ດຳເນີນຊີວິດການເມືອງ ທ້າຍສະໄໝທີ VI ຄະນະບໍລິຫານງານພັກແຂວງບໍລິຄຳໄຊ

ກອງປະຊຸມດຳເນີນຊີວິດການເມືອງ ທ້າຍສະໄໝທີ VI ຂອງຄະນະບໍລິຫານງານພັກແຂວງບໍລິຄຳໄຊ ໄດ້ໄຂຂຶ້ນໃນວັນທີ 2 ກັນຍາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ມີຄະນະຮັບຜິດຊອບຂັ້ນສູນກາງ ແລະ ຄະນະບໍລິຫານງານພັກແຂວງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນແຕ່ວັນທີ 2-5 ກັນຍາ 2020 ເປັນເວລາ 4 ວັນເຕັມຈຶ່ງສຳເລັດ ໂດຍຈະໄດ້ຮັບຟັງການຜ່ານຮ່າງບົດສໍາຫຼວດການນໍາພາລວມ ຕິດພັນກັບການຜ່ານຄໍາເຫັນສົ່ງຂ່າວຂອງສະມາຊິກພັກ ຕໍ່ການນໍາລວມ, ພ້ອມນັ້ນຈະໄດ້ຮັບຟັງທິດຊີ້ນໍາຂອງຄະນະພັກຂັ້ນເທິງ ແລະ ຈະໄດ້ເຈາະຈີ້ມ ເພື່ອໃຫ້ຜູ້ແທນໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດລາຍງານເມືອງ ຜ່ານໃບສໍາຫຼວດບຸກຄົນຂອງຄະນະພັກແຂວງ, ການນຳພາລວມ, ສົ່ງຂ່າວບຸກຄົນໃນຄະນະບໍລິຫານງານພັກແຂວງ  ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ຕະຫຼອດໄລຍະສະໄໝກອງປະຊຸມຜ່ານມາ, ອົງຄະນະພັກແຂວງບໍລິຄຳໄຊ ກໍ່ໄດ້ກວດກາຄືນຜົນຂອງການດໍາເນີນຊີວິດການເມືອງ ປັບປຸງປົວແປງພັກ ປີ 2017, ແນໃສ່ປັບປຸງປົວແປງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງບົດບາດ ແລະ ຄວາມສາມາດນໍາພາຂອງພັກ, ປັບປຸງກໍ່ສ້າງພັກໃຫ້ໜັກແໜ້ນທາງດ້ານການເມືອງ, ເປັນເອກະພາບທາງດ້ານແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ແບບແຜນນໍາພາຖືກຕ້ອງ-ເຂັ້ມງວດ.

About admins14