ເຜີຍແຜ່ ຄຳສັ່ງ ວ່າດ້ວຍການເພີ່ມທະວີການນຳພາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ


ໃນຕອນເຊົ້າຂອງວັນທີ 14 ກັນຍາ 2020 ຢູ່ທີ່ຫ້ອງປະຊຸມສຳນັກງານຫ້ອງວ່າການເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ຄຳສັ່ງ ວ່າດ້ວຍການເພີ່ມທະວີການນຳພາຊີ້ນຳ ຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ເຊິ່ງໃຫ້ກຽດເຜີຍແຜ່ ໂດຍທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງ ທ່າພະບາດ.


ສໍາລັບເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ແມ່ນ ຄໍາສັ່ງ ວ່າດ້ວຍການເພີ່ມທະວີການນໍາພາຊີ້ນໍາ ຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສະບັບເລກທີ 097/ ກມສພ, ລົງວັນທີ 18 ກຸມພາ 2020, ພັກ – ລັດ ເຮົາຍາມໃດ ກໍ່ຖືເອົາການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊົນ ເປັນວຽກຍຸດທະສາດສຳຄັນ ແລະ ໄດ້ຊີ້ນຳການຈັດຕັ້ງປະຕິບັດ ໂດຍສຸມທຶນຮອນເຂົ້າໃສ່ການພັດທະນາຢ່າງແທດເຖິງ, ຕໍ່ເນື່ອງ ສາມາດເຮັດໃຫ້ຊົນນະບົດຢູ່ປະເທດເຮົາ ໄດ້ມີໂສມໜ້າໃໜ່ ແລະ ມີການຫັນປ່ຽນດີຂື້ນເປັນກ້າວໆ, ເປັນຕົ້ນ ແມ່ນພື້ນຖານດ້ານເສດຖະກິດ – ສັງຄົມ ໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ພື້ນຖານໂຄງລ່າງດ້ານຄົມມະນາຄົມ ໄດ້ຮັບການປັບປຸງຍົກລະດັບສູງຂື້ນຢ່າງບໍ່ຢຸດຢັ້ງ.

ໃນຕອນທ້າຍພິທີ ຍັງໄດ້ທົບທວນຄືນແຈ້ງການ ຂອງທ່ານເຈົ້າເມືອງ ທ່າພະບາດ ວ່າດ້ວຍການເກັບກູ້ຈັກສະຕິ່ນ ສະບັບເລກທີ 400/ ມທບ, ລົງວັນທີ 24 ມີນາ 2020 ເຊິ່ງຜ່ານມາ ກໍ່ຖືວ່າ ການຈັດຕັ້ງປະຕິບັດ ແມ່ນໄດ້ຮັບຜົນດີພໍສົມຄວນ, ແຕ່ກໍ່ຕ້ອງໄດ້ສືບຕໍ່ດຳເນີນການເກັບກູ້ ແລະ ນຳມາທຳລາຍຖີ້ມ.

About admin11