ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ່ IV ຂອງສະຫະພັນນັກຮົບເກົ່າແຂວງ ບໍລິຄຳໄຊ


ໃນຕອນເຊົ້າຂອງວັນທີ 1 ກັນຍາ ຢູ່ຫ້ອງປະຊຸມສຳນັກງານຫ້ອງວ່າການປົກຄອງ ເມືອງທ່າພະບາດ ໄດ້ຈັດເຜີຍແຜ່ ຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ່ IV ຂອງສະຫະພັນນັກຮົບເກົ່າແຂວງ ບໍລິຄຳໄຊ, ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 18 ປີ ( 09 ກັນຍາ 2002 – 09 ກັນຍາ 2020 ) ໃຫ້ກຽດເຜີຍແຜ່ໂດຍ ທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງ ທ່າພະບາດ, ທ່ານ ພັອ ອຸ່ນເຮືອນ ສີຈັນເດືອນ ຮອງປະທານສະຫະພັນນັກຮົບເກົ່າ ແຂວງ ບໍລິຄຳໄຊ.

ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ເປັນວັນປະຫວັດສາດສຳຄັນສຳລັບຖັນແຖວນັກຮົບເກົ່າ, ຜູ້ສືບທອດ ກໍ່ຄືຄົນຮຸ່ນຫຼັງທີ່ໄດ້ພ້ອມກັນຫວນຄືນມູນເຊື້ອ ແລະ ຈາລືກຄຸນງາມຄວາມດີຂອງຄົນຮຸ່ນພໍ່-ແມ່, ລຸງ-ປ້າ, ອາວ-ອາ ຂອງພວກເຮົາມີຕໍ່ປະເທດຊາດ, ປະຫວັດການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ພາຍໃຕ້ການນຳພາຂອງພັກ ປະຊາຊົນປະຕິວັດລາວໃນຕະຫຼອດໄລຍະ 18 ປີ ມູນເຊື້ອ ແລະ ຜົນງານ ອັນໃຫຍ່ຫຼວງ ຂອງຖັນແຖວນັກຮົບເກົ່າ ກໍແມ່ນນາຍທະຫານ, ນາຍຕຳຫຼວດ ຂອງກຳລັງປະກອບອາວຸດປະຕິວັດ ທີ່ພັກຜ່ອນບຳນານ, ບຳເນັດ ລ້ວນແຕ່ແມ່ນຜູ້ໄດ້ຜ່ານການປະຕິວັດໜ້າທີ່ເປັນນັກຮົບ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ຜ່ານການທົດສອບໃນແປວໄຟສົງຄາມແຫ່ງການຕໍ່ສູ້ກູ້ຊາດ ເພື່ອກອບກູ້ເອົາຄວາມເປັນເອກະລາດ, ອຳນາດອະທິປະໄຕ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍ ໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ.

ໃນພິທີ ຍັງໄດ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ ສະຫະພັນນັກຮົບເກົ່າແຂວງບໍລິຄຳໄຊ ແລະ ມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ບໍລິຄຳໄຊ ເລກທີ 455 /ຄປພ,ຂບຊ, ລົງວັນທີ 02 ກໍລະກົດ 2020 ວ່າດ້ວຍການ ຮັບຮອງເອົາມະຕິກອງປະຊຸມໃຫຍ່ຜູ້ແທນ ແລະ ຄະນະບໍລິຫານງານ ສະຫະພັນນັກຮົບເກົ່າ ແຂວງ
ບໍລິຄຳໄຊ ສະໄໝ IV ດັ່ງນີ້: ຮັບຮອງເອົາ ສະຫາຍ ພັທ ດວງຕາ ໄຊຍະທຳ ເປັນປະທານສະຫະພັນນັກຮົບເກົ່າແຂວງ, ສະຫາຍ ພັທ ທອງພຸດ ສຸວັນນະລາດ ເປັນຮອງປະທານ, ສະຫາຍ ພັອ ອຸ່ນເຮືອນ ສີຈັນເດືອນ ເປັນຮອງປະທານ ທັງເປັນ ປະທານກວດກາ, ສະຫາຍ ພັທ ບຸນສວນ ສວນນາລີ ເປັນກຳມະການ.

ໃນຕອນທ້າຍ ຂອງພິທີ ຍັງໄດ້ມອບໃບຍ້ອງຍໍ ຕໍ່ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານ ສະຫະພັນນັກຮົບເກົ່າ ເຊີ່ງມີຜູ້ທີ່ໄດ້ຮັບໃບຍ້ອງຍໍ 50 ສະຫຍາຍ ,ປະເພດກົມກອງໄດ້ຮັບການຍ້ອງຍໍ 23 ກົມກອງ ແລະ ຮັບໃບຊົມເຊີຍ 294 ສະຫາຍ.

About admin11