ຊາວໜຸ່ມເມືອງປາກຊັນ ໄດ້ຮັບນາມມະຍົດ ແລະ ທຸງໄຊນໍາໜ້າ 4 ບຸກ

ໃນວັນທີ 31 ສິງຫາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງປາກຊັນ ໄດ້ຈັດພິທີມອບ-ຮັບໃບ ຢັ້ງຢືນ ແລະ ທຸງໄຊນໍາໜ້າ 4 ບຸກ ຂື້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມສຸກ ໄຊບຸນມີ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງປາກຊັນ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ແລະ ສະຫາຍ ແສງອາລຸນ ແສງອາພອນ ຮອງເລຂາຄະນະບໍລິຫານງານພັກເມືອງປາກຊັນ, ມີສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ ສະຫາຍ ຄ້າຍຄໍາ ວົງວິລາດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງປາກຊັນ ໄດ້ຂຶ້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປີ 2019 ແລະ ທິດທາງແຜນການປີ 2020 ວ່າ ປະຈຸບັນ ມີສະມາຊິກຊາວໜຸ່ມທັງໜົດ 2.284 ສະຫາຍ, ຍິງ 1.225 ສະຫາຍ, ປະກອບມີ 15 ຮາກຖານ, 81 ໜ່ວຍຮາກຖານ. ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ເຫັນວ່າຖືກຕ້ອງຕາມເງື່ອນໄຂມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເຊິ່ງສະແດງອອກແຕ່ລະດ້ານ ດັ່ງນີ້: ດ້ານການເມືອງແນວຄິດສາມາດຕີລາຄາໄດ້ 93%, ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນຕີລາຄາໄດ້ 90%, ດ້ານການຈັດຕັ້ງຕີລາຄາໄດ້ 90% ແລະ ດ້ານວິຊາຊີບສ້າງວຽກເຮັດງານທຳຕີລາຄາໄດ້ 90%.

ໂອກາດນີ້ ສະຫາຍ ທອງມະນີ ໂຄດປັນຍາ ໄດ້ຂຶ້ນມອບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນໍາໜ້າ 4 ບຸກ ໃຫ້ຊາວໜຸ່ມເມືອງປາກຊັນ ຢ່າງສົມກຽດ.

ສະຫາຍ ທອງມະນີ ໂຄດປັນຍາ ແລະ ສະຫາຍ ແສງອາລຸນ ແສງອາພອນ ໄດ້ໃຫ້ການໂອ້ລົມ ເຊິ່ງກ່ອນອຶ່ນ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຈົ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກປະຈໍາປີ 2020 ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນ, ເຂັ້ມແຂງໃຫ້ແກ່ຄະນະພັກ ພ້ອມທັງເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ແລະ ຮັກສາມູນເຊື້ອນາມມະຍົດໜ່ວຍຊາວໜຸ່ມ 4 ບຸກ ໄວ້ໃຫ້ໝັ້ນຄົງຕະຫລອດໄປ.

About admins14