ຊາວໜຸ່ມຮ່ວມໃຈສ້າງໃບໜ້າໃໝ່ໃຫ້ເທດສະບານເມືອງປາກຊັນ

ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VII ໃຫ້ເປັນຂະບວນການຟົດຟື້ນ ໃນວັນທີ 3 ກັນຍາ 2020 ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ນໍາພາໂດຍສະຫາຍ ທອງມະນີ ໂຄດປັນຍາ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ໄດ້ນໍາພາສະມາຊິກຊາວໜຸ່ມ ຈາກຮາກຖານຊາວໜຸ່ມ ແລະ ໜ່ວຍຊາວໜຸ່ມ ບັນດາພະແນກການ ສ້າງຂະບວນການອອກແຮງງານລວມ.

ຂະບວນການອະນາໄມແຄມທາງ ແລະ ທາສີຂອບທາງ ມີຢູ່ 2 ຈຸດຄື: ແຕ່ທາງ 4 ແຍກໄຟແດງລົງດ່ານສາກົນປາກຊັນ ຫາທາງແຍກເຂົ້າຫ້ອງວ່າການ ແລະ ແຕ່ທາງ 4B ເຂົ້າຫາຫ້ອງວ່າການແຂວງບໍລິຄຳໄຊ ລວມຄວາມຍາວທັງໝົດ 1.400 ກ່ວາແມັດ. ກິດຈະກຳໄດ້ເລີ່ມຕົ້ນດ້ວຍການຂູດສີ ທີ່ເຊື່ອມຄຸນນະພາບອອກ, ອະນາໄມຂອບທາງໃຫ້ມີຄວາມສະອາດ ແລະ ຫຼັງຈາກນັ້ນກໍ່ໄດ້ທາສີໃໝ່ລົງໄປ ໃຫ້ມີຄວາມສວຍງາມຂຶ້ນຕື່ມ, ກິດຈະກຳຄັ້ງນີ້ມີສະມາຊິກຊາວໜຸ່ມເຂົ້າຮ່ວມ ທັງໝົດ 500 ກ່ວາສະຫາຍ.

ຂະບວນການດັ່ງກ່າວ ນອກຈາກຈະເປັນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VII ແລ້ວ ຍັງເປັນການປະຕິບັດຕາມຄໍາຂວັນຂອງຊາວໜຸ່ມທີ່ວ່າ “ບ່ອນໃດຍາກ ຊາວໜຸ່ມບຸກ ບ່ອນໃດທຸກ ຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການ ຊາວໜຸ່ມຂານອາສາ” ແລະ ນໍາພາຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ເຂົ້າສູ່ວຽກງານຕົວຈິງ ທັງເຮັດໃຫ້ຖະໜົນຫົນທາງ ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ, ເປັນການປູກຈິດສໍານຶກ ແກ່ຊາວໜຸ່ມຮູ້ໄດ້ເຖິງຄວາມສາມັກຄີປອງດອງ, ຮັກການອອກແຮງງານ, ການປະກອບສ່ວນເຫື່ອແຮງເຂົ້າໃນຂະບວນການອອກແຮງງານລວມ, ການຊ່ວຍເຫຼືອສັງຄົມ ແລະ ເປັນການພົບປະແລກປ່ຽນກິດຈະກຳເຊິ່ງກັນ ແລະ ກັນອີກດ້ວຍ.

About admins14