ຄະນະນຳຂັ້ນເມືອງ ລົງຊຸກຍູ້ວຽກງານພັກຮາກຖານກຸ່ມທົ່ງແຄະ

 
ເພື່ອເປັນການຊຸກຍູ້ ຄະນະພັກຮາກຖານ ກຸ່ມບ້ານທົ່ງແຄະ ເມືອງຄຳເກີດ ແຂວງບໍລິຄຳໄຊ ທີ່ເຄື່ອນໄຫວວຽກງານ, ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ທ່ານ ວິໄລ ສີສະມຸດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ພ້ອມຄະນະ ໄດ້ລົງພົບປະຄະນະພັກຮາກຖານກຸ່ມທົ່ງແຄະ ທີ່ສະໂມສອນບ້ານທົ່ງແຄະ ໃນວັນ 1 ກັນຍາ 2020 ໂດຍມີຄະນະພັກຈາກ 6 ບ້ານ ຄື: ບ້ານ ນາເມືອງ, ນາໄຮ, ວັງກໍ່, ທົ່ງແຄະ, ນາກະດົກ ແລະ ບ້ານ ນາທ່ອນ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.


ໂອກາດນີ້ ໄດ້ຮັບຟັງການລາຍງານຜົນງານການເຄື່ອນໄຫວຊີ້ນໍາ-ນໍາພາ ຜ່ານມາໂດຍຫຍໍ້ ຂອງບັນດາຄະນະບ້ານທັງ 6 ບ້ານ, ຈາກນັ້ນ ທ່ານ ວິໄລ ສີສະມຸດ ກໍ່ໄດ້ໂອ້ລົມ ແລະ ມີທິດຊີ້້ນໍາ ເຊິ່ງທ່ານໄດ້ກ່າວວ່າ: ໃຫ້ແຕ່ລະຄະນະພັກຮາກຖານ ກໍ່ຄືແຕ່ລະໜ່ວຍພັກຮັກສາມູນເຊື້ອທີ່ດີ ແລະ ເຄື່ອນໄຫວຊີ້ນໍາ-ນໍາພາສະມະຊິກພັກ ກໍ່ຄືໜ່ວຍພັກຂອງຕົນ ໃຫ້ມີການເຄື່ອນໄຫວຢ່າງຖືກຕ້ອງຕາມກົດລະບຽບ ແລະ ມະຕິຂອງພັກ, ສ້າງສະມະຊິກພັກ ແລະ ໜ່ວຍພັກ ໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນປີ 2020, ບັນດາສະຫາຍສະມະຊິກພັກ ຕ້ອງເປັນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານ ທີ່ຕົນຮັບຜິດຊອບ, ຫ້າວຫັນໃນການປະຕິບັດໜ້າທີ່ຂອງຕົນ ຕາມການມອບໝາຍວຽງງານຂອງພັກ-ລັດ ກໍ່ຄືໝູ່ຄະນະມອບໝາຍໃຫ້, ພ້ອມກັນນັ້ນ ທ່ານຍັງໄດ້ເຊື່ອມຊຶມເອກະສານຂອງພັກໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ເພື່ອຮຽນສະໜັບສະໜູນ ແລະ ກໍ່ສ້າງ, ຕິດຕາມຂະຫຍາຍເຂົ້າພາຍໃນພັກ ເຊິ່ງມີມະຫາຊົນຜູ້ກ້າວໜ້າເຂົ້າຮຽນສະໜັບສະໜູນທັງໝົດ 12 ສະຫາຍ, ຍິງ 1 ສະຫາຍ.

 

About admin11