ຊາວໜຸຸ່ມໂຮງຮຽນການເມືອງ-ການປົກຄອງແຂວງ ໄດ້ຮັບນາມມະຍົດ ຊາວໜຸ່ມ 4 ບຸກ

ໃນວັນທີ 4 ສິງຫາ 2020 ຢູ່ຫ້ອງປະຊຸມໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນ 4 ບຸກ ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ຂັນທະລີ ຈັນທະພອນ ເລຂາຊາວໜຸ່ມໜ່ວຍຮາກຖານໂຮງຮຽນການເມືອງ-ການປົກຄອງແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ແລະ ສະຫາຍ ຈົ່ງຊົ່ງ ຈົ່ງເຕັ່ງ ຄະນະພັກໂຮງຮຽນການເມືອງ-ການປົກຄອງ ມີຊາວໜຸ່ມຮຽກສ່ຽວອ້ອມຂ້າງ ພ້ອມດ້ວຍສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານບົດສະຫຼຸບ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຮາກຖານປີ 2019 ແລະ ທິດທາງແຜນການປີ 2020 ເຫັນວ່າ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ແລະ ຊາວໜຸ່ມໃນໜ່ວຍຮາກຖານ ສາມາດຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມວາງອອກ ເຊິ່ງສາມາດສະແດງອອກແຕ່ລະດ້ານ ດັ່ງນີ້: ດ້ານການເມືອງແນວຄິດສາມາດຕີລາຄາໄດ້ 97%, ດ້ານຝຶກຝົນຫຼໍ່ຫຼອມຮໍ່າຮຽນຕີລາຄາໄດ້ 95%, ດ້ານການຈັດຕັ້ງຕີລາຄາໄດ້ 95% ແລະ ດ້ານວິຊາຊີບສ້າງວຽກເຮັດງານທຳຕີລາຄາໄດ້ 91%.

ໂອກາດຽວກັນນີ້ ສະຫາຍ ທອງມະນີ ໂຄດປັນຍາ ກໍ່ໄດ້ໃຫ້ກຽດມອບໃບຢັ້ງຢືນ 4 ບຸກ ໃຫ້ຊາວໜຸ່ມໜ່ວຍຮາກຖານໂຮງຮຽນການເມືອງ-ການປົກຄອງ .

ພ້ອມດຽວກັນນັ້ນສະຫາຍເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຈົ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຮາກຖານປະຈຳປີ 2020 ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນ, ເຂັ້ມແຂງໃຫ້ແກ່ຄະນະພັກ ພ້ອມທັງເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

About admins14