2 ບ້ານເມືອງວຽງທອງ ຈັດປະຊຸມການຈັດສັນການນໍາໃຊ້ທີ່ດິນກະສິກໍາ-ປ່າໄມ້


ໃນວັນທີ 24 ກັນຍາ 2020 ຢູ່ຫ້ອງການບ້ານຫີນໂງ່ນ ເມືອງວຽງທອງ ແຂວງບໍລິຄໍາໄຊ ກອງຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າກະດິງ ໄດ້ຈັດກອງປະຊຸມປະເມີນເສດຖະກິດ-ສັງຄົມ ແລະ ການນໍາໃຊ້ທີ່ດິນກະສິກໍາ-ປ່າໄມ້ ເຂດບ້ານຫີນໂງ່ນ ແລະ ບ້ານນາດີ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ມີພະນັກງານອົງການອະນຸລັກສັດປ່າ, ກອງຄຸ້ມຄອງປ່າສະຫງວນແຫ່ງຊາດນໍ້າກະດິງ, ພະນັກງານຫ້ອງການທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງສອງບ້ານ ເຂົ້າຮ່ວມ.


ຈຸດປະສົງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອເກັບກໍາຂໍ້ມູນເສດຖະກິດ-ສັງຄົມ, ການນໍາໃຊ້ທີ່ດິນກະສິກໍາ-ປ່າໄມ້ ຂອງບ້ານຫີນໂງ່ນ ແລະ ບ້ານນາດີ, ເກັບກໍາຂໍ້ມູນແຜນທີ່ຂອບເຂດບ້ານ, ແຜນທີ່ການນໍາໃຊ້ທີ່ດິນກະສິກໍາ-ປ່າໄມ້ ພ້ອມທັງສ້າງບົດບັນທຶກເຂດແດນລະຫວ່າງບ້ານ ແລະ ຂອບເຂດປ່າສະຫງວນ ເພື່ອສະດວກໃນການຄຸ້ມຄອງ ແລະ ພັດທະນາ.

ພາຍຫລັງສິ້ນສຸດກອງປະຊຸມ ທິມງານກໍ່ຈະໄດ້ລົງເກັບກຳຂໍ້ມູນພາກສະໜາມ ເຊິ່ງຄາດວ່າຈະໃຊ້ເວລາ 10 ວັນຈຶ່ງຈະສໍາເລັດ.

About admin11