ບ້ານເມືອງມ່ວນ ເຂດຈັດສັນໃໝ່ ໄດ້ຊົມໃຊ້ໄຟຟ້າແລ້ວ


ຕອນເຊົ້າຂອງວັນທີ 10 ກັນຍາ 2020 ຢູ່ບ້ານເມືອງມ່ວນ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີ ເປີດນໍາໃຊ້ໄຟຟ້າ ຂອງໂຄງການກໍ່ສ້າງຕາຂ່າຍ 0,4 ກວ, ຕິດຕັ້ງໝໍ້ແປງ ແລະ ຕິດຕັ້ງໄຟຟ້າໃນເຮືອນຂອງປະຊາຊົນ ( ຄຸ້ມຈັດສັນໃໝ່ ) ຢູ່ບ້ານເມືອງມ່ວນ ໂດຍເປັນກຽດເຂົ້າຮ່ວມເປີດຂອງ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງວຽງທອງ.

 


ທ່ານ ມະນີວັນ ໄຊຍະເພັດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄໍາໄຊ ໄດ້ລາຍງານການຈັດຕັ້ງປະຕິບັດຂອງໂຄງການກໍ່ສ້າງຕາຂ່າຍໄຟຟ້າ 0,4 ກິໂລໂວນ ວ່າ: ຕາຂ່າຍໄຟຟ້າ ມີຄວາມຍາວ 1,600 ແມັດ, ຕິດຕັ້ງໝໍ້ແປງ 50 ກິໂລໂວນອໍາແປ ຈໍານວນ 1 ຊຸດ, ແລະ ເສົາ 8 ແມັດ ຈໍານວນ 21 ຕົ້ນ, ຕິດຕັ້ງກົງເຕີໄຟຟ້າໃນເຮືອນຂອງປະຊາຊົນ ຈໍານວນ 33 ຫຼັງຄາເຮືອນ ຄິດເປັນມູນຄ່າທັງໝົດ 291,614,500 ກີບ. ໃນການກໍ່ສ້າງໂຄງການຄັ້ງນີ້ແມ່ນທຶນສົມທົບຂອງພໍ່ແມ່ປະຊາຊົນບ້ານເມືອງມ່ວນ, ພະແນກພະລັງງານ-ບໍ່ແຮ່ ແລະ ລັດວິສາຫະກິດໄຟຟ້າລາວສາຂາແຂວງບໍລິຄໍາໄຊ, ໃນນັ້ນ ທຶນສົມທົບຂອງປະຊາຊົນແມ່ນ 166.100.000 ກີບ, ມູນຄ່າອຸປະກອນທີ່ລັດວິສາຫະກິດໄຟຟ້າລາວປະກອບສ່ວນ 71,514,500 ກີບ, ພະແນກພະລັງງານ-ບໍ່ແຮ່ແຂວງ-ເມືອງ ແລະ ລັດວິສາຫະກິດໄຟຟ້າລາວສາຂາແຂວງບໍລິຄໍາໄຊ 54,000,000 ກີບ.

 

About admin11