່າພະບາດ ໄດ້ຈັດເຜີຍແຜ່ ຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ່ IV ຂອງສະຫະພັນນັກຮົບເກົ່າແຂວງ ບໍລິຄຳໄຊ, ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 18 ປີ ( 09 ກັນຍາ 2002 […] -
ໂຮງຮຽນສາມັນກິນນອນຊົນເຜົ່າ ໄຂສົກຮຽນ 2020-21
Posted on September 2, 2020 | No Commentsວັນທີ 1 ກັນຍາ 2020 ໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ໄຂສົກຮຽນ 2020-2021 ຂື້ນ ພາຍໃຕ້ການເປັນປະທານຂອງ ທ່ານ ເຢີວື ຈົ່ງຕູ່ ວ່າການຜູ້ອຳນວຍການໂຮງຮຽນ, ມີບັນດາຄູອາຈານ, ສະມາຄົມພໍ່ແມ່ນັກຮຽນ ຕະຫລອດຮອດ ນ້ອງນັກຮຽນ ເຂົ້າຮ່ວມ. […] -
ດຳເນີນຊີວິດການເມືອງ ທ້າຍສະໄໝທີ VI ຄະນະບໍລິຫານງານພັກແຂວງບໍລິຄຳໄຊ
Posted on September 2, 2020 | No Commentsກອງປະຊຸມດຳເນີນຊີວິດການເມືອງ ທ້າຍສະໄໝທີ VI ຂອງຄະນະບໍລິຫານງານພັກແຂວງບໍລິຄຳໄຊ ໄດ້ໄຂຂຶ້ນໃນວັນທີ 2 ກັນຍາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ມີຄະນະຮັບຜິດຊອບຂັ້ນສູນກາງ ແລະ […] -
ໂຮງຮຽນ ມສ ວຽງທອງເປີດສົກຮຽນໃໝ່ສົກປີ 2020 – 2021
Posted on September 1, 2020 | No Commentsໃນຕອນເຊົ້າວັນທີ 1 ກັນຍາ 2020 ຢູ່ໂຮງຮຽນ ມສ ວຽງທອງ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ມີພິທີເປີດການຮຽນ- ການສອນສົກປີ 2020 – 2021 ຂື້ນ ໂດຍການເຂົ້າຮ່ວມພິທີຂອງທ່ານ ອາລຸນສັກ ປະທຳມະວົງ […] -
ພິທີເປີດຊອງປະມູນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ 2 ຫລັງ ແລະ ສ້ອມແປງ 1 ຫລັງ ທີ່ເມືອງຄໍາເກີດ
Posted on September 1, 2020 | No Commentsໃນຕອນເຊົ້າ ວັນທີ 1 ກັນຍາ 2020 ທີ່ຫ້ອງປະຊຸມຫ້ອງການສຶກສາທິການ – ກິລາເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ເປີດຊອງປະມູນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ 2 ຫລັງ ແລະ ສ້ອມແປງ 1 ຫລັງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ […] -
ປກສ ເມືອງ ທ່າພະບາດ ສະຫຼຸບວຽກງານຄຸ້ມຄອງສໍາມະໂນຄົວ 6 ເດືອນ ຕົ້ນປີ
Posted on September 1, 2020 | No Commentsກອງປະຊຸມສະຫຼຸບວຽກງານຄຸ້ມຄອງສໍາມະໂນຄົວ ແລະ ປກສ ກຸ່ມບ້ານ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2020 ຂອງກອງບັນຊາການ ປກສ ເມືອງທ່າພະບາດ ແຂວງ ບໍລິຄໍາໄຊ ໄດ້ ໄຂຂື້ນໃນຕອນເຊົ້າວັນທີ 28 ສິງຫາ […] -
ບໍລິຄຳໄຊ ສົ່ງມອບຜູ້ຖືກຫາກັບຄືນປະເທດ
Posted on September 1, 2020 | No Commentsຕອນເຊົ້າ ວັນທີ 31 ສິງຫາ 2020 ພະແນກຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງ ສົມທົບກັບ ດ່ານ ຕມ ສາກົນປາກຊັນ ແຂວງບໍລິຄໍາໄຊ ສປປ ລາວ ຈັດພິທີມອບ-ຮັບ ຜູ້ຖືກຫາ ຊື່ […] -
ຊາວໜຸ່ມເມືອງປາກຊັນ ໄດ້ຮັບນາມມະຍົດ ແລະ ທຸງໄຊນໍາໜ້າ 4 ບຸກ
Posted on September 1, 2020 | No Commentsໃນວັນທີ 31 ສິງຫາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງປາກຊັນ ໄດ້ຈັດພິທີມອບ-ຮັບໃບ ຢັ້ງຢືນ ແລະ ທຸງໄຊນໍາໜ້າ 4 ບຸກ ຂື້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມສຸກ ໄຊບຸນມີ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງປາກຊັນ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງມະນີ […] -
ເປີດທົດລອງນຳໃຊ້ແລ້ວ ຫ້ອງການບໍລິການເອກະສານຜ່ານປະຕູດຽວ ແຂວງບໍລິຄຳໄຊ
Posted on September 1, 2020 | No Commentsພິທີເປີດການທົດລອງນຳໃຊ້ຫ້ອງການບໍລິການເອກະສານຜ່ານປະຕູດຽວ ໄດ້ຈັດຂຶ້ນໃນວັນທີ 31 ສິງຫາ 2020 ຢູ່ຫ້ອງການບໍລິການເອກະສານຜ່ານປະຕູດຽວ ບ້ານໂພນໄຊ ເມືອງປາກຊັນ ແຂວງບໍລິະຄຳໄຊ ເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີການນຳຂອງແຂວງ, ຂອງເມືອງ, ຄະນະຫ້ອງການບໍລິການເອກະສານຜ່ານປະຕູດຽວ ແລະ ພາກສ່ວນກ່ຽວຂ້ອງ […]