ຄຳເກີດ ຈັດອົບຮົມຄູ່ມືກ່ຽວກັບການຮັກສາສຸຂະພາບຂັ້ນບ້ານ


ໃນຕອນເຊົ້າ ວັນທີ 4 ກັນຍາ 2020 ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດຊຸດອົບຮົມຄູ່ມືກ່ຽວກັບການຮັກສາສຸຂະພາບຂັ້ນບ້ານໃຫ້ແກ່ພະນັກງານໂຮງຫມໍນ້ອຍ ແລະ ອສບ ບ້ານທົ່ວເມືອງ ເປັນປະທານໂດຍ ດຣ ຄຳພອນ ແກ້ວມະນີວົງ ຄະນະຫ້ອງການສາທາລະນະສຸກເມືອງ, ໃຫ້ກຽດເຂົ້າຮ່ວມໂດຍ ດຣ ສອນໄຊ ປັນຍານຸວົງ ຫົວຫນ້າພະແນກສາທາລະນະສູກແຂວງ ມີພະນັກງານໂຮງຫມໍນ້ອຍ ແລະ ອສບ ບ້ານ ເຂົ້າຮ່ວມ.

ໃນການຝຶກອົບຮົມຄັ້ງນີ້ ພະນັກງານຫ້ອງການສາທາລະນະສຸກເມືອງ ໄດ້ພັດປ່ຽນກັນຂຶ້ນໃຫ້ຄວາມຮູ້ກ່ຽວກັບປຶ້ມຄູ່ມື ອສບ ແລະ ຮສຂ ເຊິ່ງມີຫົວຂໍ້ ຄື: ຄວາມຮູ້ທົ່ວໄປກ່ຽວກັບ ຊີວິດ ແລະ ສຸຂະພາບ, ການສົ່ງເສີມສຸຂະພາບແມ່ ແລະ ເດັກ, ການປະຕິບັດຂັ້ນພື້ນຖານຕໍ່ການເຈັບເປັນຍ້ອນບາງພະຍາດຕົ້ນຕໍ ແລະ ການສ້າງບ້ານສາທາລະນະສຸກແບບຢ່າງ. ພ້ອມນັ້ນ ຍັງໄດ້ເນັ້ນໃຫ້ ຄະນະຮັກສາສຸຂະພາບຂັ້ນບ້ານ ( ຮສຂ) ເອົາໃຈໃສ່ການຮັກສາສຸຂະພາບຂັ້ນຕົ້ນ ເພາະແມ່ນການຮັກສາສຸຂະພາບຂັ້ນພື້ນຖານ ທີ່ສຳຄັນ ແລະ ຈຳເປັນໃຫ້ແກ່ປະຊາຊົນ ທຸກຊົນຊາດຊົນເຜົ່າໃຫ້ທົ່ວເຖິງ ຈົນຮອດເຂດຫ່າງໃກສອກລີກ ວຽກງານ ຮສຂ ແມ່ນວຽກງານການຂະຫາຍຕາໜ່າງການບໍລິການສາທາລະນະສຸກເພື່ອໃຫ້ຄົນໃນຄອບຄົວ ແລະ ຊຸມຊົນສາມາດຊົມໃຊ້ຢ່າງທົ່ວເຖິງ, ມີສ່ວນຮ່ວມໃນການປະກອບສ່ວນດ້ານຈິດໃຈ, ວັດຖຸ, ແຮງງານ, ຫົວຄິດປະດິດສ້າງ ແລະ ການປົກປັກຮັກສາເພື່ອຄວາມຍືນຍົງ ໂດຍອີງໃສ່ຫຼັກການເພິ່ງຕົນເອງ ກຸ້ມຕົນເອງ.

 

About admin11