ການປູກເຂົ້ານາປີແບບໃໝ່ສາມາດເພີ່ມຜົນຜະລິດໄດ້ເປັນ 2 ເທົ່າ

ໃນວັນທີ 8 ກັນຍາ 2020 ທ່ານ ສົມຫວັງ ແກ້ວວົງວິຈິດ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ພ້ອມດ້ວຍຄະນະ ໄດ້ລົງເບິ່ງການຜະລິດເຂົ້ານາປີຢູ່ເຂດບ້ານທົ່ງໃຫຍ່ ເມືອງປາກຊັນ ແຂວງບໍລິຄຳໄຊ ໃນການຜະລິດເຂົ້ານາປີແບບໃໝ່ ຂອງຄອບຄົວ ທ່ານ ຄໍາໝັ້ນ ຫຼວງລາດ ພະນັກງານ ຢູ່ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງ.

ທ່ານ ຄໍາໝັ້ນ ຫຼວງລາດ ໄດ້ລາຍງານວ່າ: ໄດ້ເລີ່ມທົດລອງປູກເຂົ້າ ປອດສານຜິດແບບກະສິກໍາອິນຊີ ໂດຍບໍ່ນໍາໃຊ້ຝຸ່ນເຄມີ ອາໃສຝຸ່ນທໍາມະຊາດເປັນຫຼັກ ແຕ່ປີ 2018 ເປັນຕົ້ນມາ ໃນເນື້ອທີ່ທັງໝົດ 23 ເຮັກຕາ ໃນນັ້ນ ນາດໍາ 3 ເຮັກຕາ ເຊີ່ງແນວພັນເຂົ້າທີ່ນໍາມາປູກ ແມ່ນແນວພັນເຂົ້າປັບປຸງ, ຂັ້ນຕອນໃນການປູກ ແມ່ນພາຍຫຼັງທີ່ເກັບກ່ຽວເຂົ້ານາປີສໍາເລັດແລ້ວ ຕ້ອງໄດ້ເລີ່ມລົງມືໄຖປົກຕໍເຟືອງປະໄວ້ ເພື່ອບົ່ມໃຫ້ເປັນຝຸ່ນ, ເມື່ອຮອດໃນໄລຍະເດືອນເມສາ ກໍ່ໄດ້ໄຖອີກເທື່ອໜຶ່ງ ເພື່ອກະກຽມປັກດໍານາປີຕໍ່ໄປ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າໄດ້ຮັບຜົນສໍາເລັດ ເພາະວ່າຜົນຜະລິດມີຄວາມແຕກຕ່າງກັນເຖິງ 2 ເທົ່າ ແຕ່ກ່ອນນາເກືອບ 3 ເຮັກຕາ ໄດ້ເຂົ້າພຽງແຕ່ 80 ເປົາ ເທົ່ານັ້ນ, ແຕ່ຫຼັງຈາກການທົດລອງໄຖປົກເຟືອງ ເປັນເວລາ 3 ປີຕິດຕໍ່ກັນ ໄດ້ເຂົ້າເພີ່ມຂຶ້ນເປັນ 160 ກ່ວາເປົາ.

ທ່ານ ຄໍາໝັ້ນ ຫຼວງລາດ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ ປີທຳອິດໄດ້ນໍາໃຊ້ທຶນຂອງຕົນເອງ 30 ລ້ານກ່ວາກີບ ເພື່ອທົດລອງເຮັດນາແບບໃໝ່ ເຫັນວ່າໄດ້ຮັບຜົນຜະລິດເປັນຢ່າງດີ ສະເລ່ຍ 3 ໂຕ່ນກ່ວາ/ເຮັກຕ່າ ແລະ ເມື່ອມາຫັກຄ່າສິ້ນເປືອງຕ່າງໆອອກແລ້ວ ໄດ້ກໍາໄລຈາກການຂາຍເຂົ້າ ປະມານ 100 ລ້ານກ່ວາກີບ. ສໍາລັບປີນີ້ ຈະໄດ້ໃຊ້ຕົ້ນທຶນໃນການຜະລິດ ປະມານ 48 ລ້ານກ່ວາກີບ ແລະ ຄາດວ່າຈະໄດ້ກຳໄລຈາກການຂາຍເຂົ້າ ປະມານ 300 ລ້ານກ່ວາກີບ.

About admins16