ເຊັນສັນຍາໂຄງການກໍ່ສ້າງໂຮງຮຽນ ມໍຕົ້ນ ແລະ ປະຖົມ ຢູ່ເມືອງວຽງທອງ


ຕອນເຊົ້າຂອງວັນທີ 4 ກັນຍາ 2020 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງ ໂຮງຮຽນມັດທະຍົມຕົ້ນ 3 ຫຼັງ ແລະ ໂຮງຮຽນປະຖົມ 1 ຫຼັງ ຢູ່ເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ ປະທານຊີ້ນໍາວຽກແຜນງານລາວ-030 ຂັ້ນເມືອງ, ມີປະທານກວດກາພັກລັດເມືອງວຽງທອງ, ຜູ້ປະສານງານວຽກແຜນງານລາວ 030 ຂັ້ນແຂວງ ແລະ ສາກົນພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ໂຄງການກໍ່ສ້າງຄັ້ງນີ້ແມ່ນໄດ້ແບ່ງເປັນ 4 ພູດ ຄື: ພູດທີ 1 ກໍ່ສ້າງໂຮງຮຽນ ມຕົ້ນ ຢູ່ບ້ານ ນໍ້າກ້າງ ໂດຍແມ່ນ ບໍລິສັດ ສິງນໍາຈະເລີນ ກໍ່ສ້າງຈໍາກັດ ເປັນຜູ້ຮັບເໝົາ ໃນມູນຄ່າ 823,853,880 ກີບ, ພູດທີ 2 ກໍ່ສ້າງໂຮງຮຽນ ມຕົ້ນ ຢູ່ບ້ານ ນາຍາງ ແມ່ນ ບໍລິສັດ ນີລັນ ກໍ່ສ້າງຄົບວົງຈອນເປັນຜູ້ຮັບເໝົາ ໃນມູນຄ່າ 932,186,366 ກີບ, ພູດທີ 3 ກໍ່ສ້າງໂຮງຮຽນ ມຕົ້ນ ຢູ່ບ້ານ ນາໂທ ແມ່ນ ບໍລິສັດ ສົມໄຊພັດທະນາກໍ່ສ້າງຈໍາກັດ ເປັນຜູ້ຮັບເໝົາ ໃນມູນຄ່າ 699,994,142 ກີບ ແລະ ພູດທີ 4 ກໍ່ສ້າງໂຮງຮຽນປະຖົມຢູ່ບ້ານ ນາດີ ແມ່ນ ບໍລິສັດ ໂຊກຊັບໄຊ ກໍ່ສ້າງຈໍາກັດ ເປັນຜູ້ຮັບເໝົາ ໃນມູນຄ່າ 327,416,922 ກີບ.

ຈາກນັ້ນ ເຈົ້າຂອງໂຄງການ ( ຫ້ອງການສຶກສາທິກາານ ແລະ ກິລາເມືອງ ) ແລະ ບັນດາບໍລິສັດໄດ້ເອກະພາບກັນສ້າງບົົດບັນທຶກສັນຍາການກໍ່ສ້າງເພື່ອເປັນຫຼັກຖານ ໂດຍຈະເລີ່ມປະຕິບັດນັບແຕ່ມື້ເຈົ້າຂອງໂຄງການອອກໃບສັ່ງວຽກໃຫ້ແກ່ບໍລິສັດເປັນຕົ້ນໄປ, ໃຫ້ສໍາເລັດພາຍໃນ 180 ວັນ ສໍາລັບພູດທີ 1,2 ແລະ 3. ສ່ວນພູດທີ 4.ແມ່ນ 90 ວັນໃຫ້ສໍາເລັດ.

About admin11