ການປູກຝັງ – ລ້ຽງສັດ ເຮັດໃຫ້ຊາວບ້ານໂພນຕານ ລຶບລ້າງຄວາມທຸກຍາກໄດ້

ການປູກຝັງ – ລ້ຽງສັດ ແມ່ນກິດຈະວັດໜຶ່ງ ທີ່ສຶບທອດມາແຕ່ປູ່ຍ່າຕາຍາຍຂອງປະຊາຊົນລາວ, ຄົນລາວ ສ່ວນຫລາຍຍັງຕິດພັນກັບການທຳມາຫາກິນຕາມທຳມະຊາດ ອາໃສທຳມະຊາດ ແລະ ສ້າງຮັ່ງຄູນມີໂດຍນຳໃຊ້ເງື່ອນໄຂອຳນວຍສະດວກຂອງທຳມະ ຊາດ.

ໂດຍປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງພັກ – ລັດວາງອອກ ເພື່ອເຮັດໃຫ້ຄອບຄົວມີການພັດທະນາດີຂື້ນໄປເລື້ອຍໆ ສາມາດລຶບລ້າງຄວາມທຸກຍາກໄດ້ນັ້ນ ຊາວບ້ານໂພນຕານ ເມືອງຄຳເກີດ ແຂວງບໍລິຄຳໄຊ ເປັນບ້ານໜຶ່ງ ທີ່ຕັ້ງລຽບສາຍທາງ 8A ທີ່ມີປະຊາຊົນເປັນເຜົ່າໂອ້ ຍຶດຖືອາຊີບປູກຝັງ – ລ້ຽງສັດ ເປັນພື້ນຖານຂອງເສດຖະກິດຄອບຄົວ.  ທ່ານ ອຳພອນເພັດ ໂສດມີໄຊ ຮອງນາຍບ້ານໂພນຕານ ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 7 ກັນຍາ 2020 ວ່າ: ບ້ານໂພນຕານ ປະກອບມີ 139 ຫຼັງຄາເຮືອນ 151 ຄອບຄົວ ພົນລະເມືອງ 818 ຄົນ ຍິງ 385 ຄົນ ປະຊາຊົນສ່ວນຫຼາຍຖືເອົາອາຊີບປູກຝັງ-ລ້ຽງສັດ ເປັນຕົ້ນຕໍ, ຄ້າຂາຍເປັນສຳຮອງ, ທົ່ວບ້ານມີເນື້ອທີ່ນາ 235 ເຮັກຕ່າ, ສະມັດທະພາບເຂົ້ານາປີສະເລ່ຍ 3 ໂຕ່ນ/ເຮັກຕ່າ, ສະເລ່ຍໃສ່ຫົວຄົນໄດ້ 300 ກິໄລ/ຄົນ/ປີ, ນອກຈາກເຮັດນາແລ້ວ ປະຊາຊົນຍັງໄດ້ປູກພືດອີກຈຳນວນໜື່ງ ໃນເນື້ອທີ່ 100 ກ່ວາເຮັກຕ່າ, ພືດທີ່ປູກຫຼາຍກ່ວາໜູ່ແມ່ນ ມັນຕົ້ນ, ແຍ້, ໜາກເພັດ, ໜາກເຂືອ ແລະ ພືດລົ້ມລຸກອີກຈຳນວນໜື່ງ, ນອກຈາກປູກຝັງແລ້ວ ປະຊາຊົນຍັງໄດ້ລ້ຽງສັດເປັນຕົ້ນແມ່ນ ງົວ 200 ກ່ວາໂຕ, ໜູ 20 ກ່ວາໂຕ ແລະ ສັດປີກ 1,000 ກ່ວາໂຕ ສະເລ່ຍລາຍຮັບ 1,200,000 ກ່ວາກີບ/ຄົນ/ປີ, ບ້ານໂພນຕານ ສາມາດຖືກຮັບຮອງເປັນບ້ານວັດທະນະທຳ, ບ້ານພົ້ນທຸກ, ບ້ານປອດຄະດີ ແລະ ບ້ານພັດທະນາແລ້ວ.

About admin11