ຊໜ ມອບທຶນສົມທົບການສ້ອມແປງເຮືອນຄົວລວມ ໃຫ້ແກ່ ປກສ ແຂວງ

ເພື່ອເປັນການສ້າງສີ່ງເອື້ອອຳນວຍຄວາມສະດວກ ໃຫ້ແກ່ພະນັກງານນັກຮົບ ພາຍໃນກອງບັນຊາການ ປກສ ແຂວງ ໃນການຈັດຕັ້ງປະຕິບັດນ້າທີ່ວຽກງາານ ແລະ ໃຊ້ຊີວິດປະຈຳວັນ ໃນວັນທີ 17 ກັນຍາ 2020 ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ໄດ້ນຳເງິນສົດ ຈຳນວນ 5.000.000 ກີບ ໄປມອບໃຫ້ກອງບັນຊາການ ປກສ ແຂວງ ເພື່ອສົມທົບທຶນສ້ອມແປງຫ້ອງນ້ຳ ແລະ ເຮືອນຄົວລວມຂອງ ປກສ ແຂວງ ກ່າວມອບໂດຍ ທ່ານ  ທອງມະນີ ໂຄດປັນຍາ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ກ່າວຮັບໂດຍ ທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະ ແລະພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພີຍານ.

ການນຳທຶນມາສົມທົບ ເພື່ອສ້ອມແປງເຮືອນຄົວລວມ ແລະ ຫ້ອງນ້ຳ ໃນຄັ້ງນີ້ ນອກຈາກຈະເປັນການສ້າງສີ່ງເອື້ອອຳນວຍຄວາມສະດວກໃຫ້ແກ່ວຽກງານປ້ອງກັນຄວາມສະຫງົບແລ້ວ ຍັງເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ 7 ອີກດ້ວຍ.

About admins14