ເສດຖະກິດບໍລິຄຳໄຊ ຍັງສືບຕໍ່ຂະຫຍາຍຕົວໃນລະດັບ 6,5%

ເຖີງຈະພົບກັບບັນຫາຫຼາຍດ້ານ ທີ່ມີຜົນກະທົບຕໍ່ກັບການພັດທະນາເສດຖະກິດ ແຕ່ແຂວງບໍລິໄຊ ໄດ້ສຸມໃສ່ຫຼາຍວຽກງານທີ່ຈຳເປັນ ເຮັດໃຫ້ເສດຖະກິດຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທ່ານ ບຸນເສັງ ປະທຳມະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານຕໍ່ກອງປະຊຸມໃຫ່ຍ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ກັນຍາ 2020 ຢູ່ສະໂມສອນໃຫຍ່ແຂວງບໍລິຄຳໄຊ.

ໃນໄລຍະຜ່ານມາ ແຂວງບໍລິຄຳໄຊ ໄດ້ສຸມໃສ່ຫຼາຍວຽກງານ ເພື່ອພັດທະນາເສດຖະກິດພາຍໃນແຂວງ ໃຫ້ມີການຂະຫຍາຍຕົວ ເປັນຕົ້ນແມ່ນ ຍົກລະດັບຂະແໜງກະສິກຳ-ປ່າໄມ້ ເພື່ອຄ້ຳປະກັນດ້ານສະບຽງອາຫານ ສາມາດກຸ້ມຕົວເອງ, ມີສ່ວນແຮໄວ້ ແລະ ຂາຍເປັນສິນຄ້າ, ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ເຊັ່ນ: ຟື້ນຟູ, ກໍ່ສ້າງ ແລະ ສ້ອມແປງ ເສັ້ນທາງ, ຊົນລະປະທານ, ຂະຫຍາຍຕາຂ່າຍໄຟຟ້າ ສູ່ເຂດການຜະລິດ ແລະ ຮາກຖານໃນຊົນນະບົດ, ສົ່ງເສີມການຜະລິດ ແລະ ແປຮູບຜະລິດຕະພັນພາຍໃນແຂວງໃຫ້ຫຼາຍຂຶ້ນ, ກຳນົດຈຸດສຸມການພັດທະນາຂອງແຕ່ລະເຂດ ໂດຍອີງໃສ່ທີ່ຕັ້ງ, ຈຸດພິເສດ ແລະ ທ່າແຮງບົມຊ້ອນ. ພ້ອມດຽວກັນ ຍັງເອົາໃຈໃສ່ພັດທະນາກຳລັງແຮງງານ ໃຫ້ມີຄຸນນະພາບ ແລະ ເປີດກວ້າງຮ່ວມມື, ເຊື່ອມໂຍງກັບພາກພື້່ນ ແລະ ສາກົນ, ເຮັດໃຫ້ໃນໄລຍະ 5 ປີຜ່ານມາ ເສດຖະກິດຂອງແຂວງ ຍັງສືບຕໍ່ຂະຫຍາຍຕົວສະເລ່ຍ 6,5%, ຂະແໜງກະສິກຳກວມ 26%, ອຸດສາຫະກຳ 48,9% ແລະ ການບໍລິການ 25,1%, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນໃນ 4 ປີຜ່ານມາ, ສ່ວນປີ 2020 ຄາດວ່າຈະບໍ່ໄດ້ຄາດໝາຍ, ສັງລວມແລ້ວໃນ 5 ປີ ປະຕິບັດໄດ້ທັງໝົດ 3.607 ຕື້ກີບ ໃນນັ້ນ ລາຍຮັບພູດສູນກາງ 2.650 ຕື້ກີບ ເທົ່າກັບ 103,43% ແລະ ພູດຂອງແຂວງ 956 ຕື້ກີບ ເທົ່າກັບ 94,19%, ການລົງທຶນພາຍໃນແຂວງ ປະຕິບັດໄດ້ 7.914,83 ຕື້ກີບ, ເທົ່າກັບ 90,92% ຂອງແຜນການ ແລະ ເທົ່າກັບ 29,8% ຂອງລວມຍອດຜະລິດຕະພັນພາຍໃນ GDP 5 ປີ ໃນນັ້ນ ການລົງທຶນຂອງລັດ ຄາດວ່າຈະປະຕິບັດໄດ້ 492,03 ຕື້ກີບ, ເທົ່າກັບ 56,52% ຂອງແຜນການ ແລະ 6,2% ຂອງການລົງທຶນທັງໝົດ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ຄາດວ່າຈະປະຕິບັດໄດ້ 5.365,95 ຕື້ກີບ, ເທົ່າກັບ 123,29% ຂອງແຜນການປີ ແລະ 67,80% ຂອງການລົງທຶນ, ການລົງທຶນຈາກການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ຄາດວ່າຈະປະຕິບັດໄດ້ 246,23 ຕື້ກີບ, ເທົ່າກັບ 25,72% ຂອງແຜນການປີ ແລະ 3,11% ຂອງການລົງທຶນ ແລະ ການລົງທຶນຈາກລະບົບການເງິນ-ເງິນຕາ ຄາດວ່າຈະປະຕິບັດໄດ້ 1.810,62 ຕື້ກີບ, ເທົ່າກັບ 71,72% ຂອງແຜນການປີ ແລະ 22,88% ຂອງການລົງທຶນທັງໝົດ.

ສຳລັບແຜນການ 5 ປີ ໃນຕໍ່ໜ້າ ແມ່ນຈະໄດ້ສຸມໃສ່ສ້າງເສດຖະກິດຂອງແຂວງ ໃຫ້ເຕີບໂຕຢ່າງມີຄຸນນະພາບ ແລະ ຕາມທິດສົມດຸນເທື່ອລະກ້າວ, ປັບປຸງຫັນປ່ຽນໂຄງປະກອບ ແລະ ສ້າງຄວາມຫຼາກຫຼາຍຂອງເສດຖະກິດ ແນໃສ່ເພີ່ມທະວີຄວາມສາມາດ ແລະ ສະມັດຕະພາບໃນການຜະລິດ ຄຽງຄູ່ກັບການຫຼຸດຜ່ອນຄວາມບອບບາງດ້ານເສດຖະກິດ ເພື່ອຮັບປະກັນການເຕີບໂຕຕາມທິດສີຂຽວ ແລະ ສົມດູນ, ເຮັດໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກການພັດທະນາ, ການເຕີບໂຕຂອງເສດຖະກິດ ຄາດວ່າຈະຂະຫຍາຍຕົວຢູ່ໃນລະຫວ່າງ 5-6%, ລວມຍອດຜະລິດຕະພັນພາຍໃນ (GDP) ຮອດປີ 2025 ໃຫ້ບັນລຸລະຫວ່າງ 9.233-9.681 ຕື້ກີບ, ຂະແໜງກະສິກໍາ ໃຫ້ກວມ 22%, ຂະແໜງອຸດສາຫະກໍາ ແລະ ກໍ່ສ້າງ 48% ແລະ ຂະແໜງບໍລິການ 30%, ລາຍໄດ້ຕໍ່ຫົວຄົນໃຫ້ບັນລຸໃນລະຫວ່າງ 26,04-27,30 ລ້ານກີບ ຫຼື ເທົ່າກັບ 2.893 – 3.034 ໂດລາສະຫະລັດ.

About admins16