ພິທີເປີດຊອງປະມູນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ 2 ຫລັງ ແລະ ສ້ອມແປງ 1 ຫລັງ ທີ່ເມືອງຄໍາເກີດ

ໃນຕອນເຊົ້າ ວັນທີ 1 ກັນຍາ 2020 ທີ່ຫ້ອງປະຊຸມຫ້ອງການສຶກສາທິການ – ກິລາເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ເປີດຊອງປະມູນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ 2 ຫລັງ ແລະ ສ້ອມແປງ 1 ຫລັງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ, ມີຄະນະກຳມະການຂັ້ນເມືອງ – ແຂວງ, ບັນດາບໍລິສັດ ທີ່ມີສ່ວນກັບການປະມູນ ເຂົ້າຮ່ວມ.


ການປະມູນໃນຄັ້ງນີ້ ແມ່ນມີບໍລິສັດຍື່ນຊອງປະມູນທັງໝົດ 29 ບໍລິສັດ ປະກອບມີ: ພູດທີ 1 ມີ 12 ບໍລິສັດ, ພູດທີ 2 ມີ 12 ບໍລິສັດ ແລະ ພູດທີ 3 ມີ 5 ບໍລິສັດ, ໃນນັ້ນ ກົມ-ກະຊວງ ຂາຍ 12 ບໍລິສັດ, ເມືອງ ຂາຍ 9 ບໍລິສັດ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ ຂາຍ 8 ບໍລິສັດ ພ້ອມນັ້ນ ຍັງໄດ້ແຈ້ງເງື່ອນໄຂຕາຕະລາງ 5 ສໍາລັບຜູ້ເຂົ້າປະມູນ; ຈາກນັ້ນ ທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ ກໍ່ໄດ້ໃຫ້ກຽດເປີດຊອງປະມູນຂອງໂຄງການດັ່ງກ່າວ ເຊິ່ງພູດທີ 1 ແມ່ນກໍ່ສ້າງໂຮງຮຽນປະຖົມບ້ານ ວັງກໍ່, ພູດທີ 2 ແມ່ນກໍ່ສ້າງໂຮງຮຽນປະຖົມບ້ານ ໂພນງາມ ແລະ ພູດທີ່ 3 ສ້ອມແປງໂຮງຮຽນປະຖົມບ້ານນາກະດົກ.

About admin11