ບໍລິຄຳໄຊ ເຜີຍແຜ່ເອກະສານວຽກງານສະຫະພັນແມ່ຍິງ

ພິທີເຜີຍແຜ່ເອກະສານກ່ຽວກັບວຽກງານສະຫະພັນແມ່ຍິງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 09 ກັນຍາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເຜີຍແຜ່ໂດຍທ່ານນາງ ຄຳປິວ ສີສົມບັດ ປະທານສະຫະພັນແມ່ຍິງແຂວງບໍລິຄຳໄຊ, ມີຄະນະບໍລິງານສະຫະພັນແມ່ຍິງແຂວງ, ປະທານສະຫະພັນແມ່ຍິງຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ.

ໃນພິທີ ທ່ານປະທານໄດ້ຍົກໃຫ້ເຫັນບາງເນື້ອໃນທີ່ສຳຄັນຂອງກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວວ່າ: ເພື່ອຮັບປະກັນໃຫ້ມີຄຸນນະພາບ, ປະສິດທິພາບ, ການຈັດຕັ້ງມີຄວາມເຂັ້ມແຂງ, ສາມາດປະຕິບັດພາລະບົດບາດ, ສິດ, ໜ້າທີ່,  ພັນທະ ແລະ ຄວາມຮັບຜິດຊອບຂອງຕົນຢ່າງມີປະສິດທິຜົນ ແນໃສ່ພັດທະນາ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ສະຫະພັນແມ່ຍິງລາວ ມີສິດ ແລະ ໜ້າທີ່ຄົ້ນຄ້ວາ, ສ້າງແຜນຍຸດທະສາດກ່ຽວກັບການພັດທະນາການສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ ແລະ ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ສຶກສາອົບຮົມສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າໃຫ້ມີຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮັກກຽດສັກສີຂອງແມ່ຍິງລາວ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມຂອງຊາດ, ຂອງທ້ອງຖິ່ນ, ຂອງເຜົ່າ ແລະ ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ປຸກລະດົມແມ່ຍິງເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ມະຕິກອງປະຊຸມຂັ້ນຂອງຕົນ, ປັບປຸງ, ຂະຫຍາຍການຈັດຕັ້ງ, ສະມາຊິກສະຫະພັນແມ່ຍິງໃຫ້ກວມເອົາທຸກຂົງເຂດທັງພາກລັດ ແລະ ເອກະຊົນໃຫ້ໜັກແໜ້ນ, ເຂັ້ມແຂງ ທັງຮັບປະກັນດ້ານປະລິມານ ແລະ ຄຸນນະພາບ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກສະຫະພັນແມ່ນຍິງ ແລະ ແມ່ຍິງລາວບັນດາເຜົ່າຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ສະເໜີສະມາຊິກສະຫະພັນແມ່ຍິງທີ່ມີມາດຕະຖານເງື່ອນໄຂ ເຂົ້າໃນອົງການຈັດຕັ້ງມະຫາຊົນອື່ນ, ການຈັດຕັ້ງຕ່າງໆ ແລະ ບັນຈຸສັບຊ້ອນເຂົ້າໃນຕໍາແໜ່ງຄຸ້ມຄອງ, ນໍາພາແຕ່ລະຂັ້ນ, ປະກອບຄໍາເຫັນຕໍ່ແນວທາງນະໂຍບາຍ,ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ເປັນຕົ້ນບັນຫາທີ່ກ່ຽວພັນເຖິງແມ່ຍິງ ແລະ ເດັກນ້ອຍ, ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ຈາກນັ້ນ ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງປະທານສະຫະພັນແມ່ຍິງແຂວງ ເລກທີ 764/ສຍຂ ລົງວັນທີ 12 ສິງຫາ 2020 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ສະໄໝທີ VII, ພ້ອມທັງປຶກສາຫາລືກ່ຽວກັບການສ້າງຕັ້ງກອງທຶນຊ່ວຍເຫຼືອສະມາຊິກແມ່ຍິງເວລາເສຍຊີວິດ, ການສ້າງຕັ້ງສະມາຄົມນັກທຸລະກິດຍິງ ແລະ ການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VII.

About admins16