ປກສ ແຂວງ ຝຶກອົບຮົມ ວຽກງານດັບເພີງ ໃຫ້ ປກສ ເມືອງປາກຊັນ

 
ຕອນເຊົ້າ ວັນທີ 11 ກັນຍາ 2020 ນີ້ ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ບໍລິຄໍາໄຊ ໄດ້ສືບຕໍ່ລົງໂຄສະນາ, ຝຶກອົບຮົມ ວິທີສະກັດກັ້ນ ແລະ ຕ້ານອັກຄີໄພຢູ່ ກອງບັນຊາການ ປກສ ເມືອງ ປາກຊັນ ເພື່ອເປັນການເພີ່ມຄວາມຮູ້ໃນການນໍາໃຊ້ໄຟຈາກອາຍແກ໊ສ ແລະ ເພີ່ມທະວີມີສະຕິໃນການສະກັດກັ້ນ ຕ້ານອັກຄີໄພ ທີ່ອາດຈະເກີດຂື້ນ, ເຊີ່ງນໍາໂດຍ ທ່ານ ພັນຕີ ຄອນສະຫວັນ ຈະເລີນສຸກ ຮອງຫົວໜ້າພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ປກສ ແຂວງ.

 


ທ່ານ ພັນຕີ ຄອນສະຫວັນ ຈະເລີນສຸກ ໄດ້ບັນຍາຍວ່າ: ອັກຄີໄພ ເປັນສາເຫດ ທີ່ອາດສ້າງຜົນເສຍຫາຍທາງດ້ານຊັບສິນ, ສຸຂະພາບ ແລະ ຊີວິດມາໃຫ້ພໍ່ແມ່ປະຊາຊົນ, ສະນັ້ນ, ຍ້ອນເຫັນໄດ້ເຖິງຜົນເສຍຫາຍ ແລະ ໄພອັນຕະລາຍດັ່ງກ່າວ, ທາງພະແນກ ຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ຈື່ງລົງມາຝືກອົບຮົມວຽກງານ ສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ກອງບັນຊາການ ປກສ ເມືອງ ປາກຊັນໃນຄັ້ງນີ້ ກໍ່ເພື່ອໃຫ້ພະນັກງານວິຊາສະເພາະ ກໍ່ຄືພະນັກງານ-ນັກຮົບ ປກສ ເມືອງ ປາກຊັນ ໄດ້ນໍາເອົາຄວາມຮູ້ດັ່ງກ່າວ ໄປໝູນໃຊ້ເຂົ້າໃນການປົກປ້ອງສິດຜົນປະໂຫຍດ, ເພື່ອຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ພ້ອມທັງອະທິບາຍ ຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ, ວິທີປະຕິບັດເມື່ອເກີດອັກຄີໄພ, ການເອົາຕົວລອດຈາກອັກຄີໄພ-ໄຟໄໝ້, ການຊ່ວຍເຫຼືອຜູ້ເຄາະຮ້າຍອອກຈາກສະຖານທີ່ເກີດເຫດ, ວິທີການນຳໃຊ້ອຸປະກອນຂັ້ນພື້ນຖານ ໃນການດັບມອດໄຟໃນຂັ້ນເບື້ອງຕົ້ນ ເຊັ່ນ: ໃຊ້ຜົງເຄມີແຫ້ງ, ການນໍາໃຊ້ນໍ້າດັບໄຟ, ເຄມີໂຟມ, ທາດອາຍບໍ່ຕິດໄຟ ແລະ ອື່ນໆ. ອະທິບາຍເຖິງວິທີການກວດກາບັ້ງມອດໄຟ, ລະບົບສຽງສັນຍານເຕືອນໄພ ແລະ ລະບົບນ້ຳປະປາ ທີ່ຕິດຕັ້ງຕາມຈຸດຕ່າງໆໃຫ້ຢູ່ໃນສະພາບພ້ອມໃຊ້ງານຢູ່ສະເໝີ.

ຈາກນັ້ນ ກໍ່ໄດ້ມີການສາທິດ ການນຳໃຊ້ອຸປະກອນການມອດໄຟຂັ້ນພື້ນຖານ, ການຈຳລອງເວລາມີເຫດການໄຟໄໝ້ຈາກຖັງແກ໊ສ ໃຫ້ບັນດາຜູ້ເຂົ້າຮ່ວມຮັບຊົມ ແລະ ຈັດຕັ້ງລົງປະຕິບັດຕົວຈິງໃນການນຳໃຊ້ບັ້ງມອດໄຟ, ການມອດໄຟຈາກຖັງແກັສ, ການແກ້ໄຂສະກັດກັ້ນເຫດການໄຟໄໝ້ ຂັ້ນພື້ນຖານກ່ອນເຈົ້າໜ້າທີ່ດັບເພີງມາຊ່ວຍ, ວິທີການຊ່ວຍເຫຼືອຕົນເອງ ແລະ ຜູ້ເຄາະຮ້າຍ ອອກຈາກສະຖານທີ່ເກີດເຫດໄດ້ຢ່າງປອດໄພ.

About admin11