ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງຈຸດສູມໃຈກາງທີ່ບ້ານ ນາໂທ


ໃນວັນທີ 29 ກັນຍາ 2020 ທີ່ຫ້ອງການບ້ານ ນາໂທ ເມືອງ ວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ປິດສະຫລຸບວຽກງານກໍ່ສ້າງຮາກຖານການເມືອງຈຸດສູມໃຈກາງທີ່ບ້ານ ນາໂທ ຂື້ນ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ, ມີຫົວໜ້າ, ຮອງຫົວໜ້າກອງບັນຊາການ ປກສ-ປກຊ, ພະນັກງານຮາກຖານ, ແຂກຖືກເຊີນ ແລະ ອຳນາດການປົກຄອງບ້ານ, ພໍ່, ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ທ່ານ ພັນຕີ ສັກສັນຍາ ໄຊຍະສິດ ຫົວໜ້າພະແນກສັນຕິບານ, ຫົວໜ້າຄະນະທີມງານກໍ່ສ້າງຮາກຖານເຂດຈຸດສຸມໃຈກາງບ້ານ ນາໂທ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຈຸດສຸມເຂດໃຈກາງ ໃນໄລຍະ 3 ເດືອນຜ່ານມາ ວ່າ: ບ້ານ ນາໂທ ມີ 230 ຫຼັງຄາເຮືອນ ມີ 325 ຄອບຄົວ ມີພົນລະເມືອງ 1.644 ຄົນ ຍິງ 825 ຄົນມີ 3 ເຜົ່າຊົນ ຄື: ເຜົ່າລາວລຸ່ມ, ເຜົ່າຜ້ອງ ແລະ ເຜົ່າມົ້ງ,  ຜ່ານມາຄະນະທີມງານຮາກຖານໄດ້ເອົາໃຈໃສ່ເຜີຍແຜ່ເຊື່ອມຊຶມແນວທາງ, ມະຕິ, ຄຳສັ່ງ, ດຳລັດ  ແລະ ລະບຽບກົດໝາຍຕ່າງໆ ທີ່ຕິດພັນກັບບັນຫາທີ່ເກີດຂຶ້ນຢູ່ພາຍໃນບ້ານ, ໄດ້ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂື້ນ ເປັນຕົ້ນແມ່ນ ກໍລະນີ ພົວພັນບັນຫາຢາເສບຕິດ, ນັກເລງອັນຕະພານ, ປະຊາຊົນຍ້າຍຖີ່ນຖານບໍ່ຖືກຕ້ອງ, ຂີ້ລັກງັດແງະ, ຖາງປ່າເຮັດໄຮ່ຊະຊາຍ ແລະ ກໍລະນີ ອື່ນໆ, ການລົງຮາກຖານໃນຄັ້ງນີ້ ເຮັດໃຫ້ພໍ່, ແມ່ປະຊາຊົນ ໄດ້ມີຄວາມຮັບຮູ້ເຂົ້າໃຈແຈ້ງຕໍ່ສິດ ແລະ ພັນທະຂອງພົນລະເມືອງ, ມີຄວາມຕື່ນຕົວຕໍ່ການປະຕິບັດລະບຽບກົດໝາຍ, ເອົາໃຈໃສ່ທຳການຜະລິດ ຈົນເຮັດໃຫ້ຫລາຍຄອບຄົວ ມີຊີວິດທີ່ດີຂຶ້ນເປັນກ້າວໆ.

About admin11