ທະຫານແຂວງ ປາບ ໄຟຟ້າ ຄ້ວາຂັນທ່ານເຈົ້າແຂວງໄປຄອງ

ນັດຊີງຊະນະເລີດເຕະບານຊີງຂັນທ່ານເຈົ້າແຂວງ ໄດ້ຈັດຂຶ້ນໃນວັນທີ 18 ກັນຍາ 2020 ຢູ່ເດີນເຕະບານເມືອງປາກຊັນ ເປັນການຊີງໄຊກັນລະຫວ່າງ ທີມເຕະບານຊາຍທະຫານແຂວງ ທີ່ຖະລົ່ມທີມ ປກສ ແຂວງ ມາໄດ້ດ້ວຍສະກໍ 5 ປະຕູຕໍ່ 0 ປະຕູ ພົບກັບທີມລັດວິສາຫະກິດໄຟຟ້າລາວ ທີ່ເອົາຊະນະ ທີມເມືອງປາກຊັນມາໄດ້ ດ້ວຍການດວນຈຸດໂທດ 3 ປະຕູຕໍ່ 1.

ການແຂ່ງຂັນເລີ່ມຕົ້ນຂຶ້ນຢ່າງດຸເດືອດ ຕ່າງຝ່າຍຕ່າງກໍ່ເປີດເກມບຸກເຂົ້າໃສ່ກັນຢ່າງເຕັມທີ່ ດ້ວຍຈຸດໝາຍອັນດຽວຄືການຍາດເອົາໄຊຊະນະໃຫ້ໄດ້. ພຽງແຕ່ນາທີທີ່ 5 ທີມທະຫານແຂວງ ກໍ່ສາມາດຍິງປະຕູຂຶ້ນນຳໄປກ່ອນ, ຕໍ່ຈາກນັ້ນ ທີມລັດວິສາຫະກິດໄຟຟ້າລາວ ກໍ່ເປີດເກມບຸກເພື່ອຫວັງຍິງປະຕູຄືນໃຫ້ໄດ້ ແຕ່ກໍ່ບໍ່ສາມາດເຈາະຜ່ານກອງຫຼັງ ທີ່ແຂງແກ່ນຂອງທີມທະຫານແຂວງໄປໄດ້ ກ່ອນຈົບເຄີ່ງເວລາທຳອິດ ທີມທະຫານແຂວງ ສາມາດຍິງເພີ່ມໄດ້ຕື່ມອີກ 2 ປະຕູ.

ເກມເຄີ່ງຫຼັງເປີດຂຶ້ນ ທັງສອງທີມຍັງສືບຕໍ່ເປີດເກມໃສ່ກັນຢ່າງຕໍ່ເນື່ອງ ໂດຍສະເພາະທີມທະຫານແຂວງ ຍັງສືບຕໍ່ເປີດເກມບຸກຢ່າງດຸດັນ ເຈາະຜ່ານກອງຫຼັງຂອງທີມໄຟຟ້າ ຍິງໄດ້ຕື່ມອີກ 2 ປະຕູ, ແຕ່ກ່ອນຈົບເກມ 5 ນາທີສຸດທ້າຍ ທີມໄຟຟ້າກໍ່ສາມາດຕີໄຂ່ແຕກໄດ້ ຈາກການຍິງຈຸດໂທດ. ຈົບເກມທີມທະຫານແຂວງ ເອົາຊະນະທີມລັດວິສາຫະກິດໄຟຟ້າລາວ ໄປໄດ້ 5 ຕໍ່ 1 ປະຕູ ກາຍເປັນແຊມ ຍາດໄດ້ຂັນຂອງທ່ານເຈົ້າແຂວງໄປຄອງຢ່າງສວາຍງາມ.

ນັດຊິງທີ 3 ເປັນການພົບກັນລະຫວ່າງທີມ ປກສ ແຂວງ ກັບ ທີມເມືອງປາກຊັນ ເກມຂອງຄູ່ນີ້ກໍ່ມີຄວາມດຸເດືອດບໍ່ແພ້ກັນກັບຄູ່ຊີງ ຕ່າງຝ່າຍຕ່າງປ່ຽນກັນບຸກ ເພື່ອຈະຍິງປະຕູຂອງອີກຝ່າຍໃຫ້ໄດ້ ຜ່ານການແຂ່ງຂັນຜົນປະກົດວ່າ ທີມ ປກສ ແຂວງ ສາມາດຖະຫລົ່ມທີມເມືອງປາກຊັນ ໄປໄດ້ດ້ວຍສະກໍ 5 ຕໍ່ 0 ປະຕູ ຍາດໄດ້ອັນດັບທີ 3 ໄປຄອງ.

ສຳລັບທີມທີ່ໄດ້ຊະນະເລີດ ແມ່ນໄດ້ຮັບລາງວັນເງິນສົດ 600.000 ກີບ ພ້ອມຂັນລາງວັນ 1 ໜ່ວຍ, ອັນດັບ 2 ໄດ້ຮັບເງິນສົດ 500.000 ກີບ ພ້ອມຂັນ 1 ໜ່ວຍ ແລະ ອັນດັບ 3 ໄດ້ຮັບເງິນສົດ 400.000 ກີບ ພ້ອມຂັນ 1 ໜ່ວຍ ໃຫ້ກຽດມອບໃນຄັ້ງນີ້ໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.

About admins14