ປາກກະດິງ ຕິດຕັ້ງ ແລະ ປັກປ້າຍ “ຫ້າມຖີ້ມຂີ້ເຫຍື້ອ” ຕາມຈຸດຕ່າງໆທີ່ມີຄວາມສ່ຽງ


ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກ ແຂວງບໍລິຄຳໄຊ ຄັ້ງທີ 7 ທີ່ຈະໄຂຂື້ນໃນມໍ່ໆນີ້ ໃຫ້ເປັນຂະບວນຟົດຟື້ນ ມີຄວາມໝາຍສຳຄັນ ທັງເປັນການສະແດງເຖີງນ້ຳໃຈຄວາມສາມັກຄີ ແລະ ຜົນງານທີ່ຍາດມາໄດ້ ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ໃນວັນທີ 18 ກັນຍາ 2020 ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງປາກກະດິງ ແຂວງບໍລິຄຳໄຊ ນຳພາໂດຍທ່ານ ເຄນທາ ພົມມະວົງ ຮອງຫົວຫນ້າຫ້ອງການ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕັ້ງປ້າຍ “ຫ້າມຖີ້ມຂີ້ເຫຍື້ອຊະຊາຍ” ຢູ່ຕະຫລາດບ້ານໂພນຈະເລີນ, ຕະຫລາດບ້ານທົ່ງນາມີີໂຊກມີໄຊ, ຕະຫລາດບ້ານວຽງຄຳ(ທາງແບ່ງຫລັກຊາວ) ແລະ ປັກປ້າຍຫ້າມຖີ້ມຂີ້ເຫຍື້ອ ຢູ່ຕາມຈຸດຕ່າງໆທີ່ມີຄວາມສ່ຽງຕາມແຄມທາງເລກທີ 13 ໄຕ້ ແຕ່ບ້ານແສນສຳລານ ຫາ ບ້ານນາລຽງ.

ຈຸດປະສົງຂອງການປັກ ແລະ ຕິດຕັ້ງປ້າຍໄວ້ຕາມຈຸດຕ່າງໆ ກໍ່ເພື່ອປູກຈິດສຳນຶກໃຫ້ພໍ່ແມ່ປະຊາຊົນ ມີຄວາມຕື່ນຕົວໃນການຮັກສາສິ່ງແວດລ້ອມໂດຍບໍ່ຖີ້ມຂີ້ເຫຍື້ອຊະຊາຍ.

ໃນການລົງເຄື່ອນໃຫວຄັ້ງນີ້ ຍັງໄດ້ແນະນຳໃຫ້ຜູ້ຈັດສັນຕະຫລາດເອົາໃຈໃສ່ຈັດສັນ ແລະ ແນະນຳ ພໍ່ຄ້າແມ່ຄ້າເກັບມ້ຽນຂີ້ເຫຍື້ອ ແລະ ຖີ້ມຂີ້ເຫຍື້ອໃຫ້ຖືກຕາມຫລັກການອະນາໄມ ເພີື່ອຮັກສາຄວາມສະອາດ ແລະ ສະພາບແວດລ້ອມໃຫ້ມີຄວາມສວຍສົດງົດງາມ.

About admin11