ຊາວໜຸ່ມແຂວງ ຊ່ວຍສ້ອມແປງທາງເຂົ້າກອງພັນ 619 ສຳເລັດແລ້ວ

ພິທີມອບ-ຮັບການສ້ອມແປງເສັ້ນທາງເຂົ້າຫາກອງພັນ 619 ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ກອງບັນຊາການທະຫານແຂວງ ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2020 ຢູ່ກອງພັນ 619 ກອງບັນຊາການທະຫານແຂວງ ຕາງໜ້າຄະນະບໍລິຫານງານຊາວໜຸ່ມແຂວງ ກ່າວມອບໂດຍ ທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ແລະ ຕາງໜ້າກອງບັນຊາການທະຫານແຂວງ ກ່າວຮັບໂດຍ ທ່ານ ພັອ ຄໍາສາຍ ພັນດານຸວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໂດຍຊ້ອງໜ້າພະນັກງານທັງສອງຝ່າຍ, ຕາງໜ້າບໍລິສັດ ແກ້ວດາວອນກໍ່ສ້າງ ຈໍາກັດຜູ້ດຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເສັ້ນທາງເຂົ້າຄ້າຍກອງພັນ ແມ່ນມີຄວາມຍາວ 387 ແມັດ ເຊິ່ງໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ໃນການສ້ອມແປງ ຕັ້ງແຕ່ວັນທີ 12-13 ກັນຍາ 2020 ໃນນັ້ນ ມີການຖົມດິນ ປັບລະດັບທາງໃຫ້ສູງຂຶ້ນ ແລະ ເກດໃຫ້ລຽບພຽງ, ມາຮອດປະຈຸບັນ ແມ່ນສໍາເລັດແລ້ວ. ໂດຍພາຫະນະ ແລະ ເຄື່ອງມືກົນຈັກ ທີ່ໃຊ້ເຂົ້າໃນການສ້ອມແປງເສັ້ນທາງດັ່ງກ່າວ ແມ່ນໄດ້ຮັບການປະກອບສ່ວນຊ່ວຍເຫຼືອ ຈາກບໍລິສັດແກ້ວດາວອນ ກໍ່ສ້າງ ຈໍາກັດຜູ້ດຽວ ໂດຍມີມູນຄ່າໃນການສ້ອມແປງທັງໝົດ 20.000.000 ກີບ.

ທັງນີ້ກໍ່ເພື່ອເຮັດໃຫ້ການສັນຈອນໄປມາ ມີຄວາມສະດວກສະບາຍຂຶ້ນຕື່ມ, ທັງເປັນການປະກອບສ່ວນ ສ້າງກອງພັນວັດທະນະທໍາ, ພ້ອມດຽວກັນຍັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄໍາໄຊ ຄັ້ງທີ VII ທີ່ຈະມາເຖິງໃນມໍ່ໆນີ້ ແລະ ທັງເປັນການຂໍ່ານັບຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງບໍລິຄໍາໄຊ ຄັ້ງທີ VI ທີ່ສໍາເລັດລົງຫວ່າງບໍ່ດົນມານີ້.

About admins16