ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງ ບໍລິຄຳໄຊ ສົກປີ 2019-2020

 
ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງ ບໍລິຄຳໄຊ ປະຈຳສົກຮຽນ 2019-2020 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 15 ກັນຍາ 2020 ທີ່ຫ້ອງປະຊຸມ ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄໍາໄຊ ໂດຍການເປັນປະທານຮ່ວມ ຂອງທ່ານ ຄຳສີ ຍົມມະລາດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ວົງສີ ທອງສີອີນທິປັນຍາເຈົ້າເມືອງວຽງທອງ, ທ່ານ ອຸດາລອນ ສີລາວົງ ຮອງຫົວໜ້າກົມສາມັນສຶກສາ, ມີຜູ້ບໍລິຫານການສຶກສາຂະແໜງການທີ່ກ່ຽວຂ້ອງທົ່ວແຂວງ ພ້ອມດ້ວຍຜູ້ບໍລິຫານການສຶກສາແຕ່ລະເມືອງ ເຂົ້າຮ່ວມ.


ໃນວາລະດຳເນີນກອງປະຊຸມ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງ ແລະ ພ້ອມກັນປະກອບຄໍາຄິດ, ຄໍາເຫັນໃສ່ບັນດາບົດລາຍງານຕ່າງໆເປັນຕັົ້ນແມ່ນ: ບົດລາຍງານຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈໍາສົກປີ 2019 – 2020 ແລະ ແຜນພັດທະນາການສຶກສາ ແລະ ກິລາ 2020-2021 ຂອງແຂວງ, ບົດລາຍງານຫຍໍ້ຜົນການປະເມີນແຜນ 5 ປີ 2016-2020 ແລະ ແຜນບູລິມະສິດສໍາລັບແຜນ 2021-2025, ບົດລາຍງານຜົນການຈັດຕັ້ງເຄື່ອນໄຫວຂອງກຸ່ມໂຮງຮຽນປະຖົມທົ່ວເມືອງ ,ບົດລາຍງານຜົນການສຳຫຼວດຄວາມຕ້ອງການໃນການບັນຈຸ ຊັບຊ້ອນຄູ ແລະ ການຈັດລຽງບູລິມະສິດອາສາສະໝັກ 1,2,3, ບົດລາຍງານການຈັດຕັ້ງຜັນຂະຫາຍຫົວຂໍ້ວິທະຍາສາດ, ການສອນດີ-ຮຽນເກັ່ງ ແລະ ການກຽມຄວາມພ້ອມເພື່ອເປີດຫ້ອງຮຽນພອນສະຫວັນຊັ້ນມັດທະຍົມ, ບົດລາຍງານຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງທ່ານເຈົ້າແຂວງເລກທີ 786/ຂບຊ ວ່າດ້ວຍການມີສ່ວນຮ່ວມຂອງສັງຄົມເຂົ້າໃນວຽກງານການສຶກສາ ແລະ ຄຳແນະນຳເພີ່ມເຕີມຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ເລກທີ 05/ສກສ, ບົດລາຍງານວຽກງານກິລາ-ກາຍຍະກໍາ, ບົດງລາຍງານການສັງລວມ ແລະ ການແກ້ໄຂຂໍ້ສະເໜີຂອງພໍ່, ແມ່ ປະຊາຊົນຕໍ່ກັບວຽກງານການສຶກສາ ແລະ ກິລາ, ບົດລາຍງານການຈັດການຮຽນ-ການສອນວິຊາປ້ອງກັນຕົວໃນໂຮງຮຽນສາມັນ ແລະ ວິຊາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນວິທະຍາໄລ ແລະ ໂຮງຮຽນວິຊາຊິບ. ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງຈະອັດລົງ.

About admin11