5 ແຂວງ ທົບທວນການຜະລິດກະສິກຳເປັນສິນຄ້າ

ກອງປະຊຸມປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດການຜະລິດກະສິກຳເປັນສິນຄ້າ ປີ 2019 ແລະ 6 ເດືອນຕົ້ນປີ 2020 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ກັນຍາ 2020 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໄກສອນ ຈັນສິນາ ຫົວພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ, ມີຄະນະກົມກ່ຽວຂ້ອງ, ພະແນກການ, ຫ້ອງການ ຈາກພະແນກກະສິກຳ ແລະ ປ່າໄມ້, ພະແນກ ອຄ 5 ແຂວງ: ບໍລິຄຳໄຊ, ຄຳມ່ວນ, ໄຊຍະບູລີ, ນະຄອນຫຼວງ ແລະ ແຂວງວຽງຈັນ ເຂົ້າຮ່ວມ.

ໂຄງການຜະລິດກະສິກໍາເປັນສິນຄ້າ ຢູ່ ສປປ ລາວ ໃນສົກປີ 2019-2020 ປະກອບມີ 5 ກົມ ເຮັດໜ້າທີ່ຊ່ວຍເຫຼືອສະໜັບສະໜຸນການຈັດຕັ້ງປະຕິບັດໂຄງການ ຄື: ກົມແຜນການ ແລະ ການຮ່ວມມື, ກົມການນຳເຂົ້າ ແລະ ສົ່ງອອກ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ກົມສົ່ງເສີມການຄ້າ ໂດຍມີຈຸດປະສົງໃນການປ່ຽນແປງຜະລິດຕະພາບດິນກະສິກໍາຂອງຊາວກະສິກອນ ກຸ່ມເປົ້າໝາຍ 20%, ເພີ່ມຍອດຂາຍຜົນຜະລິດຂອງຊາວກະສິກອນ ກຸ່ມເປົ້າໝາຍ 25%, ເພີ່ມປະສິດທິພາບໃນການສີເຂົ້າ ທີ່ໄດ້ຮັບການສະໜັບສະໜູນ ຈາກໂຄງການ 7%, ໃຫ້ທຶນສະໜັບສະໜຸນແກ່ 30 ຫົວໜ່ວຍທຸລະກິດເປົ້າໝາຍ  (50% ຂອງມູນຄ່າທັງໝົດ ) ບັນດາໂຮງສີເຂົ້າ, ໂຮງສີສາລີ, ຜູ້ປະກອບການພືດຜັກ.

ໃນໄລຍະຜ່ານມາເຫັນວ່າ ຫຼາຍດ້ານໄດ້ຮັບຜົນສຳເລັດເປັນສ່ວນຫຼາຍ ເປັນຕົ້ນ ສຳເລັດການລົງຕິດຕາມຊຸກຍູ້ກິດຈະກຳໂຄງການ ຢູ່ 5 ແຂວງເປົ້າໝາຍໂຄງການ ຮ່ວມກັບທີມງານຈາກທະນາຄານໂລກ ໃນຊ່ວງໄຕມາດ 1 ປີ 2019, ສຳເລັດການລົງຕິດຕາມຊຸກຍູ້ການເກັບກຳ, ປັບປຸງ ແລະ ສັງລວມຂໍ້ມູນ ກຸ່ມຜະລິດ ຢູ່ 2 ແຂວງເປົ້າໝາຍໂຄງການ (ບໍລິຄໍາໄຊ ແລະ ຄໍາມ່ວນ), ສຳເລັດການລົງສຳຫຼວດ 5 ແຂວງ 15 ຕົວເມືອງ 76 ໂຮງສີເຂົ້າ 3 ໂຮງສີສາລີ, ສາມາດເກັບກຳຂໍ້ມູນໄດ້ທັງໝົດ 51 ຫົວໜ່ວຍ ຈາກຈຳນວນຕົວຢ່າງທັງໝົດ 91 ຫົວໜ່ວຍ 3 ພາກສ່ວນ ຫົວໜ່ວຍທລຸະກດິ ຄື: ໂຮງສີເຂົ້າ, ບໍລິສັດນຳເຂົ້າ-ສົ່ງອອກ ແລະ ໂຮງງານປຸງແຕ່ງອຸດສາຫະກຳທີ່ນຳໃຊ້ເຂົ້າກິນເປັນວັດຖຸດິບຈາກ 5 ແຂວງເປົ້າໝາຍ, ສຳເລັດການສ້າງຄຳສັ່ງລົບລ້າງການອອກໃບອະນຍຸາດການນຳເຂົ້າລົດແທຣັກເຕີ ເລກທີ 0807/ອຄ.ກຂອ, ລົງວັນທີ 02 ກັນ ຍາ 2020, ສຳເລັດການສຶກສາເບື້ອງຕົ້ນກົນໄກດຸນດ່ຽງເຂົ້າກິນກ່ອນການສົ່ງອອກ ແລະ ສຳເລັດການຈັດຈ້າງຊ່ຽວຊານແຕ່ລະໜ້າວຽກ.

ສຳລັບທິດທາງແຜນການໃນຕໍ່ໜ້າ ຈະໄດ້ຈັດຝຶກອົບຮົມແນະນຳຂຽນແຜນທຸລະກິດ ແລະ ການຕະຫຼາດໃຫ້ຜູ້ປະກອບທຸລະກິດໂຮງສີທີ່ຖືກຄັດເລືອກ, ຝຶກອົບຮົມລະຫວ່າງຜູ້ປະກອບການດ້ານກະສິກຳ ແລະ ກຸ່ມຊາວກະສິກອນທີ່ໄດ້ຮັບທຶນສົມທົບ, ຝຶກອົບຮົມແນະນຳຜູ້ປະກອບການໂຮງສີເຂົ້າທີ່ຕ້ອງການສະເໜີການຢັ້ງຢືນ GPM, ຈັດກອງປະຊຸມປືກສາຫາລື ກັບແຂວງ ແລະ ຂະແໜງການກ່ຽວຂ້ອງ ເລື່ອງການສ້າງເຄື່ອງໝາຍຮັບຮອງຄຸນນະພາບສິນຄ້າກະສິກໍາ ແລະ ຈັດກອງປະຊຸມນໍາສະເໜີ Solution ໃຫ້ກັບຊ່ຽວຊານຕ່າງປະເທດ ເພື່ອຮ່າງບົດແນະນໍາ AQM.

About admins16