ເປີດຂະບວນການແຂ່ງຂັນກິລາ ຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII

ພິທີເປີດງານແຂ່ງຂັນກິລາ ຊິງຂັນເຈົ້າແຂວງ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 14 ກັນຍາ 2020 ຢູ່ເດີ່ນບານເຕະເມືອງປາກຊັນ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າ, ຮອງຫົວໜ້າພະແນກການ, ຄະນະກຳມະການຈັດການແຂ່ງຂັນ ພ້ອມດ້ວຍນັກກິລາ ອ້ອມຂ້າງແຂວງ ເຂົ້າຮ່ວມ.

ທ່ານ ຄຳເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານແຂ່ງຂັນໃນຄັ້ງນີ້ວ່າ: ການແຂ່ງຂັນກິລາໃນຄັ້ງນີ້ມີທັງໝົດ 4 ປະເພດ ຄື: ກິລາເປຕັງ ລຸ່ນທົ່ວໄປ, ກິລາດອກປີກໄກ່ລຸ່ນທົ່ວໄປ ແລະ ອາວຸໂສການນຳ, ເຊິ່ງ 2 ປະເພດນີ ແມ່ນຈະຈົກສະຫຼາກແບ່ງສາຍ ແລະ ຂັນຂັນໃນວັນທີ 17 ກັນຍາ, ແຂ່ງຂັນເຕັ້ນເອວໂລບິດ ນັກຮຽນອະນຸບານ, ປະຖົມ ແລະ ມັດທະຍົມ ເລີ່ມແຕ່ວັນທີ 16 ກັນຍາ ແລະ ກິລາບານເຕະ ຟຸດຊໍ ລຸ່ນທົ່ວໄປ ເຊິ່ງໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 11 ກັນຍາ ເປັນຕົ້ນມາ ມີທີມເຂົ້າຮ່ວມທັງໝົດ 12 ທີມ ເປັນການແຂ່ງແບບຄັດອອກ (ເສຍແລ້ວຕົກຮອບ) ແຕ່ລະປະເພດແມ່ນຈະໄດ້ຊິງຊະນະເລີດ ແລະ ມອບລາງໃນວັນທີ 18 ກັນຍາ 2020 ນີ້.

ທັງນີ້ ກໍ່ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ຈະໄດ້ຈັເຂຶ້ນໃນມໍ່ໆນີ້ ໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນເລິກເຊິ່ງ.

About admins16