ຖວທ 3 ແຂວງ ສຸມໃສ່ຈັດຕັ້ງປະຕິບັດການກຳນົດຕຳແໜ່ງງານ ໃຫ້ຖືກຕ້ອງ ແລະ ເໝາະສົມ

ເພື່ອເຮັດໃຫ້ການກຳນົດຕຳແໜ່ງງານ ມີຄວາມເໝາະສົມ ແລະ ຖືກຕ້ອງຕາມຄວາມເປັນຈິງ ໃນວັນທີ 7 ກັນຍາ 2020 ຢູ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ກົມຈັດຕັ້ງ ແລະ ພະນັກງານ ໄດ້ລົງມາຕິດຕາມ, ຊຸກຍູ້ ແລະ ແນະນຳ ການຂຽນກຳນົດຕຳແໜ່ງງານ ເຂົ້າຮ່ວມໂດຍ ທ່ານ ຂັນແກ້ວ ພົມມະໄກສອນ ຫົວໜ້າກົມຈັດຕັ້ງ ກະຊວງ ຖວທ ແລະ ທ່ານ ອຸດອນ ສອນສຸລີນ ຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບຈາກກະຊວງ, ຄະນະພະແນກ ແລະ ຂະແໜງການທີ່ກ່ຽວຂ້ອງ ຈາກ ພະແນກ ຖວທ ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ເຂົ້າຮ່ວມ.

ໃນພິທີໄດ້ຮັບການນຳສະເໜີ ຮ່າງກຳນົດຕຳແໜ່ງງານຈາກພະແນກ ຖວທ ແຂວງບໍລິຄຳໄຊ ເຫັນວ່າການຈັດຕັ້ງປະຕິບັດມີຄວາມຖືກຕ້ອງ ແລະ ສອດຄ່ອງ ສັງລວມໄດ້ຈຳນວນຕຳແໜ່ງງານ ແລະ ຈຳນວນຄົນ ທີ່ຕ້ອງການທັງໝົດ ທີ່ຈະມາຮັບຜິດຊອບວຽກງານຂອງໜ່ວຍງານນັ້ນ ໂດຍໄດ້ໃຊ້ 5 ຂັ້ນຕອນໃນການວິເຄາະງານ ຄື: ກວດຄືນພາລະບົດບາດ ແລະ ກຳນົດເລກໝາຍໃສ່ບັນດາໜ້າວຽກຕົ້ນຕໍ, ສັງລວມເລກໝາຍທີ່ຄືກັນເຂົ້າກັນ, ຕັ້ງຊື່ກຸ່ມວຽກ ແລະ ວິໄຈກຸ່ມວຽກ ອອກເປັນໜ້າວຽກຍ່ອຍໆ, ສັງລວມກຸ່ມວຽກ-ໜ້າວຽກຕົ້ນຕໍ ແບ່ງໜ້າທີ ແລະ ຄວາມຮັບຜິດຊອບ, ສັງລວມຈຳນວນຕຳແໜ່ງງານ ແລະ ຈຳນວນຄົນທີ່ຕ້ອງການ ແລະ ການປະກອບເນື້ອໃນ ຂອງກຸ່ມວຽກຈາກການວິເຄາະງານ ໃສ່ແບບຟອມການກຳນົດຕຳແໜ່ງງານຂອງແຕ່ລະຂະແໜງ, ທັ້ງນີ້ກໍ່ເພື່ອເປັນການປັບປຸງການຈັດຕັ້ງ ແລະ ການຊັບບຊ້ອນຈັດວາງພະນັກງານ, ເຮັດໃຫ້ຈຳນວນລັດຖະກອນ ທີ່ເຂົ້າມາເຮັດວຽກງານຢູ່ພາຍໃນພະແນກ ຖືກຕ້ອງກັບວິຊາສະເພາະ ແລະ ແທດເໝາະກັບໜ້າວຽກງານຕົວຈິງ, ປັດສະຈາກພະນັກງານ ທີ່ມີລັກສະນະເຫຼືອບໍ່ພໍ.

ກອງປະຊຸມຄັ້ງນີ້ແມ່ນຈະໄດ້ດຳເນີນແຕ່ວັນທີ 7-10 ກັນຍາ 2020 ເປັນເວລາ 4 ວັນຈຶ່ງສຳເລັດ ໂດຍຈະໄດ້ຮັບຟັງການນຳສະເໜີ ຮາງກຳນົດຕຳ່ແໜ່ງງານຈາກພະແນກ ຖວທ ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ພ້ອມດຽວກັນຍັງຈະໄດ້ມີການແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານຂຽນກຳນົດຕຳແໜ່ງງານ ເພື່ອຊອກຫາຜົນສຳເລັດດ້ານດີ ແລະ ຂໍ້ຄົງຄ້າງ ແນໃສ່ນຳໄປປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ ຮັບປະກັນເຮັດໃຫ້ການປະຕິບັດວຽກງານດັ່ງກ່າວ ມີຜົນສຳເລັດໄດ້ຮັບທັງປະລິມານ ແລະ ຄຸນນະພາບ.

About admins14