ອົງການກາແດງລາວ ລົງມອບເຄື່ອງໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງບໍລິຄັນ

    
ໃນຕອນບ່າຍຂອງວັນທີ 9 ກັນຍາ 2020 ຢູ່ສະໂມສອນຂອງບ້ານໂພນຂາມ ເມືອງບໍລິຄັນ ແຂວງບໍລິຄຳໄຊ ອົງການກາແດງລາວ ໄດ້ລົງມອບເຄື່ອງໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 3 ບ້ານ 74 ຄອບຄົວ ຢູ່ເມືອງບໍລິຄັນ, ນໍາພາທີມງານມອບເຄື່ອງໂດຍ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ພ້ອມດ້ວຍຄະນະ ໂດຍໃຫຫ້ກຽດເຂົ້າຮ່ວມ ແລະ ພາທາງ ຂອງທ່ານ ໄມທອງ ແກ້ວວຽງຄໍາ ຮອງເຈົ້າເມືອງບໍລິຄັນ.

ທ່ານ ດຣ ກາວີພອນ ສຸດທິ ຫົວໜ້າກອງທຶນຊ່ວຍເຫຼືອບັນເທົາທຸກສູນກາງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຊ່ວຍເຫຼືອໃນໄລຍະຜ່ານມາ ວ່າ: ເຄ່ື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີເຄື່ອງບັນເທົາທຸກສຸກເສີນ ປະເພັດອາຫານແຫ້ງຄອບຄົວລະ 1 ຖົງ ພ້ອມດ້ວຍເຂົ້າສານ 12 ກິໂລ, ການມອບເຄື່ອງໃນຄັ້ງນີ້ ແມ່ນເປັນການຊົດເຊີຍປະຊາຊົນຊົນໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຜ່ານມາ ເຊີ່ງມີ 3 ບ້ານ ຄື: ບ້ານ ໂພນຂາມ 29 ຄົອບຄົວ, ບ້ານ ຫາດໂພ 42 ຄອບຄົວ ແລະ ບ້ານໂນນສົມບູນ 5 ຄອບຄົວ ລວມມູນຄ່າ 23 ລ້ານກ່ວາກີບ.

ສໍາລັບຫງົບປະມານດັ່ງກ່າວ ແມ່ນອົງການກາແດງລາວ ໄດ້ປຸກລະດົມຈາກບັນດາພາກສ່ວນຕ່າງໆຂັ້ນສູນກາງ ເພື່ອນໍາໄປມອບໃຫ້ບັນດາເມືອງ, ບ້ານທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຜ່ານມາ ເຮັດໃຫ້ພໍ່ແມ່ປະຊາຊົນໄດ້ມີກໍາລັງແຮງໃຈໃນການດໍາລົງຊີວີດປະຈໍາວັນດີຂື້ນ ພ້ອມກັນສ້າງສາເສດຖະກິດຄອບຄົວຂອງຕົນໃຫ້ຮັ່ງມີເຂັ້ມແຂງຂື້ນເປັນກ້າວໆ.

About admin11