ບໍລິຄຳໄຊ ເຜີຍແຜ່ຄຳແນະນຳ 047/ຄປຈ ແລະ ມະຕິ 108/ກມສພ

 

ກອງປະຊຸມເຜີຍແຜ່ຄຳແນະນຳ ເລກທີ 047/ຄປຈ ລົງວັນທີ 27 ມີນາ 2020 ກ່ຽວກັບການສະຫຼອງວັນບຸນຕ່າງໆ ແລະ ປະຕິບັດບາງຮີດຄອງປະເພນີຂອງປະຊາຊົນລາວບັນດາຊົນເຜົ່າ ແລະ ມະຕິ ເລກທີ 108/ກມສພ ລົງວັນທີ 30 ເມສາ 2020 ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ກັນຍາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເຜີຍແຜ່ຂອງທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ, ມີຄະນະກຳມະການສູນກາງແນວລາວສ້າງຊາດ, ອພສ ແຂວງ, ແນວລາວສ້າງຊາດແຂວງ-ເມືອງ ແລະ ຮອງຫົວໜ້າຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ.

ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ຍົກໃຫ້ເຫັນເຖິງບັນດາເນື້ອໃນທີ່ສຳຄັນຂອງຄຳແນະນຳ ເລກທີ 047/ຄປຈ ວ່າ: ການດໍາລົງຊີວິດຂອງປະຊາຊົນລາວບັນດາຊົນເຜົ່າໃນທ້ອງຖິ່ນຕ່າງໆ ແມ່ນຕິດພັນກັບການປະຕິບັດວັດທະນະທໍາ ຮີດຄອງປະເພນີອັນດີງາມ ໂດຍສະເພາະແມ່ນວັນບຸນຕ່າງໆ ທີ່ຈັດຂຶ້ນເປັນໄລຍະ, ເວລາ, ມີເນື້ອໃນ ຮູບການ, ກິດຈະກໍາ ແລະ ວິທີການ ອັນແນ່ນອນ ການສະຫຼອງວັນບຸນແມ່ນແນໃສ່ປົກປັກຮັກສາ, ອະນຸລັກ ແລະ ສົ່ງເສີມກິດຈະກໍາທີ່ເປັນເອກະລັກວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຊົນເຜົ່າ ເຊັ່ນ: ກິດຈະກໍາພິທີກໍາຂອງບຸນ, ວິຖີຊີວິດ, ການນຸ່ງຖື, ສິລະປະການສະແດງ, ເດີນແບບອາພອນເພດຊົງຊົນເຜົ່າ, ການຂັບລໍາ, ນໍາໃຊ້ເຄື່ອງດົນຕີ: ສີຊ໌, ແຄນ, ປີ່, ຂູ່ຍ ແຂ່ງຂັນກິລາພື້ນບ້ານ ຈັດຕະຫຼາດວາງສະແດງ ແລະ ຂາຍຜົນຜະລິດກະສິກໍາ, ເຄື່ອງຫັດຖະກໍາ ແລະ ອື່ນໆ ໃຫ້ບັນດາຄອບຄົວຂອງຊົນເຜົ່າຕ່າງໆ ພາຍໃນບ້ານ ແລະ ບ້ານໃກ້ຄຽງ ຂຸດຄົ້ນນໍາໃຊ້ມູນເຊື້ອພູມປັນຍາ ແລະ ຄວາມເປັນເຈົ້າການພັດທະນາແກ້ໄຂຄວາມທຸກຍາກ, ສໍາລັບຊົນເຜົ່າມົ້ງ ມີວັນບຸນ ເອີ້ນວ່າ ບຸນເປ້ເຈົ້າ (ບຸນກິນຈຽງ) ຕາມພາສາຂອງຊົນເຜົ່າມົ້ງ, ນັບແຕ່ວັນ ອອກຄໍາແນະນໍາສະບັບນີ້ເປັນຕົ້ນໄປ ໃຫ້ມີຄວາມເປັນເອກະພາບໃນການຈັດ ບຸນນໍ່ເປ້ເຈົ້າ ໂດຍເລີ່ມຈາກການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃຫມ່ໃນຕອນແລງແຮມ 14 ຄ່ຳ ເດືອນຈຽງ (ເດືອນ 1) ປີ ພສ ກົງກັບເດືອນ ທັນວາ (ເດືອນ 12) ປີ ຄສ, ເວລາຈັດບຸນນໍ່ເປ້ເຈົ້າ ແມ່ນ 03 ວັນ ນັບແຕ່ວັນຂຶ້ນໃຫມ່ 1 ຄໍ່າ, 2 ຄໍ່າ ແລະ 3 ຄ່ຳ ຂອງເດືອນຍີ່ ( ເດືອນ 2 ). ສຳລັບການສ້າງຄອບຄົວໃໝ່ ແມ່ນເປັນກົດເກນຂອງສັງຄົມມະນຸດ ແຕ່ລະຊົນເຜົ່າມີຮູບແບບ ແລະ ວິທີການສ້າງຄອບຄົວໃໝ່ແຕກຕ່າງກັນ ເຖິງຢ່າງໃດ ກໍໃຫ້ປະຕິບັດກົດປະເພນີ ແລະ ສົ່ງເສີມວັດທະນະທໍາຮີດຄອງປະເພນີໃນ ການສ້າງຄອບຄົວໃຫມ່ທີ່ເປັນມູນເຊື້ອອັນດີງາມຂອງຕົນ ຕິດພັນກັບການປະຕິບັດບັນດາກົດໝາຍຂອງ ສປປ ລາວ ວາງອອກຢ່າງເຂັ້ມງວດ ແນໃສ່ຮັບປະກັນການສ້າງຄວາມສະເໝີພາບ, ຄວາມສາມັກຄີປອງດອງ, ການໃຫ້ຄວາມສໍາຄັນ ແລະ ສິດທິ ເທົ່າທຽມກັນ ລະຫວ່າງຊາຍ ແລະ ຍິງ ຢູ່ໃນຄອບຄົວ ແລະ ສັງຄົມ, ການເລືອກ ແລະ ສະໝັກໃຈເປັນຜົວເມຍ, ການປະກອບອາຊີບ ແລະ ອື່ນໆ. ການປະຕິບັດຄວາມເຊື່ອຖື ກໍ່ແມ່ນຄວາມຮຽກຮ້ອງຕ້ອງການທາງດ້ານຈິດໃຈ ແລະ ມະໂນທໍາຂອງປະຊາຊົນລາວບັນດາຊົນເຜົ່າ ມາເປັນເວລາຍາວນານເຖິງປັດຈຸບັນ ການປະຕິບັດຄວາມເຊື່ອຖືອັນໃດກໍລ້ວນແຕ່ແມ່ນສິ່ງທີ່ດີ ແຕ່ຈະຕ້ອງໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທໍາມະນູນ, ກົດຫມາຍ, ກົດລະບຽບ, ມີລັກສະນະວິທະຍາສາດ, ລັກສະນະມະຫາຊົນ ໂດຍສະເພາະແມ່ນວັດທະນະທໍາ ຮີດຄອງປະເພນີອັນດີງາມ ແລະ ບໍ່ສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ.

ພ້ອມນີ້ ຍັງໄດ້ເຜີຍແຜ່ ມະຕິ ເລກທີ 108/ກມສພ ລົງວັນທີ 30 ເມສາ 2020 ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ທັ້ງນີ້ ກໍ່ເພື່ອຮັບປະກັນໃຫ້ແກ່ການສືບຕໍ່ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການ ຂອງພັກເຮົາ ເຮັດໃຫ້ຈຸດໝາຍປະຊາຊົນຮັ່ງມີຜາສຸກ ປະເທດຊາດມັ່ງຄັ່ງເຂັ້ມແຂງ ສັງຄົມສາມັກຄີປອງດອງ ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ໃຫ້ປະກົດຜົນເປັນຈິງ.

About admins16