ຄອບຄົວການນໍາສູນກາງ ຮ່ວມກັບ ປະທານກອງທຶນ 1 ດວງໃຈ ມອບອຸປະກອນການຮຽນ ໃຫ້ 4 ໂຮງຮຽນປະຖົມເມືອງຄໍາເກີດ


ໃນລະຫວ່າງວັນທີ 9-10 ກັນຍາ 2020 ທ່ານ ນາງ ສີມມາ ໂພສີຄຳ ພັນລະຍາຂອງ ທ່ານ ຈັນສີ ໂພສີຄໍາ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫລືອສັງຄົມ ພັນລະຍາຂອງທ່ານເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ມາມອບເຄື່ອງອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ 4 ແຫ່ງ ໂດຍການນຳພາທາງຂອງທ່ານ ເພັດສະໄໝ ໃຊຍະທິຈັກ ເຈົ້າເມືອງຄໍາເກີດ ພ້ອມດ້ວຍຄອບຄົວການນໍາຂັ້ນເມືອງ.

       ການລົງມາມອບເຄື່ອງອຸປະກອນການຮຽນນີ້ ແມ່ນໄດ້ລົງມາມອບໃຫ້ແກ່ໂຮງຮຽນປະຖົມ 4 ແຫ່ງ ຄື: ໂຮງຮຽນປະຖົມບ້ານນາກະດົກ, ບ້ານວັງຜາ, ບ້ານນາເຮືອງ ແລະ ໂຮງຮຽນປະຖົມ ບ້ານຫລັກ 5 ໂດຍມີ ບິກ – ສໍ 320 ກ້ານ, ຄອມພິວເຕີຕັ້ງໂຕະ 4 ເຄື່ອງ, ເຈ້ຍເອ 4 ຈໍານວນ 14 ຕັບ, ປິ່ນເຕີ 2 ເຄື່ອງ, ປຶ້ມບັນທຶກ 10 ຫົວ, ປຶ້ມຂຽນ 100 ໜ້າ 5.000 ຫົວ ແລະ ອຸ ປະກອນກິລາຈໍານວນໜຶ່ງ ລວມມູນຄ່າທັງໝົດ 32.450.000 ກີບ, ໄດ້ແຈກຍາຍໃຫ້ໂຮງຮຽນປະຖົມນາກະດົກ 158 ນ້ອງ, ໂຮງຮຽນ ປະຖົມບ້ານ ວັງຜາ 181 ນ້ອງ, ໂຮງຮຽນ ປະຖົມບ້ານ ນາເຮືອງ 131 ນ້ອງ ແລະ ໂຮງຮຽນ ປະຖົມ ແລະ ມັດທະຍົມຕົ້ນ ບ້ານຫຼັກ 5 ມີ 350 ນ້ອງ, ກ່າວມອບໂດຍ ທ່ານນາງ ສີມມາ ໂພສີຄຳ ແລະ ກ່າວຮັບໂດຍ ອໍນວຍການໂຮງຮຽນແຕ່ລະໂຮງຮຽນ.

 

ພ້ອມນັ້ນ ທ່ານນາງ ສີມມາ ໂພສີຄຳກໍ່ຍັງໄດ້ໂອ້ລົມວ່າ: ໃຫ້ນັກຮຽນແຕ່ລະຄົນ ຈົ່ງຕັ້ງໃຈສຶກສາຮ່ຳຮຽນເອົາຄວາມຮູ້ນໍາຄູ – ອາຈານໃຫ້ຫຼາຍໆ ເປັນແບບຢ່າງທີ່ດີໃຫ້ແກ່ໝູ່ຄູ່ ເປັນນັກຮຽນທີ່ດີຂອງຄູ-ອາຈານ ເປັນລູກທີ່ດີຂອງພໍ່-ແມ່, ຮູ້ຈໍາແນກໄດ້ມິດ – ສັດຕູ, ໃຫ້ມີນໍ້າໃຈສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພາະເດັກນ້ອຍໃນມື້ນີ້ຄືຜູ້ໃຫຍ່ໃນມື້ໜ້າ.

About admin11