ປະຊາສໍາພັນອອກໃບຕາດີນແບບເປັນລະບົບທີ່ບ້ານຫິນໂງ່ນ


ໃນວັນທີ 11 ກັນຍາ 2020 ຢູ່ທີ່ຫ້ອງການບ້ານຫິນໂງ່ນ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປະຊາສຳພັນອອກໃບຕາດີນແບບເປັນລະບົບ ໂດຍການເຂົ້າຮ່ວມຂອງທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ, ຫ້ອງການທີ່ກ່ຽວຂ້ອງ, ພະນັກງານວິຊາການ ແລະ ພໍ່, ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.


ກອງປະຊຸມ ໄດ້ຮັບຟັງການຜ່ານເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍທີ່ດິນ ເປັນຕົ້ນແມ່ນ ເນື້ອໃນກ່ຽວກັບກຳມະສິດທີ່ດິນ, ການຫ້າມຈັບຈອງທີ່ດິນ, ການຂື້ນທະບຽບທີ່ດີນ, ສິດ ແລະ ພັນທະຂອງຜູ້ໃຊ້ທີ່ດິນ, ພ້ອມນີ້ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ໄດ້ຮັບຟັງການຜ່ານເອກະສານສິດສະເໝີພາບຍີງຊາຍ ເຊັ່ນ: ສິດສະເໝີພາບຍີງ-ຊາຍ ທາງດ້ານການເມືອງ, ທາງດ້ານເສດຖະກິດ, ທາງດ້ານວັດທະນະທຳ, ທາງດ້ານຄອບຄົວ, ສາຍພົວພັນຜົວເມຍ ແລະ 11 ຂັ້ນຕອນຂອງການອອກໃບຕາດິນທີ່ຖືກຕ້ອງ.

             ທັງນີ້ ກໍ່ເພື່ອໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ສິດ ແລະ ພັນທະຂອງຕົນໃນການຈັບຈອງ, ການຄອບຄອງ ເພື່ອການນຳໃຊ້ທີ່ດິນ ທີ່ຖືກຕ້ອງ ແລະ ໃຫ້ເກີດປະໂຫຍດສູງສຸດ ຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ.

About admin11