ປູກແຍ້ ກໍ່ສາມາດສ້າງລາຍໄດ້ຢ່າງຫຼວງຫຼາຍໃຫ້ກັບຄອບຄົວ

       ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ – ລັດ ທີ່ຊຸກຍູ້ – ສົ່ງເສີມໃຫ້ປະຊາຊົນ ນຳໃຊ້ທ່າແຮງທາງດ້ານພື້ນທີ່ ແລະ ທຳມະຊາດ ເພື່ອດຳເນີນການສ້າງເສດຖະກິດຄອບຄົວ ເປັນຕົ້ນແມ່ນ ການປູກຝັງ – ລ້ຽງສັດ ເພາະວ່າ ປະຊາຊົນລາວມີມູນເຊື້ອດຸໝັ່ນຂະຫຍັນພຽນ ແລະ ຮັກການອອກແຮງງານ, ອີກຢ່າງ ພື້ນທີ່ທຳການປູກ ແມ່ນມີຫລາຍ ແລະ ກ້ວາງຂວາງພໍ ເພື່ອຈະນຳໃຊ້ເຂົ້າໃນການຜະລິດໃດໜຶ່ງ.

        ທ່ານ ຄຳໝັ້ນ ຫລ້າວັນນະສິດ ຄອບຄົວຕົວແບບ ໃນການປູກຝັງ ບ້ານສົບພວນ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ຍ້ອນເຫັນໄດ້ຄວາມອຸດົມສົມບຸນຂອງພື້ນທີ່ ແລະ ຄວາມມຸ່ງໝັ້ນຂອງຕົນເອງ ໂຄງການ WWF ໄດ້ສະໜອງເບ້ຍແຍ້ໃຫ້ປະຊາຊົນພາຍໃນບ້ານນຳໄປປູກ ໃນນັ້ນ ມີຄວາມຄົວຂອງຕົນເອງນຳ ໂດຍໄດ້ປູກໃນເນື້ອທີ່ 1,5 ເຮັກຕາ, ປູກມັນຕົ້ນ 2 ເຮັກຕາ, ຜ່ານການປະຕິບັດຕົວຈິງຜ່ານມາ ເຫັນວ່າ ໝາກຜົນທີ່ໄດ້ຮັບ ແມ່ນດີຫລາຍ.

        ນອກຈາກການປູກຝັງແລ້ວ ທ່ານ ຍັງໃຫ້ຮູ້ອີກວ່າ ຄອບຄົວຕົນເອງ ຍັງໄດ້ລ້ຽງງົວ 6 ໂຕ, ສັດປີກຈຳນວນໜຶ່ງ ໂດຍສະເລ່ຍແລ້ວ ປີໜຶ່ງໆ ສາມາດສ້າງລາຍຮັບໄດ້ ປະມານ 25 ລ້ານກ່ວາກີບ.

 

About admin11