ເຈົ້າເມືອງບໍລິຄັນ ລົງຢ້ຽມຢາມອ້າຍນ້ອງນາຍ ແລະ ພົນທະຫານກອງຮ້ອຍ 01


ໃນວັນທີ 10 ກັນຍາ 2020  ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມ ໂອ້ລົມອ້າຍນ້ອງນາຍ ແລະ ພົນທະຫານກອງຮ້ອຍ 01 ກອງພັນ 615 ປະຈໍາຢູ່ຈຸດຂົວນໍ້າລາດ ຊາຍແດນເຊື່ອມຕໍ່ລະຫ່ວາງບ້ານແຄນຢ່ອງ ແລະ ບ້ານທ່າສີ ເມືອງບໍລິຄັນ ໂດຍການນໍາພາທາງ ຂອງທ່ານ ພັນໂທ ອີນວັນ ຜຸຍນິຍົມ ຫົວໜ້າການທະຫານກອງບັນຊາການທະຫານເມືອງ, ມີຄະນະພັກຄະນະບັນຊາກອງພັນ 615 ພ້ອມດ້ວຍອ້າຍນ້ອງນາຍ ແລະ ພົນທະຫານ ເຂົ້າຮ່ວມ.

             ທ່ານ ຮ້ອຍເອກ ບຸນຍ່ອມ ສີມບົວວົງ ຫົວໜ້າກອງຮ້ອຍ 01 ໄດ້ລາຍງານວ່າ ສະພາບການໃນຂອບເຂດຂອງຕົນຮັບຜິດຊອບ ແມ່ນມີຄວາມສະຫງົບປອດໄພດີຕະຫຼອດມາ ການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີແມ່ນສາມາດແກ້ໄຂໄດ້ທັນກັບສະພາບການ ແລະ ຖືກຕ້ອງຕາມລະບຽບກົດໝາຍ ອັນໄດ້ເຮັດໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອຽງທຸ່ນທ່ຽງ ພ້ອມກັນສ້າງສາພັດທະນາເສດຖະກິດຄອບຄົວ ໃຫ້ດີຂຶ້ນເປັນກ້າວໆ.

ຈຸດປະສົງທີ່ທ່ານເຈົ້າເມືອງ ພ້ອມດ້ອຍຄະນະ ລົງຢ້ຽມຢາມໃນຄັ້ງນີ້ ແມ່ນເປັນການລົງຕິດສະພາບການເຄື່ອນໄຫວຂອງກຸ່ມຄົນທີ່ບໍ່ຫວັງດີຢູ່ເຂດດັ່ງກ່າວ ແລະ ນໍາໄປປຶກສາຫາລືຢູ່ຂອງແກ້ໄຂຊິວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂື້ນແລະເພື່ອເປັນການປ້ອງກັນເວັນຍາມກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງບໍລິຄໍາໄຊທີ່ຈະໄຂຂື້ນໃນມໍ່ໆນີ້ ໃຫ້ມີຄວາມສະງົບປອດໄພ.

ທ່ານ ເຈົ້າເມືອງບໍລິຄັນ ກໍ່ໄດ້ໂອ້ລົມຕໍ່ອ້າຍນ້ອງທະຫານກອງຮ້ອຍ 1 ເຊິ່ງກ່ອນອຶ່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ກອງຮ້ອຍໄດ້ປະຕິບັດໜ້າທີ່ວຽກງານຂອງຕົນໄດ້ດີຕະຫຼອດມາ ເຮັດໃຫ້ພໍ່ແມ່ປະຊາຊົນມີຄວາມອູ່ນອຽງທູ່ນທຽ່ງ ເຊື່ອໜັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ ແລະ ທ່ານໄດ້ຮຽກຮ້ອງມາຍັງນາຍ ແລະ ພົນທະຫານປະຈຳກອງຮ້ອຍ ຈົ່ງຮັກສາຄວາມສາມັກຄີໃຫ້ເປັນປືກແຜ່ນແໜ້ນໜາ ຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ສືບຕໍ່ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ຂອບເຂດຂອງຕົນມີຄວາມສະຫງົບປອດໄພສູງ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນມີຄວາມສະດວກສະບາຍໃນການທຳມາຫາກິນ ແລະ ສ້າງສາພັດທະນາເສດຖະກິດຂອງຕົນ.

        ໃນໂອກາດນີ້ ທ່ານເຈົ້າເມືອງ ໄດ້ນໍາເອົາໜີ່ໄວໆ 1 ແກັດ, ນໍ້າດື່ມ ແລະ ປາກະປ໊ອງ ມອບໃຫ້ແກ່ຈຸດປ້ອງກັນດັ່ງກ່າວ ເພື່ອນຳໃຊ້ເຂົ້າໃນການບໍລິໂພກ.

About admin11