33 ຫຼັງຄາເຮືອນ ບ້ານເມືອງມ່ວນ ຈະໄດ້ນຳໃຊ້ໄຟຟ້າໃນໄວໆນີ້

ໃນວັນທີ 8 ກັນຍາ 2020 ຢູ່ຫ້ອງການບ້ານເມືອງມ່ວນ ເມືອງວຽງທອງ ອົງການຈັດຕັ້ງມະຫາຊົນພະແນກພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄຳໄຊ ໄດ້ເປີດຂະບວນການອອກແຮງງານລວມ ເຂົ້າຮ່ວມໂດຍ ທ່ານ ປອ ຄຳສິງ ສາຍພູວົງ ຄະນະພັກຮາກຖານ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ແລະ ທ່ານ ແສງສຸລິຈັນ ສິດໄຊຍະສານ ຮອງຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄຳໄຊ ມີອຳນາດການປົກຄອງເມືອງ, ບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ຂະບວນການສ້າງຕາຂ່າຍໄຟຟ້າ, ຕິດຕັ້ງໜໍ້ແປງ ແລະ ຕິດຕັ້ງໄຟຟ້າໃນອາຄານໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າຕົກນໍ້າເທີນ 1 ຍົກຍ້າຍມາຢູ່ເຂດບ້ານເມືອງມ່ວນ ຈຳນວນ 33 ຫຼັງຄາເຮືອນ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 4 ກັນຍາ 2020 ໃນນັ້ນບັນດາໜ້າວຽກປະກອບມີ ສ້າງຕາຂ່າຍ 0,4 ກິໂລໂວນມີຄວາມຍາວ 1.700 ແມັດ, ຕິດຕັ້ງໝໍ້ແປງ 50 ກິໂລວັດອໍາແປ ແລະ ຕິດຕັ້ງໄຟຟ້າເຂົ້າໃນອາຄານເຮືອນຂອງປະຊາຊົນ ລວມມູນຄ່າທັງໝົດ 246.014.500 ລ້ານກີບ, ໃນນັ້ນປະຊາຊົນປະກອບສ່ວນ 144.500.000 ກີບ, ລັດວິສາຫະກິດໄຟຟ້າລາວສາຂາແຂວງ ບໍລິຄຳໄຊສະໜອງອຸປະກອນມູນຄ່າ 71.514.500 ກີບ ແລະ ມູນຄ່າແຮງງານຕິດຕັ້ງປະມານ 30.000.000 ກີບ, ຄາດວ່າຈະໃຫ້ສຳເລັດ ສາມາດເປີດນຳໃຊ້ໃນວັນທີ 11 ກັນຍາ 2020 ນີ້.

ທ່ານ ປອ ຄຳສິງ ສາຍພູວົງ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງ ບໍລິຄຳໄຊ ຕາງໜ້າອົງການຈັດຕັ້ງມະຫາຊົນຂົງເຂດພະລັງງານ ແລະ ບໍ່ແຮ່ ຍັງໄດ້ໃຫ້ຮູ້ອີກວ່າ ການສ້າງຂະບວນການໃນຄັ້ງນີ້ ຈຸດປະສົງຫຼັກກໍ່ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ບໍລິຄຳໄຊ ຄັ້ງທີ 7 ທີ່ຈະໄຂຂື້ນໃນມໍ່ໆນີ້ ໃຫ້ເປັນຂະບວນຟົດຟື້ນ, ນອກນັ້ນຍັງເປັນການຮັກສາ ສະຖີຕິອັດຕາການຊົມໃຊ້ໄຟ້ຟ້າໃນຄົວເຮືອນໃນທົ່ວແຂວງ 95,58 ສ່ວນຮ້ອຍຕື່ມອີກ.

About admins14