ອານຸກຳມະການໂຄສະນາ ແລະ ຂະບວນການ ຂັ້ນແຂວງ ລົງເຄື່ອນໄຫວຊີ້ນຳວຽກງານຂະບວນການ ຢູ່ເມືອງທ່າພະບາດ


ໃນຕອນບ່າຍຂອງວັນທີ 10 ກັນຍາ 2020 ນີ້ ທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ທັງເປັນປະທານອະນຸກຳມະການໂຄສະນາ ແລະ ຂະບວນການຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານຂະບວນການ ຢູ່ທີ່ເມືອງ ທ່າພະບາດ ເພື່ອສ້າງຂະບວນການໃຫ້ກັບການດຳເນີນກອງປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກ ແຂວງ ບໍລິຄຳໄຊ.


ຄະນະນຳຂັ້ນເມືອງ ໄດ້ລາຍງານ ການສ້າງຂະບວນການ ປະດັບປະດາ ອານາໄມເອຢ້ອງຢູ່ຕາມສຳນັກງານ-ອົງການ ສະຖານທີ່ສຳຄັນຕ່າງໆຂອງເມືອງ, ການພັດທະນາເສດຖະກິດ-ສັງຄົມ, ວຽກງານ ປກຊ-ປກສ ການປຸກລະດົມມວນຊົນພາຍໃນເມືອງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ ທັງນີ້ກໍ່ເພື່ອເຮັດໃຫ້ສະຖານທີສຳຄັນຂອງເມືອງ  ໃຫ້ມີຄວາມສະອາດງາມຕາ ມີຄວາມເປັນລະບຽບຮຽບຮ້ອຍ ສວຍສົດງົດງາມ ມີຄວາມພ້ອມໃນທຸກໆດ້ານໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກແຂວງ ບໍລິຄຳໄຊ ທີ່ຈະໄຂຂື້ນໃນມໍ່ໆນີ້ ໃຫ້ກາຍເປັນປາງບຸນໃຫຍ່ຂອງມວນຊົນລາວຊາວແຂວງບໍລິຄຳໄຊ ທຸກທົ່ວໜ້າໄດ້ມີຈິດໜຶ່ງໃຈດຽວ ແລະ ເປັນເຈົ້າການຮັບຜິດຊອບວຽກງານໃນດ້ານຕ່າງໆຮ່ວມກັນ.

       ໃນເວລາຕໍ່ມາ ທ່ານ ດວງຕາ ມໍລະຄາສຸກ ເຈົ້າເມືອງທ່າພະບາດ ພ້ອມດ້ວຍຄະນະ ຍັງໄດ້ເຊີນ ທ່ານ ວັນວິໄລ ແດນພູຫຼວງ ພ້ອມຄະນະ ລົງໄປຢ້ຽມຊົມເບີ່ງການລ້ຽງງົວທອມ ແລະ ການປູກພືດກະສິກຳເປັນສິນຄ້າຢູ່ພາຍໃນເມືອງທ່າພະບາດຕື່ມອີກ.

About admin11