ການປູກຝັງ –ລ້ຽງສັດ ເຮັດໃຫ້ຊາວບ້ານນ້ຳທີ ລຶບລ້າງຄວາມທຸກຍາກໄດ້

       ການປູກຝັງ – ລ້ຽງສັດ ແມ່ນກິດຈະກຳໜຶ່ງ ທີ່ສືບທອດມາແຕ່ປູ່ຍ່າຕາຍາຍຂອງປະຊາຊົນລາວ, ຄົນລາວ ສ່ວນຫລາຍຍັງຕິດພັນກັບການທຳມາຫາກິນຕາມທຳມະຊາດ ອາໃສທຳມະຊາດ ແລະ ສ້າງຮັ່ງຄູນມີໂດຍນຳໃຊ້ເງື່ອນໄຂອຳນວຍສະດວກຂອງທຳມະຊາດ.
ໂດຍປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງພັກ –ລັດວາງອອກ ເພື່ອເຮັດໃຫ້ຄອບຄົວມີການພັດທະນາດີຂື້ນໄປເລື້ອຍໆ ສາມາດລຶບລ້າງຄວາມທຸກຍາກໄດ້ນັ້ນ ບ້ານນ້ຳທີ ເມືອງຄຳເກີດ ແຂວງບໍລິຄຳໄຊ ເປັນບ້ານໜຶ່ງ ທີ່ຕັ້ງລຽບສາຍທາງ 1E ທີ່ມີປະຊາຊົນເປັນເຜົ່າມົ້ງ ແລະ ເຜົ່າລາວ ຍຶດຖືອາຊີບປູກຝັງ – ລ້ຽງສັດ ເປັນພື້ນຖານຂອງເສດຖະກິດຄອບຄົວ.

      ທ່ານ ຫຼື ວ່າງ ຮອງນາຍບ້ານນ້ຳທີ ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 11 ກັນຍາ 2020 ວ່າ: ບ້ານນ້ຳທີ ປະກອບມີ 141 ຫຼັງຄາເຮືອນ 358 ຄອບຄົວ ພົນລະເມືອງ 1.593 ຄົນ ຍິງ 785 ຄົນ ປະຊາຊົນສ່ວນຫຼາຍຖືເອົາອາຊີບປູກຝັງ-ລ້ຽງສັດ ເປັນຕົ້ນຕໍ, ຄ້າຂາຍເປັນສຳຮອງ, ທົ່ວບ້ານມີເນື້ອທີ່ນາ 138 ເຮັກຕ່າ, ສະມັດທະພາບເຂົ້ານາປີສະເລ່ຍ 3,5 ໂຕ່ນ/ເຮັກຕ່າ, ສະເລ່ຍໃສ່ຫົວຄົນໄດ້ 350 ກິໂລ/ຄົນ/ປີ, ນອກຈາກເຮັດນາແລ້ວ ປະຊາຊົນຍັງໄດ້ປູກພືດອີກຈຳນວນໜື່ງ ໃນເນື້ອທີ່ 482 ເຮັກຕ່າ, ພືດທີ່ປູກຫຼາຍກ່ວາໜູ່ແມ່ນ ມັນຕົ້ນ ແລະ ພືດລົ້ມລຸກອີກຈຳນວນໜື່ງ, ນອກຈາກປູກຝັງແລ້ວ ປະຊາຊົນຍັງໄດ້ລ້ຽງສັດ ເປັນຕົ້ນແມ່ນ ຄວາຍ 36 ໂຕ, ງົວ 360 ກ່ວາໂຕ, ໜູ 40 ກ່ວາໂຕ ແລະ ສັດປີກ 9.900 ກ່ວາໂຕ ສະເລ່ຍລາຍຮັບ 4.494.664ກີບ/ຄົນ/ປີ, ບ້ານນ້ຳທີ ຖືກຮັບຮອງເປັນບ້ານວັດທະນະທຳ, ບ້ານພົ້ນທຸກ, ບ້ານປອດຄະດີ ແລະ ບ້ານພັດທະນາແລ້ວ.

 

About admin11