ໜ່ວຍຊາວໜຸ່ມຮາກຖານອົງການແນວລາວສ້າງຊາດແຂວງບໍລິຄຳໄຊ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ

ເພື່ອເປັນການຢັ້ງຢືນເຖິງຜົນງານການຈັດຕັ້ງປະຕິບັດວຽກງານ 4 ບຸກໃນໄລຍະຜ່ານມາ ໃນວັນທີ 17 ກັນຍາ 2020 ຢູ່ຫ້ອງປະຊຸມອົງການແນວລາວສ້າງຊາດແຂວງ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ 4 ບຸກໃຫ້ແກ່ຊາວໜຸ່ມໜ່ວຍຮາກຖານແນວລາວສ້າງຊາດ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ນາງ ເກດແກ້ວ ກົມມະແສງ ເລຂາໜ່ວຍພັກອົງການແນວລາວສ້າງຊາດແຂວງ, ມີແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ສະຫາຍ ນາງ ບຸນທະວີ ພະຄຸນທອງ ຮອງເລຂາຊາວໜຸ່ມໄດ້ຂື້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈຳປີ 2019 ເຫັນວ່າ ຜ່ານມາມີຫຼາຍຜົນງານພົ້ນເດັ່ນ ເປັນຕົ້ນ ສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານໄດ້ຕັ້ງໜ້າພັດທະນາ, ປັບປຸງຕົນເອງໃຫ້ມີຄວາມເຂັ້ມແຂງ ໂດຍຖືເອົາຂໍ້ແຂ່ງຂັນ 4 ບຸກຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະ, ໄດ້ສຸມທຸກກຳລັງແຮງເຂົ້າໃນການສ້າງຂະບວນການຢ່າງຝົດຝື້ນ ແລະ ຕໍ່ເນື່ອງ ຜ່ານການຈັດຕັ້ງປະຕິບັດ ສາມາດປະເມີນຜົນແຕ່ລະດ້ານ ດັ່ງນີ້: ດ້ານການເມືອງແນວຄິດ ຕີລາຄາໄດ້ 90%, ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ 95%, ດ້ານການຈັດຕັ້ງ 90% ແລະດ້ານວິຊາຊີບສ້າງວຽກເຮັດງານທຳ 90%. ຕໍ່ກັບຜົນງານດັ່ງກ່າວ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວແຂວງບໍລິຄຳໄຊ ຈຶ່ງໄດ້ມອບໃບຢັ້ງຢືນ 4 ບຸກໃຫ້ແກ່ຊາວໜຸ່ມໜ່ວຍຮາກຖານແນວລາວສ້າງຊາດ ເປັນກຽດມອບໂດຍສະຫາຍ ວັນນະສິນ ສອນວິໄລ ແລະ ຮັບໂດຍ ສະຫາຍ ນາງ ບຸນທະວີ ພະຄຸນທອງ.

ໃນພິທີອັນມີຄວາມໝາຍຄວາມສຳຄັນນີ້ ສະຫາຍຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງກ່ອນອຶ່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານການນຳພາ-ຊີ້ນຳ ຄະນະ ແລະ ສະມາຊິກຊາວໜຸ່ມ ທີ່ໄດ້ຕັ້ງໜ້າປະຕິບັດເນື້ອໃນຂໍ້ແຂ່ງຂັນ ພ້ອມກັນນັ້ນຍັງໄດ້ຮຽກຮ້ອງ ໃຫ້ສືບຕໍ່ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງ ແລະ ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ຖືເອົາຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ສອດຫ້ອຍເຂົ້າໃນການປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສຳເລັດ.

About admins14