3 ບ້ານ ເມືອງທ່າພະບາດ ໄດ້ຮັບເຮືອກູ້ໄພ


ໃນວັນທີ 11 ກັນຍາ 2020 ຢູ່ສໍານັກງານປົກຄອງເມືອງທ່າພະບາດ ໄດ້ມີພິທີ ມອບ-ຮັບ ເຮືອກູ້ໄພ ພ້ອມຈັກ, ອຸປະກອນເສື້ອຊູຊີບ ແລະ ໝວກກັນກະທົບໃຫ້ແກ່ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ເມືອງ ແລະ ບ້ານທີ່ມີຄວາມສ່ຽງນໍ້າຖ້ວມລຽບຕາມເສັ້ນທາງ 13 ໃຕ້ ເມືອງທ່າພະບາດ ເປັນຕົ້ນ: ບ້ານປ່າໄລ່, ບ້ານໂພນສະຫວັນ, ບ້ານນໍ້າໂລ້ ຈໍານວນ 4 ລໍາ ພ້ອມອຸປະກອນ ລວມມູນຄ່າທັງໝົດ 450.000.000 ກ່ວາລ້ານກີບ ຊຶ່ງເຮືອກູ້ໄພທີ່ນໍາມາມອບໃນຄັ້ງນີ້ ແມ່ນເພື່ອເອົາໄປນໍາໃຊ້ໃນກໍລະນີສຸກເສີນເກີດເຫດການນໍ້າຖ້ວມເພື່ອການຂົນຍ້າຍປະຊາຊົນ, ຊັບສິນຂອງປະຊາຊົນ ແລະ ວຽກງານອື່ນໆທີ່ເຫັນວ່າມີຄວາມຈໍາເປັນ, ຊ່ວຍເຫຼືອບ້ານທີ່ຢູ່ໃນຂອບເຂດເມືອງ ຫຼື ເມືອງໃກ້ຄຽງ ແລະ ເປັນຜູ້ທີ່ປົກປັກຮັກສາໃຫ້ສາມາດນໍາໃຊ້ແບບຍືນຍົງ ແລະ ຍາວນານ.

ໃຫ້ກຽດກ່າວມອບໂດຍ ທ່ານ ສຸສາກົນ ແຫວນວົງສົດ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແລະ ກ່າວຮັບໂດຍ ທ່ານ ດວງຕາ ມໍລະຄາສຸກ ເຈົ້າເມືອງທ່າພະບາດ ພ້ອມດ້ວຍຫ້ອງການທີ່ກ່ຽວຂ້ອງ ແລະ ນາຍບ້ານທັງ 3 ບ້ານ ເປັນສັກຂີພະຍານ. ຊຸດເຮືອກູ້ໄພດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ.

About admin11