ບໍລິສັດ ຢູນິເທວ ເດີນໜ້າຊຸກຍູ້ອຸປະກອນ ເພື່ອຕ້ານພະຍາດ ໂຄວິດ-19

 
ຕອນເຊົ້າ ວັນທີ 4 ກັນຍາ 2020 ນີ້, ບໍລິສັດ ສະຕາ ໂທລະຄົມ ສາຂາແຂວງບໍລິຄໍາໄຊ ສືບຕໍ່ອຸປະຖໍາມູນຄ່າໂທ ແລະ ອຸປະກອນການສື່ສານ ລວມມູນ 60 ລ້ານກີບ ໃຫ້ພະແນກສາທາລະນະສຸກ ແຂວງບໍລິຄໍາໄຊ ເພື່ອຮັບໃຊ້ເຂົ້າໃນວຽກງານຂອງພະແນກ, ແຈກຢາຍໃຫ້ບັນດາຫ້ອງການສາທາ 07 ຕົວເມືອງ ແລະ ໂຮງໝໍນ້ອຍ ໃນທົ່ວແຂວງ ໝູນໃຊ້ເຂົ້າໃນການຕິດຕາມ, ເຝົ້າລະວັງ, ຕ້ານ, ສະກັດກັ້ນ ແລະ ກັນການແຜ່ລະບາດຂອງພະຍາດໂຄວິດ-19, ກ່າວມອບໂດຍ ທ່ານ ນາງ ດາວວອນ ເພັດສານຸພົນ ອໍານວຍການ ບໍລິສັດສະຕາໂທລະຄົມ ສາຂາແຂວງບໍລິຄໍາໄຊ ແລະ ກ່າວຮັບໂດຍ ທ່ານ ນາງ ດວງຕາ ເລືອງມີໄລ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງ, ມີຜູ້ຕາງໜ້າຈາກອົງການອະນາໄມໂລກ, ກົມຄວບຄຸມພະບາດຕິດຕໍ່ ກະຊວງສາທາລະນະສຸກ, ມີພະນັກງານ 02 ຝ່າຍເຂົ້າຮ່ວມເປັນສັກຂີພະຍານ.


ທ່ານ ນາງ ດາວວອນ ເພັດສານຸພົນ ໄດ້ກ່າວວ່າ: ໃນທ່າມກາງບັນຍາກາດທົ່ວພັກ-ລັດ, ທົ່ວກໍາລັງປະກອບອາວຸດ, ອົງການຈັດຕັ້ງຂັ້ນຕ່າງໆ ຕະຫຼອດຮອດປະຊາຊົນ ຊາວແຂວງບໍລິຄໍາໄຊ ພວມອອກແຮງແຂ່ງຂັນສ້າງຜົນງານເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊ ທີ່ຈະໄຂຂື້ນໃນມໍ່ໆນີ້, ບໍລິສັດ ສະຕາໂທລະຄົມ ຫຼື ຢູນະເທວ ສາຂາແຂວບໍລິຄໍາໄຊ ກໍ່ມີຄວາມຮູ້ສືກດີໃຈ ແລະ ຍິນດີທີ່ໄດ້ເປັນສ່ວນໜື່ງໃນການປະກອບສ່ວນ, ອຸປະຖໍາມູນຄ່າໂທ ຈໍານວນ 06 ເດືອນ ແລະ ອຸປະກອນສື່ສານຈໍານວນໜື່ງ ລວມມູນຄ່າ 60 ລ້ານກີບ ໃຫ້ພະແນກສາທາລະນະສຸກ ແຂວງ ເພື່ອຮັບໃຊ້ເຂົ້າໃນວຽກງານຂອງພະແນກ ແລະ ແຈກຢາຍໃຫ້ຫ້ອງການສາທາລະນະສຸກ 07 ຕົວເມືອງ ແລະ ໂຮງໝໍນ້ອຍ ຈໍານວນ 42 ແຫ່ງ ໃນທົ່ວແຂວງ, ລວມທັງໝົດແມ່ນ 50 ໝາຍເລກ ໂດຍຜ່ານໂຄງການຊ່ວຍເຫຼືອລ້າຂອງ ອົງການອະນາໄມໂລກ ໃຫ້ແກ່ກະຊວງສາທາລະນະສຸກ, ສະເພາະແຂວງບໍລິຄໍາໄຊ ລວມມູນຄ່າການຊ່ວຍເຫຼືອ 128.450.000 ກີບ, ເຊີ່ງເປັນໂຄງການທີ່ດີ, ທີ່ໄດ້ຮັບການສະໜັບສະໜູນຈາກພາກລັດໃນການອໍານວຍຄວາມສະດວກຕໍ່ການປະຕິບັດໜ້າທີ່ຕ່າງໆ ໃຫ້ໄດ້ຮັບຜົນສໍາເລັດ, ວ່ອງໄວ ແລະ ມີປະສິດທິພາບສູງ, ພິເສດ ແມ່ນນໍາໃຊ້ເຂົ້າໃນການປ້ອງກັນ, ຕ້ານ, ສະກັດກັ້ນ ແລະ ກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດໃນທົ່ວໂລກ.


ໂອກາດດຽວກັນ ທ່ານ ນາງ ດວງຕາ ເລືອງມີໄລ ຮອງຫົວໜ້າພະແນກສາທາລະນະສຸກ ໄດ້ຕາງໜ້າໃຫ້ຄະນະພະແນກ, ຫ້ອງການສາທາລະນະສຸກເມືອງ, ໂຮງໝໍນ້ອຍ ໃນທົ່ວແຂວງ ກ່າວສະແດງຄໍາຂອບໃຈ ທ່ານ ນາງ ດາວວອນ ເພດສານຸພົນ ພ້ອມດ້ວຍຄະນະ ທີ່ໄດ້ປະກອບສ່ວນອຸປະຖໍາດ້ານມູນຄ່າໂທ ແລະ ອຸປະກອນການສື່ສານ ໃນຄັ້ງນີ້, ພ້ອມທັງອວຍພອນໄຊອັນປະເສີດແດ່ທ່ານພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ, ປະສະຈາກໂລກໄພໄຂ້ເຈັບ, ດໍາເນີນທຸລະກິດຄ້າ-ຂາຍ ກໍ່ຂໍໃຫ້ປະສົບຜົນຕາມລະດັບຄາດໝາຍທີ່ກໍານົດໄວ້, ຫວັງຢ່າງຍິ່ງວ່າໂອກາດໜ້າຈະໄດ້ຮັບການອຸປະຖໍາ ແລະ ຊ່ວຍເຫຼືອຈາກທາງບໍລິສັດ ຕື່ມອີກ.

About admin11