ປາກກະດິງ ກວດກາພົບສິນຄ້າເສື່ອມຄຸນຫລາຍລາຍການ


ວັນທີ 14 ກັນຍາ 2020 ນີ້ ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ຂັ້ນເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ລົງຕິດຕາມ-ກວດກາ ບັນດາຮ້ານຂາຍເຄື່ອງທີີເປັນເປົ້າຫມາຍ ຢູ່ພາຍໃນເມືອງ.

      ເພື່ອກວດກາຄຸນນະພາບອາຫານສຳເລັດຮູບ ແລະ ເຄີ່ງສຳເລັດຮູບ, ຮັບປະກັນໃຫ້ຜູ້ບໍລິໂພກມີຄວາມປອດໄພ, ໄດ້ຮັບຜົນປະໂຫຍດທັງຜູ້ຊື້ ແລະ ຜູ້ຂາຍ, ການກວດກາ ໄດ້ຈັດຕັ້ງປະຕິບັດຢູ່ບ້ານນ້ຳທອນ, ບ້ານຄອນສົງ, ບ້ານນາພົງ, ບ້ານຫ້ວຍເພັດ, ບ້ານຊ່ອນພັນໄຊ ແລະ ບ້ານຫ້ວຍໄຮ ໂດຍໄດ້ກວດຮ້ານຂາຍເຄື່ອງສົ່ງ ແລະ ຂາຍເຄ່ືອງຍ່ອຍ ຈຳນວນ 26 ຮ້ານ, ພົບສິນຄ້າເປັນເຄື່ອງບໍລິໂພກເຊື່ອມຄຸນຢູ່ 20 ຮ້ານ, ມີຈຳນວນຫຼາຍລາຍການ ໂດຍສະເພາະແມ່ນ: ເຂົ້າໜົມ, ເຄື່ອງດື່ມ, ນ້ຳອັດລົມ, ໝີ່ສຳເລັດຮູບ ແລະ ເຄື່ອງປຸງແຕ່ງອາຫານໃນຄົວເຮືອນອີກຈຳນວນໜຶ່ງ.

         ເຄື່ອງເສື່ອມຄຸນນະພາບ ( ໝົດອາຍຸໃຊ້ງານ ) ທີ່ຄະນະກວດພົບ ໄດ້ສຶກສາອົບຮົມຕັກເຕືອນຜູ້ປະກອບການ ພ້ອມເຮັດບົດບັນທຶກ ເພື່ອໃຫ້ເຈົ້າຂອງທຸລະກິດຮັບຮູ້-ເຂົ້າໃຈເຖິງແນວທາງນະໂຍບາຍ ແລະ ຍຸດທະສາດການຄຸ້ມຄອງຄວາມປອດໄພຂອງອາຫານ ແລະ ຢາ ໃນແຕ່ລະໄລຍະ ແລະ ໄດ້ອາຍັດສິນຄ້າເຄື່ອງບໍລິໂພກທີ່ໝົດອາຍຸເສື່ອມຄຸນໄວ້ ເພື່ອຈັດພິທີທຳລາຍຢ່າງເປັນທາງການ.

ການລົງກວດກາສິນຄ້າຄັ້ງນີ້ ຕາມແຜນການ ຈະດຳເດີນຮອດ ວັນທີ 18 ກັນຍາ 2020 ໃຫ້ສຳເລັດຕາມເປົ້າຫມາຍ.

About admin11