ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ມອບພາຫະນະ ຊຸກຍູ້ວຽກງານ ຄໍ 25

 

ເພື່ອເປັນການສ້າງຄວາມອຳນວຍຄວາມສະດວກໃຫ້ແກ່ການດຳເນີນວຽກງານ ຕິດພັນກັບການຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ – ນ້ຳເທີນ ໃນວັນທີ 16 ກັນຍາ 2020 ທີ່ກອງຮ້ອຍ ຄໍ 25 ໄດ້ຈັດພິທີມອບພາຫະນະ ໃຫ້ກອງຮ້ອຍດັ່ງກ່າວ ໂດຍການກ່າວມອບຂອງ ທ່ານ ສະຫວັນ ຈັນທະກຸມມານ ຫົວໜ້າ ກອງຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍ – ນໍ້າເທີນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກີ່ ຊົງລາຫວ່າງ ຮອງເລຂາພັກເມືອງ ທັງເປັນຜູ້ປະສານງານຂອງເມືອງຄໍາເກີດ.


ພາຫະນະທີ່ນຳມາມອບໃນຄັ້ງນີ້ ປະກອບມີ ລົດຈັກ 3 ຄັນ ເປັນລົດຮອນດ້າເວບ  100 ແລະ ຮອນດ້າເວບ 110 ໄອ, ລວມມູນຄ່າ 19.895.000 ກີບ.

ໃນໂອກາດນີ້ ທ່ານ ກີ່ ຊົງລ່າວ່າງ ໄດ້ຍ້ອງຍໍຊົມເຊີຍ ແລະ ຂອບໃຈ ມາຍັງທະຫານກອງຮ້ອຍ ຄໍ 25 ທີ່ໄດ້ປະກອບສ່ວນວຽກງານການປ້ອງກັນຄວາມສະຫງົບຢ່າງແຂງແຮງ ແລະ ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ທີ່ມາສະໜັບສະໜູນໃນຄັ້ງນີ້ ທ່ານ ໄດ້ຮຽກຮ້ອງມາຍັງອ້າຍນ້ອງທະຫານ ຄໍ 25 ຈົ່ງນຳໃຊ້ພາຫະນະນີ້ ເຮັດໜ້າທີ່ໃນການຄຸ້ມຄອງອຸທິຍານ ໃຫ້ເກີດຜົນສຳເລັດຢ່າງຈົບງາມ.

About admin11