ນ້ຳງຽບ 1 ມອບເຮືອລາດຕະເວນໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ

ໃນຕອນບ່າຍຂອງວັນທີ 9 ກັນຍາ 2020 ບໍລິສັດໄຟຟ້ານ້ຳງຽບ 1 ໄດ້ນຳເອົາເຮືອອາລູມີນຽມໃໝ່ ຈຳນວນ 1 ລຳ ມາມອບໃຫ້ແກ່ພະແນກກະສິກຳ ແລະ ປ່າໄມ້ແຂວງ ຕາງໜ້າມອບໂດຍທ່ານນາງ ຄຳຫຼ້າ ພົນສະຫວັດດີ ຮອງຜູ້ອຳນວຍການບໍລິສັດໄຟຟ້ານ້ຳງຽບ 1 ແລະ ເປັນກຽດຮັບໂດຍທ່ານ ຊາຍຄຳ ກຸນນາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຊ້ອງໜ້າໂດຍພະນັກງານວິການທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ເຮືອທີ່ນຳມາມອບໃນຄັ້ງນີ້ ເປັນເຮືອອາລູມີນຽມ TVD-A ສີປອນ ຜະລິດໂດຍບໍລິສັດ Tan Vien Dong ສສ ຫວຽດນາມ ຂະໜາດ 5 x 1.60 m ພ້ອມດ້ວຍຈັກເຮືອ ME40HP ມີຄວາມແຮງ 40 ແຮງມ້າ ຜະລິດໂດຍບໍລິສັດ Mercury Marine ປະເທດຍີ່ປຸ່ນ ລວມມູນຄ່າທັງໝົດ 17.229 ໂດລາສະຫະລັດ.

ການມອບເຮືອຈັກໃຫ້ພະແນກກະສິກຳ – ປ່າໄມ້ແຂວງ ກໍ່ເພື່ອເອື້ອອຳນວຍຄວາມສະດວກ ເຂົ້າໃນການເຄື່ອນໄຫວວຽກງານລາດຕະເວັນ ກວດກາ ຄຸ້ມຄອງອ່າງຮັບນ້ຳ ແລະ ອ່າງເກັບນ້ຳ ໂຄງການເຂື່ອນໄຟຟ້ານ້ຳງຽບ 1.

About admins16