3 ພາກສ່ວນ ຮ່ວມກັບກອງພັນໃຫຍ່ 642 ຊ່ວຍຊຸກຍູ້ອຸປະກອນການສຶກສາ

ໃນຕອນບ່າຍວັນທີ 9 ກັນຍາ 2020 ນີ້, ຢູ່ທີ່ກອງພັນໃຫຍ່ 642 ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ມີ 3 ພາກສ່ວນເຂົ້າມອບອຸປະກອນການຮຽນ ເພື່ອປະກອບສ່ວນຊ່ວຍເຫລືອການສຶກສາ ໂດຍມີ ທ່ານ ແສງຈັນ ຄໍາປະເສີດ ຮອງຫົວໜ້າພະແນກສ່ວຍສາອາກອນແຂວງ, ທ່ານ ອຸທອນ ສິງຫາດວງປັນຍາ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແຂວງ ແລະ ຫ້ອງການສ່ວຍສາອາກອນເມືອງປາກຊັນ ພ້ອມດ້ວຍຄະນະ.

ດ້ວຍຄວາມເປັນຫ່ວງເປັນໄຍ ຕໍ່ກັບວຽກງານການສຶກສາຂອງນ້ອງໆໃນເຂດຊົນນະບົດ 3 ພາກສ່ວນດັ່ງກ່າວ ຈຶ່ງໄດ້ນໍາເຄື່ອງອຸປະກອນການຮຽນ ເປັນຕົ້ນແມ່ນ  ປື້ມຂຽນ, ບິກ, ສໍ, ໄມ້ບັນທັດ ແລະ ອື່ນໆ ລວມມູນຄ່າ 3.200.000 ກ່ວາກີບ ມາມອບສົມທົບ ກັບກອງພັນໃຫຍ່ 642 ເພື່ອຈະໄດ້ກະກຽມນໍາໄປມອບໃຫ້ນ້ອງນ້ອຍນັກຮຽນຢູ່ 3 ບ້ານ ຂອງເມືອງບໍລິຄັນ ຄື: ບ້ານແຄນຢ໋ອງ, ບ້ານທົ່ງພັນຄໍາ ແລະ ບ້ານໂພນມີໄຊ, ໃຫ້ກຽດກ່າວຮັບໂດຍ ທ່ານ ພັນເອກ ແສງທອງ ດວງວິໄລ ຫົວໜ້າການທະຫານ ກອງພັນໃຫຍ່ 642 ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວ ຄະນະນຳກອງພັນໃຫຍ່ ກໍ່ໄດ້ກ່າວຄໍາຂອບອົກຂອບໃຈບັນດາພະແນກການ, ຫ້ອງການ ທີ່ໄດ້ປະກອບສ່ວນຮ່ວມກັບກົມກອງ ໃນການຊຸກຍູ້ວຽກງານການສຶກສາ, ເຄື່ອງດັ່ງກ່າວນີ້ ກົມກອງພວກເຮົາຈະໄດ້ນໍາໄປມອບໃຫ້ນ້ອງນ້ອຍນັກຮຽນ ເພື່ອໃຫ້ເຂົາເຈົ້າໄດ້ໝູນໃຊ້ເຂົ້າໃນການຮຽນ ເພື່ອກາຍເປັນນັກພັດທະນາທີ່ດີຂອງຊາດໃນອະນາຄົດ.

About admin11