ຮອງປະທານສະພາປະຊາຊົນແຂວງ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງປາກກະດິງ


ໃນວັນທີ 15-16 ກັນຍາ 2020 ທ່ານ ນາງ ສີໄຄ ສີປະເສີດ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ ທັງເປັນສະມາຊິກສະພາປະຈຳເຂດເລືອກຕັ້ງເມືອງປາກກະດິງ ພ້ອມຄະນະ ໄດ້ລົງຢ້ຽມຢາມພົບປະ 2 ກຳລັງ ປກຊ – ປກສ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງ.

         ການລົງພົບປະຄັ້ງນີ້ ລວມມີ 5 ຈຸດ ຄື: ພົບປະພະນັກງານ – ນັກຮົບ ກຳລັງ ປກຊ – ປກສ, ພົບປະພໍ່ແມ່ປະຊາຊົນຢູ່ບ້ານທົ່ງນາມີ, ບ້ານນາອິນ , ບ້ານນາລຽງ, ຄຸ້ມເຫຼົ່າໃນ ບ້ານວຽງຄຳ, ເຊິ່ງແຕ່ລະບ່ອນ ໄດ້ຮັບຟັງການລາຍງານຂອງແຕ່ລະພາກສ່ວນ ເປັນຕົ້ນແມ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນເມືອງ ໂດຍສະເພາະແມ່ນ ສຳເລັດການສ້າງບ້ານປ້ອງກັນຊາດໄດ້ 2 ບ້ານຄື ບ້ານນໍ້າທອນ-ຄອນສົງ,

      ພ້ອມກັນນັ້ນ ຍັງໄດ້ຮັບຟັງຄຳສະເໜີຂອງພໍ່ແມ່ປະຊາຊົນຫຼາຍບັນຫາ ເປັນຕົ້ນແມ່ນ: ບັນຫາການປູກເຂົ້ານາປີບໍ່ໄດ້ຮັບຜົນຕາມຄາດໝາຍ, ບັນຫາພະຍາດທີ່ເກີດຂຶ້ນກັບປະຊາຊົນຢູ່ບ້ານນາອິນ(ພະຍາດທ້ອງໄຄ່)ຊຶ່ງໄດ້ສະເໜີໃຫ້ທາງທີມງານສາທາລະນະສຸກລົງກວດກາເບິ່ງຄຸນນະພາບຂອງນໍ້າ ແລະ ສັດນໍ້າ, ບັນຫາການນຳໃຊ້ທີ່ດິນລຽບຕາມແລວສາຍໄຟແຮງສູງ ແລະ ການຈັດສັນດິນໃຫ້ພໍ່ແມ່ປະຊາຊົນພາຍໃນເມືອງ ເພື່ອນຳໃຊ້ເຂົ້າໃນການປູກພືດເປັນສິນຄ້າ, ບັນຫາການປູກໝາກນັດຢູ່ຄຸ້ມເຫຼົ່າໃນບ້ານວຽງຄຳ ສະເໜີໃຫ້ມີຕະຫຼາດຮອງຮັບ, ບັນຫາການສ້ອມແປງຝາຍກັນນໍ້າຊົນລະປະທານຢູ່ບ້ານທົ່ງນາມີ ບໍ່ມີທຶນສ້ອມແປງ, ບັນຫາການນຳໃຊ້ກະແສໄຟຟ້າຂອງປະຊາຊົນຍັງບໍ່ທັນທົ່ວເຖິງ.

      ທ່ານຮອງປະທານປະຊາຊົນແຂວງ ຍັງໄດ້ເຜີຍແຜ່ວຽກງານຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ສູ່ພໍ່ແມ່ປະຊາຊົນໄດ້ຮັບຟັງ ພ້ອມທັງຮັບເອົາຄຳສະເໜີຂອງພໍ່ແມ່ປະຊາຊົນທີ່ໄດ້ກ່າວມານັ້ນ ເພື່ອສະເໜີຫາພາກສ່ວນທີ່ກ່ຽວຂ້ອງເປັນຜູ້ຄົ້ນຄ້ວາ ແລະ ແກ້ໄຂບັນຫາດັ່ງກ່າວ.

About admin11