2 ບ້ານ ເຊື່ອມຊືມລະບຽບການສັນຈອນທາງບົກ


ໂດຍປະຕິບັດຕາມແຈ້ງການຂອງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ສະບັບເລກທີ 2041/ຍທຂ ຄບສ ລົງວັນທີ 14 ສິງຫາ 2020 ວ່າດ້ວຍການເຜີຍແຜ່ໂຄສະນາປູກຈິດສຳນຶກກ່ຽວກັບການສັນຈອນຕາມເສັ້ນທາງຫລວງ, ໃນວັນທີ  18 ກັນຍາ 2020 ນີ້ ທ່ານ ແກ້ວດາລາ ວົງສາວັນທອງ ຮອງຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ພ້ອມດ້ວຍພະນັກງານຈາກບັນດາຂະແໜງການທີ່ກ່ຽວຂ້ອງ ໄດ້ລົງເຜີຍແຜ່ລະບຽບການສັນຈອນ ຢູ່ບ້ານ ນາບອນ ເມືອງປາກກະດິງ ແລະ ບ້ານຄຳບອນ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍມີພໍ່ແມ່ປະຊາຊົນພາຍໃນ 2 ບ້ານ ເຂົ້າຮ່ວມ.


ການນຳເນື້ອໃນ ການຈະລາຈອນ ມາເຜີຍແຜ່ຄັ້ງນີ້ ກໍ່ເພື່ອໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ເຂົ້າໃຈ ກ່ຽວກັບບາງເນື້ອໃນກົດໝາຍວ່າດ້ວຍຈະລາຈອນທາງບົກ, ບັນດາປ້າຍຫ້າມ, ປ້າຍເຕືອນ, ສາລະບານເດີນລົດ, ເອກະສານວ່າດ້ວຍການຍ່າງ, ການຂີ່ລົດຖີບ, ການຂັບຂີ່ລົດຈັກ, ລົດໃຫຍ່, ການຂັບຂີ່ລົດໄຖນາເດີນຕາມ ແລະ ໄດ້ຍົກໃຫ້ເຫັນ ສະຖິຕິການເກີດອຸປະຕິເຫດ, ຍົກໃຫ້ເຫັນສາເຫດທີ່ພາໃຫ້ເກີດອຸບັດຕິເຫດ.

ພ້ອມນີ້ ຍັງໄດ້ຜ່ານດຳລັດ 188/ນຍ ວ່າດ້ວຍການປັບໄໝຜູ້ລະເມີດກົດຈະລາຈອນທາງບົກ, ພ້ອມທັງຮັບຊົມການສາຍວີດີໂອ ເຫດການຕົວຈິງຂອງການເກີດອຸບັດຕິເຫດຈາກການບັນທຶກພາບຂອງກ້ອງວົງຈອນປິດຢູ່ບັນດາໄຟແດງ, ຕົວເມືອງ ແລະ ຕາມເສັ້ນທາງຕ່າງໆ, ເພື່ອໃຫ້ພໍ່ແມ່ປະຊາຊົນ, ຮູ້ໄດ້ຜົນຮ້າຍ ແລະ ຄວາມອັນຕະລາຍທີ່ເກີດຈາກການຂັບຂີ່ລົດໂດຍປະໝາດ, ຂັບຂີ່ລົດດ້ວຍຄວາມໄວ, ດື່ມສີ່ງມືນເມົາແລ້ວຂັບຂີ່ລົດ, ອາຍຸບໍ່ເຖີງກະສຽນແລ້ວຂັບຂີ່ລົດ, ຂັບຂີ່ລົດບໍ່ໃຫ້ກຽດເຊີ່ງກັນ ແລະ ກັນ ທີ່ເປັນສາຍເຫດຫຼັກພາໃຫ້ເກີດອຸບັດຕິເຫດ.

ທັງນີ້ກໍ່ເພື່ອເຮັດໃຫ້ ພໍ່ແມ່ປະຊາຊົນ ກໍ່ຄືຜູ້ໃຊ້ລົດໃຊ້ຖະໜົນໄດ້ເຂົ້າໃຈ ແລະ ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ເພື່ອຫຼີກລ່ຽງຈາກການເກີດອຸບັດຕິເຫດ ທີ່ຈະສ້າງຜົນເສຍຫາຍ ທາງດ້ານວັດຖຸ, ຊັບສິນ, ສຸຂະພາບ ແລະ ຊີວິດ ຂອງຜູ້ຂັບຂີ່ນັ້ນເອງ. ນອກນັ້ນ ຍັງມີກິດຈະກໍາ ຖາມ-ຕອບ ກ່ຽວກັບການນຳໃຊ້ລົດ ແລະ ການປະຕິບັດກົດລະບຽບຈະລາຈອນ ພ້ອມທັງມອບຂອງຂວັນໃຫ້ຜູ້ທີ່ມີຄວາມສາມາດຕອບຖືກ.

About admin11