3 ບ້ານ ເມືອງວຽງທອງ ໄດ້ຮັບນາມມະຍົດ ບ້ານສາທາລະນະສຸກແບບຢ່າງ


ໃນວັນທີ 29 ກັນຍາ 2020 ຢູ່ຫ້ອງການບ້ານ ໄຊບົວທອງ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ມີພິທີປະກາດ-ຮັບຮອງບ້ານໄຊບົວທອງ, ບ້ານນໍ້າກູ້ ແລະ ບ້ານຜາບໍ່ ເປັນບ້ານສາທາລະນະສຸກແບບຢ່າງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນຄໍາ ເພັດໄຊຍະວົງ ປະທານແນວລາວສ້າງຊາດເມືອງ, ມີຫົວໜ້າຫ້ອງການສາທາເມືອງ ພ້ອມດ້ວຍທີມງານ, ການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນ 3 ບ້ານ ເຂົ້າຮ່ວມ.

ບ້ານໄຊບົວທອງ, ບ້ານນໍ້າກູ້ ແລະ ບ້ານຜາບໍ່ ມີ 228 ຄອບຄົວ, ມີ 255 ຫຼັງຄາເຮືອນ, ມີປະຊາກອນທັງໝົດ 1.456ຄົນ, ຍິງ 681 ຄົນ, ມີ 3 ຊົນເຜົ່າ ຄື: ເຜົ່າລາວລຸ່ມ, ເຜົ່າມົ້ງ ແລະ ເຜົ່າຜ້ອງ, ປະຊາຊົນສ່ວນຫຼາຍ ແມ່ນມີອາຊີບເຮັດນາ, ເຮັດໄຮ່ ແລະ ປູກຝັງລ້ຽງສັດເປັນຕົ້ນຕໍ.

ຜ່ານມາ ຄະນະກໍາມະການສ້າງບ້ານສາທາລະນະສຸກແບບຢ່າງໄດ້ລົງນໍາພາທັງ 3 ບ້ານ ສ້າງເປັນບ້ານສາທາລະນະສຸກແບບຢ່າງຕາມ 10 ມາດຖານ, 30 ຕົວຊີ້ວັດ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດນໍາພາປະຊາຊົນໃຫ້ຫັນປ່ຽນພຶດຕິກໍາການດໍາລົງຊິວິດທີ່ຖືກຕ້ອງຕາມຫຼັກອະນາໄມເຮັດໃຫ້ປະຊາຊົນມີສຸຂະພາບດີ, ປັດສະຈາກໂລກໄພໄຂ້ເຈັບ ແລະ ປ້ອງກັນພະຍາດໄດ້ດີ, ສາມາດປະຕິບັດໄດ້ຕາມມາດຖານ ແລະ ຕົວຊີ້ວັດທີ່ຂະແໜງການສາທາກຳນົດອອກ ຈຶ່ງໄດ້ຈັດພິທີ ປະກາດເປັນບ້ານ ສາທາລະນະສຸກແບບຢ່າງຂອງເມືອງ ຢ່າງເປັນທາງການ.

About admin11