ບໍລິຄຳໄຊຈັດງານແຂ່ງຂັນເຕັ້ນແອໂລບິກ ຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII

ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້ ໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນ ມາໃນຕອນເຊົ້າຂອງວັນທີ 16 ກັນຍາ 2020 ຢູ່ເດີ່ນກິລາເປຕັງຂອງແຂວງ ໄດ້ຈັດງານແຂ່ງຂັນເຕັ້ນແອໂລບິກຂຶ້ນ ເປັນກຽດເຂົ້າຮ່ວມຂອງທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ທັງເປັນປະທານຈັດງານການແຂ່ງຂັນໃນຄັ້ງນີ້, ມີການນຳຂອງແຂວງ, ຂອງເມືອງ, ຕາງໜ້າພະແນກການ ແລະ ຄະນະກຳມະການຈັດການແຂ່ງຂັນ ພ້ອມດ້ວຍນັກຮຽນອະນຸບານ, ປະຖົມ ແລະ ມັດທະຍົມ ຈາກໂຮງຮຽນອ້ອມຂ້າງແຂວງ ເຂົ້າຮ່ວມ.

ການແຂ່ງຂັນເຕັ້ນແອໂລບິກໃນຄັ້ງນີ້ ໄດ້ແບ່ງອອກເປັນ 3 ລຸ່ນ ຄື: ລຸ່ນອະນຸບານ ມີ 4 ທີມເຂົ້າຮ່ວມ ໃນນັ້ນມີໂຮງຮຽນອະນຸບານເມລີ, ອະນຸບານເອກກະພາບ, ອະນຸບານແຕ່ງທອງ ແລະ ອະນຸບານປາກຊັນໃໝ່; ລຸ່ນປະຖຖົມມີ 4 ໂຮງຮຽນ ຄື: ໂຮງຮຽນປະຖົມໂພນໄຊເໜືອ, ປາກຊັນໃໝ່, ເມລີ ແລະ ໂຮງຮຽນປະຖົມສວນສະຫວັນ; ລຸນມັດທະຍົມມີ 6 ທີມຄື: ໂຮງຮຽນມັດທະຍົມສີທ່ານາໄຊ, ປາກງຽບ, ບົວແວງຄຳ, ໂພສີ, ປາກຊັນໃໝ່ ແລະ ໂຮງຮຽນມັດທະຍົມແຕ່ງທອງ, ລວມທັງໝົດມີ 14 ທີມ ເຂົ້າຮ່ວມ.

ການແຂ່ງຂັນດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ທ່າມກາງສຽງເຊຍທີ່ຟົດຟື້ນ ຂອງບັນດາກອງເຊຍທີ່ເຂົ້າມາຮ່ວມ, ໃນການແຂ່ງຂັນແຕ່ລະທີມຕ່າງກໍ່ໂຊລີລາຂອງຕົນ ທີ່ໄດ້ຝຶກຊ້ອມມາຢ່າງເຕັມທີ່ ເພື່ອຍາດເອົາຄະແນນຈາກຄະນະກຳມະການໃຫ້ໄດ້, ຜ່ານການແຂ່ງຂັນໃນລຸ່ນອະນຸບານ ທີ່ມທີ່ສາມາດຍາດໄດ້ລາງວັນຊະນະເລີດ ໄດ້ແກ່ທີມອະນຸບານແຕ່ງທອງ, ອັບດັບ 2 ທີມອະນຸບານເອກກະພາບ ແລະ ອັບດັບ 3 ທີມອະນຸບານປາກຊັນໃໝ່; ລຸ່ນປະຖົມ ອັບດັບ 1 ໄດ້ແກ່ທີມປະຖົມໂພນໄຊເໜືອ, ອັນດັບ 2 ທີມປະຖົມສວນສະຫວັນ ແລະ ອັບດັບ 3 ແມ່ນທີມປະຖົມປາກຊັນໃໝ່; ລຸ່ນມັດທະຍົມ ອັນດັບ 1 ໄດ້ແກ່ທີມມັດທະຍົມສີທ່ານາໄຊ, ອັນດັບ 2 ແມ່ນທີມມັດທະຍົມບົວແວງຄຳ ແລະ ອັນດັບທີ 3 ໄດ້ແກ່ມັດທະຍົມປາກງຽບ.

ໃນງານແຂ່ງຂັນເຕັ້ນແອໂລບິກ ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ນຳໂດຍ ທ່ານ ນາງ ແອງ ໄຊສົງຄາມ ພ້ອມຄະນະກອງທຶນ ຍັງໄດ້ເອົາເສື້ອກອງທຶນໜຶ່ງດວງໃຈ, ເສື້ອກິລາ ແລະ ເງິນຊຸກຍູ້ຈຳນວນໜຶ່ງ ມາມອບໃຫ້ ທັ້ງນີ້ກໍ່ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ໃຫ້ກຳລັງໃຈ ແຕ່ລະທີມທີ່ເຂົ້າມາຮ່ວມແຂ່ງຂັນໃນຄັ້ງນີ້.

About admins14