3 ບໍລິສັດ ເຄືອຂ່າຍໂທລະຄົມ ສາຂາແຂວງບໍລິຄຳໄຊ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ 130 ລ້ານກ່ວາກີບ

ເພື່ອເປັນການສ້າງຂະບວນການ ແລະ ຊຸກຍູ້ກອງປະຊຸມໃຫຍ່ ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ 7 ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ເປັນຂະບວນການຟົດຟື້ນ ມີຄວາມໝາຍສຳຄັນ, ຕອນເຊົ້າວັນທີ 10 ກັນຍາ 2020 ທີ່ຫ້ອງວ່າການປົກຄອງແຂວງ 3 ບໍລິສັດເຄືອຂ່າຍໂທລະຄົມ ສາຂາແຂວງບໍລິຄຳໄຊ ໄດ້ມອບເງິນ 130 ລ້ານກ່ວາກີບ ໃຫ້ອົງການປົກຄອງແຂວງ ເປັນກຽດຮັບໂດຍທ່ານ ວັນວິໄລ ແດນພູຫຼວງ ປະທານແນວລາວສ້າງຊາດແຂວງ ໂດຍມີການນຳບັນດາພະແນກການ ອະນຸກຳມະການຂະບວນການ ເຂົ້າຮ່ວມ.

ໂດຍເຫັນໄດ້ຄວາມສຳຄັນ ແລະ ຈຳເປັນຂອງວຽກງານບໍລິຫານລັດ ເປັນຕົ້ນແມ່ນວຽກງານຂະບວນການຕ້ອນຮັບກອງປະຊຸມໃຫຍ່ ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ 7 ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້, 3 ບໍລິສັດເຄືອຂ່າຍໂທລະຄົມ ສາຂາແຂວງບໍລິຄຳໄຊ ໄດ້ມອບເງິນຊຸກຍູ້ກອງປະຊຸມ ຄື:  ບໍລິສັດ ສະຕາໂທລະຄົມ ( Unitel ) ມອບເງິນຈຳນວນ 65.500.000 ກີບ, ບໍລິສັດ ລາວໂທະລະຄົມ ມະນາຄົມມະຫາຊົນ ( LTC ) 56.420.000 ກີບ ແລະ ບໍລິສັດ ອີທີແອລຈຳກັດ ( ETL ) 19.000.000 ກີບ.

ເພື່ອເປັນການຢັ້ງຢືນເຖີງຜົນງານການປະກອບສ່ວນດັ່ງກ່າວ, ການນຳຂັ້ນແຂວງ ຈຶ່ງຕົກລົງມອບໃບກຽດຕິຄຸນໃຫ້ 3 ບໍລິສັດ ແລະ ໄດ້ບັນທຶກໄວ້ໃນປື້ມຄຳປະຫວັດສາດຂອງແຂວງຕະຫລອດໄປ.

 

 

 

 

About admin11