ຢາງພາລາ ພາຫຼາຍຄອບຄົວພົນທຸກ ເສດຖະກິດ ໄດ້ຮັບການພັດທະນາ

ການປູກຢາງພາລາ ໄດ້ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ແກ້ໄຂຄວາມທຸກຍາກ ແລະ ພັດທະນາເສດຖະກິດຂອງແຂວງບໍລິຄຳໄຊ ສະຫາຍ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ກັນຍາ 2020 ຢູ່ສະໂມສອນໃຫຍ່ແຂວງບໍລິຄຳໄຊ.

ຂະແໜງກະສິກຳ ມີພາລະບົດບາດສຳຄັນຫຼາຍ ຕໍ່ການແກ້ໄຂຄວາມທຸກຍາກ ແລະ ການພັດທະນາເສດຖະກິດຂອງແຂວງ, ໂຄງປະກອບເສດຖະກິດຂອງແຂວງບໍລິຄຳໄຊ ຂະແໜງກະສິກຳ ກວມເອົາ 26% ຂອງລວມຍອດຜະລິດຕະພັນພາຍໃນ. ການຈັດເກັບລາຍຮັບງົບປະມານໄດ້ຕາມແຜນໃນແຕ່ລະປີ ໄດ້ສຸມໃສ່ຊຸກຍູ້, ສົ່ງເສີມການຜະລິດກະສິກໍາ ເປັນຕົ້ນແມ່ນການປູກຝັງ, ການລ້ຽງສັດ, ໄມ້ອຸດສາຫະກໍາ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ສາມາດສ້າງລາຍຮັບໄດ້ 1.600 ຕື້ກວ່າກີບຕໍ່ປີ, ສິ່ງພົ້ນເດັ່ນແມ່ນການປູກຢາງພາລາ ປະຈຸບັນ ທົ່ວແຂວງມີເນື້ອທີ່ປູກຢາງພາລາ ທັງໝົດ 16.930 ເຮັກຕາ, ປາດເອົານໍ້າຢາງໄດ້ແລ້ວ 10.731 ເຮັກຕາ, ຜົນຜະລິດເປັນຢາງກ້ອນ 53.655 ໂຕ່ນ, ລາຄາສະເລ່ຍ 6.000 ກີບ/1ກິໂລ, ລວມມູນຄ່າທັງໝົດ 322 ຕື້ກວ່າກີບຕໍ່ປີ ໃນນີ້ ປູກແບບຄອບຄົວມີ 5.075 ຄອບຄົວ, ເນື້ອທີ່ 10.191 ເຮັກຕາ, ແບບສັນຍາຮ່ວມຂອງປະຊາຊົນກັບບໍລິສັດ 2+3 ມີ 2 ໂຄງການ ເນື້ອທີ່ 1.207 ເຮັກຕາ ແລະ ສໍາປະທານມີ 21 ໂຄງການ ເນື້ອທີ່ປູກ 5.532 ເຮັກຕາ.

ການຊື້-ຂາຍໄດ້ຈັດຕັ້ງເປັນກຸ່ມເກັບຊື້ 11 ຈຸດ, ມີລານຂາຍ 22 ລານ, ສົ່ງຂາຍໃຫ້ໂຮງງານຜະລິດຢາງກ້ອນ 7 ແຫ່ງ ແລະ ຈໍານວນໜຶ່ງກໍ່ສົ່ງເປັນຢາງກ້ອນອອກຕ່າງປະເທດ, ລາຄາຢາງ 5-6 ລ້ານກີບຕໍ່ໂຕ່ນ, ສາມາດສ້າງລາຍຮັບໃຫ້ແກ່ເຈົ້າຂອງສວນ ຫຼື ຜູ້ລົງທຶນ ປະມານ 30 ລ້ານກີບຕໍ່ເຮັກຕາຕໍ່ປີ ເຊິ່ງໄລຍະການສ້າງລາຍຮັບ ຂອງການປູກຢາງພາລາ ເລີ່ມແຕ່ຕົ້ນຢາງພາລາ ອາຍຸ 7 ປີ ຫາ 32 ປີ, ເມື່ອໝົດອາຍຸການປາດເອົານໍ້າຢາງແລ້ວ ຍັງສາມາດຂາຍເປັນສິນຄ້າໃຫ້ແກ່ໂຮງງານປຸງແຕ່ງໄມ້ ຜະລິດເປັນເຄື່ອງເຟີນິເຈີ, ຫີບຫໍ່ບັນຈຸສິນຄ້າໄດ້ອີກ ຂາຍໄດ້ 12 ລ້ານກີບຕໍ່ໜຶ່ງໄລ່. ນອກຈາກການປູກຢາງພາລາ ສ້າງລາຍຮັບໃຫ້ຜູ້ປູກ ແລະ ຜູ້ລົງທຶນແລ້ວ ຍັງສາມມາດສ້າງອາຊີບໃຫ້ຫຼາຍຄອບຄົວ ທີ່ມາຮັບຈ້າງປາດເອົານໍ້າຢາງ, ອະນາໄມສວນ 500.000-1.000.000 ກີບຕໍ່ເຮັກຕາຕໍ່ເດືອນ, ຄ່າແຮງານຮັບຈ້າງປາດນໍ້າຢາງ ແບ່ງຜົນປະໂຫຍດກັບເຈົ້າຂອງສວນ 40/60, ບາງສວນກໍ່ແມ່ນ 50/50 ຈາກການຂາຍຢາງ, ລາຍຮັບສະເລ່ຍ 13-15 ລ້ານກີບຕໍ່ເຮັກຕາຕໍ່ປີ. ພ້ອມດຽວກັນນີ້ ຢາງພາລາຍັງສ້າງລາຍຮັບໃຫ້ພາກລັດ ຈາກການເກັບຄ່າພັນທະຕ່າງໆ ສະເລ່ຍເປັນເງິນ 700-800 ລ້ານກວ່າກີບຕໍ່ປີ.

About admins14