ພະແນກກະສິກໍາ ແລະ ປ່າໄມ້ແຂວງ ລົງຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າຢູ່ ເມືອງທ່າພະບາດ


ໃນວັນທີ 1 ກັນຍາ 2020 ທ່ານ ຊາຍຄໍາ ກຸນນາວົງ ຮອງພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ສົ່ງເສີມການຜະລິດກະສິກໍາເປັນສິນຄ້າໃຫ້ແກ່ 3 ບ້ານ ຄື: ບ້ານຫາດໄຊ, ບ້ານທ່າບົກ ແລະ ບ້ານປ່າໄລ ຢູ່ເມືອງທ່າພະບາດ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງທ່າພະບາດ.

ໃນໂອກາດດັ່ງກ່າວ ທ່ານ ຄໍາຂຽວ ແຫວນວົງສົດ ຜູ້ປະສານງານໂຄງການຂັ້ນແຂວງ ໄດ້ລາຍງານຄວາມເປັນມາຂອງໂຄງການຜະລິດກະສິກໍາເປັນສິນຄ້າໂດຍຫຍໍ້ ເຊິ່ງໂຄງການຜະລິດກະສິກໍາເປັນສິນຄ້າ ຢູ່ ສປປ ລາວ ເປັນໜຶ່ງໃນບັນດາໂຄງການບຸລິມາສິດໃນແຂວງບໍລິຄໍາໄຊ ທີ່ນອນຢູ່ໃນແຜນການຮ່ວມມື ລະຫວ່າງລັດຖະບານ ແລະ ທະນາຄານໂລກ ໃນແຜນງານການຄໍ້າປະກັນສະບຽງ ແລະ ຜະລິດເປັນສິນຄ້າລະດັບຊາດ, ໄລຍະການຈັດຕັ້ງປະຕິບັດໂຄງການເລີ່ມແຕ່ປີ 2018 ຫາປີ 2024 ຈຸດປະສົງຂອງໂຄງການແມ່ນເພື່ອເພີ່ມຄວາມອາດສາມາດໃນການແຂ່ງຂັນຂອງໂຕ່ງໂສ້ມູນຄ່າກະສິກໍາໃນພື້ນທີ່ໂຄງການທີ່ປະເມີນຄວາມສໍາເລັດຂອງໂຄງການດ້ວຍ 3 ຕົວຊີ້ວັດຜົນໄດ້ຮັບ ຄື: ປ່ຽນແປງຜົນຜະລິດຈາກພື້ນທີ່ດິນກະສິກໍາຂອງຊາວກະສິກອນໃນພື້ນທີ່ເປົ້າໝາຍ, ເພີ່ມຍອດຂາຍຜົນຜະລິດໃນເຂດເປົ້າໝາຍ ສົ່ງເສີມບົດບາດຂອງແມ່ຍິງ ແລະ ສົ່ງເສີມໃຫ້ແມ່ຍິງເປັນຜູ້ນໍາໃນຄອບຄົວ, ເພີ່ມປະສິດທິພາບໃນການສີເຂົ້າ ທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ.

ພ້ອມກັນນັ້ນ ກອງປະຊຸມໄດ້ປຶກສາຫາລື ຢ່າງກົງໄປກົງມາ ແລະ ຖາມຄໍາຄິດຄໍາເຫັນຂອງພໍ່ແມ່ປະຊາຊົນ ໃນການສ້າງຕັ້ງກຸ່ມຜະລິດເຂົ້າເປັນສິນຄ້າຂອງຊາວກະສິກອນ ແລະ ໂອກາດດັ່ງກ່າວ ຄະນະ ກໍ່ໄດ້ລົງຕິດຕາມເບິ່ງປະຊາຊົນປູກຜັກສະອາດໃນເຮືອນຮົ່ມ ຢູ່ບ້ານຜ່າໂປງ.

About admin11